ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ກ່າວວ່າ ຢູເຄຣນ ຍຶດເອົາໄດ້ຄືນ​ແລ້ວ 8 ບ້ານ


ທະ​ຫານຢູເຄຣນ ​ຂອງ​ກອງ​ພັນ​ກົນ​ຈັກສະເພາະກິດ 28 ໄດ້​ຍິງ​ປືນ​ໃສ່​ບັນ​ດາທີ່ຕໍາແໜ່ງທີ່ຕັ້ງ​ຂອງ​ຣັດ​ເຊຍ ຢູ່ແນວ​ໜ້າ​ໃກ້​ກັບ​ເມືອງ ບັກມຸດ (Bakhmut), ເຂດໂດເນັຕ (Donetsk), ວັນ​ທີ 17 ມິຖຸນາ, 2023, ທ່າມກາງ​ການ​ບຸກ​ລຸກ​ຂອງຣັດ​ເຊຍ ຢູ່​ຢູ​ເຄຣນ
ທະ​ຫານຢູເຄຣນ ​ຂອງ​ກອງ​ພັນ​ກົນ​ຈັກສະເພາະກິດ 28 ໄດ້​ຍິງ​ປືນ​ໃສ່​ບັນ​ດາທີ່ຕໍາແໜ່ງທີ່ຕັ້ງ​ຂອງ​ຣັດ​ເຊຍ ຢູ່ແນວ​ໜ້າ​ໃກ້​ກັບ​ເມືອງ ບັກມຸດ (Bakhmut), ເຂດໂດເນັຕ (Donetsk), ວັນ​ທີ 17 ມິຖຸນາ, 2023, ທ່າມກາງ​ການ​ບຸກ​ລຸກ​ຂອງຣັດ​ເຊຍ ຢູ່​ຢູ​ເຄຣນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຢູເຄຣນ ທ່ານນາງ ຮານນາ ມາເລຍ (Hanna Maliar) ກ່າວໃນວັນຈັນນີ້ວ່າກອງກໍາລັງຂອງຢູເຄຣນ ໄດ້ຍຶດຄືນ​ຖິ່ນ​ຖານ 8 ແຫ່ງໃນຮອບສອງອາທິດຜ່ານມານີ້, ລວມທັງເມືອງ ປີອາຕີຄາດຕີ (Piatykhatky) ໃນເຂດຊາໂປຣິສເຊຍ (Zaporizhzhia).

ນັບ​ຕັ້ງ​ແຕ່​ການການເລີ້ມປະຕິບັດການຕອບໂຕ້ຄືນ​ຂອງ​ຢູເຄຣນໂດຍມີເປົ້າໝາຍ​ເພື່ອຍຶດ​ເອົາ​ເຂດ​ທີ່ກອງ​ກຳ​ລັງ​ຣັດ​ເຊຍ​ຍຶດ​ຄອງ ກັບ​ຄືນ​ມາ, ທ່ານນາງ ມາເລຍ (Maliar) ກ່າວ​ວ່າ ຢູເຄຣນ ໄດ້​ປົດ​ປ່ອຍດິນແດນ 113 ກິ​ໂລ​ຕາ​ແມັດແລ້ວ.

ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການລະດົມ​ຍິງໃນ​ເຂດ ແບລໂກຣອດ (Belgorod) ຂອງຣັດ​ເຊຍ ທີ່​ຕັ້ງ​ຢູ່​ໃກ້​ກັບຊາຍ​ແດນ​ຢູ​ເຄຣນ ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ 7 ຄົນບາດ​ເຈັບ.

ຜູ້​ປົກຄອງ​ເຂດແບລໂກຣອດ (Belgorod) ທ່ານ ເວຍເຊ​ສ​ລັ​ຟ ແກ​ລດກ​ອ​ຟ (Vyacheslav Gladkov) ​ໄດ້​ປະກາດ​ຜ່ານ Telegram ວ່າ​ການ​ໂຈມ​ຕີດັ່ງກ່າວ​ໄດ້​ຖືກຕຶກ​ທີ່​ຢູ່​ອາ​ໄສ​ຫຼາຍ​ຫລັງ.

ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ ການ​ລະດົມຍິງ​ຂອງ​ຢູ​ເຄຣນ​ໄດ້​ຍິງຖືກ​ສອງ​ບ້ານ​ໃນ​ເຂດ ເຄີ​ສ (Kursk).

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງ​ກິດ​ກ່າວ​ໃນ​ການ​ປະ​ເມີນ​ຄັ້ງ​ຫຼ້າ​ສຸດ​ໃນ​ວັນ​ຈັນມື້ນີ້ວ່າ ຣັດ​ເຊຍ “ມີ​ຄວາມ​ເປັນ​ໄປ​ໄດ້​ສູງ” ທີ່ຈະ​ສົ່ງ​ກຳ​ລັງ​ທະ​ຫານ​ຫຼາຍ​ພັນ​ຄົນ​ຄືນ​ຈາກ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ ດນິໂປຣ (Dnipro) ເພື່ອ​ເປັນ​ກຳ​ລັງ​ເສີມ​ໃຫ້​ແກ່​ກອງກຳ​ລັງຣັດ​ເຊຍ ໃນ​ເຂດບັກມຸດ (Bakhmut) ແລະ ເຂດ ຊາໂປຣິສເຊຍ (Zaporizhzhia). ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ "ອາດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການຮັບ​ຮູ້​ຂອງ ຣັດ​ເຊຍ ທີ່​ວ່າ ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ຂອງ​ຢູ​ເຄ​ຣນ​ທົ່ວ ດນິໂປຣ (Dnipro) ນັ້ນ​ມີ​ທ່າ​ອ່ຽງ​ໜ້ອຍ​ລົງ ຫຼັງ​ຈາກ​ການ​ແຕກ​ຂອງ​ເຂື່ອນ ຄາ​ຄອ​ຟກາ (Kakhovka) ແລະ​ພາໃຫ້ເກີດ​ໄພ​ນ້ຳ​ຖ້ວມ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG