ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດຢູເຄຣນ: ​ປ. ເຊເລນສ໌ກີ ຮ້ອງຂໍການ​ຄ້ຳ​ປະ​ກັນ ເພື່ອ​ເຂົ້າ​ເປັນສະມາຊິກ​ໂຕ​ຈິງອົງການເນໂຕ ຢູ່ນະຄອນວິລນຽສ


ທຸງຂອງບັນດາສະມາຊິກອົງການເນໂຕ ປີວສະບັດຢູ່ກອງປະຊຸດສຸດຍອດ ທີ່ນະຄອນວິລນຽສ ປະເທດລີໂທເນຍ ມັນທີ 9 ພຶດສະພາ 2023.
ທຸງຂອງບັນດາສະມາຊິກອົງການເນໂຕ ປີວສະບັດຢູ່ກອງປະຊຸດສຸດຍອດ ທີ່ນະຄອນວິລນຽສ ປະເທດລີໂທເນຍ ມັນທີ 9 ພຶດສະພາ 2023.

​ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ໄດ້ກ່າວວ່າ ອົງການເນໂຕ ຕ້ອງໃຫ້​ການຢືນຢັນ ຮັບ​ເອົາຢູເຄຣນ​ເຂົ້າເປັນສະມາຊິກ ລະຫວ່າງກອງປະ ຊຸມສຸດຍອດຂອງອົງການເນໂຕເປັນເວລາສອງວັນ ທີ່ນະຄອນວິລນ​ຽ​ສ ປະເທດລີທົວເນຍ ໃນວັນອັງຄານ ແລະວັນພຸດ.

“ຄວາມປອດໄພແທ້ຈິງຢູ່ນີ້ ທາງພາກຕາເວັນອອກຂອງອົງການເນໂຕ ຂຶ້ນຢູ່ກັບ ຢູເຄຣນ” ທີ່ທ່ານເຊເລນສ໌ກີ ໄດ້ກ່າວຢູ່ໃນຖະແຫລງການ ຜ່ານວີດີໂອຕອນຄໍ່າ. “ເວລາພວກເຮົາໄດ້ຍືນຄຳຮ້ອງຂໍເຂົ້າຮ່ວມອົງການເນໂຕ ພວກເຮົາໄດ້ມີຄວາມຕັ້ງໃຈ: ພວກເຮົາໃນ​ຄວາມ​ເປັນຈິງ ​ແມ່ນ​ເປັນພັນທະມິດ​ແລ້ວ. ອາວຸດຂອງພວກເຮົາເປັນອາວຸດຂອງພັນທະມິດ. ຄຸນ​ຄ່າຂອງພວກເຮົາ ເປັນອັນທີ່ພັນທະມິດເຊື່ອຖືໃນນະຄອນວິລນ​ຽ​ສ ຕ້ອງຢືນຢັນທັງໝົດນີ້” ທີ່ທ່ານໄດ້ກ່າວ.

ບັນດາສະມາຊິກອົງການເນໂຕ ຍັງມີ​ຄວາມ​ເຫັນ​ແຕກ​ຕ່າງກັນໃນວັນຈັນວານນີ້ ກ່ຽວກັບໂອກາດການ​ເຂົ້າເປັນສະມາຊິກຂອງຢູເຄຣນ ຢູ່ໃນພັນທະມິດກອງທັບ ລະຫວ່າງ ພວກທີ່ຢູ່່ທາງພາກຕາເວັນອອກຢູໂຣບ ແລະຢູ່ໃນທາງຜ່ານໂດຍກົງຂອງຣັດເຊຍ. ແລະເລື້ອງດັ່ງກ່າວທີ່ສະຫະລັດ ແລະເຢຍຣະມັນຢ້ານວ່າ ສະ ມາຊິກອົງການເນໂຕ​ສຳ​ລັບຢູເຄຣນ ກ່ອນສົງຄາມສິ້ນສຸດລົງ ຈະແກ່​ດຶງເອົາພັນທະມິດທັງໝົດ ເຂົ້າສູ່ການຂັດແຍ້ງກັບຣັດເຊຍ ແລະໂອກາດກໍ່ໃຫ້ເກີດສົງ ຄາມຢູ່ໃນທົ່ວໂລກ.

ເຖິງຢ່າງໃດກໍດີ ເລຂາທິການໃຫຍ່ອົງການເນໂຕ ທ່ານເຈັນ ສະໂຕເຕັນເບີກ ກ່າວວ່າ ທ່ານໄດ້ສະ​ເໜີໂຄງການ ທີ່ຮວມທັງຍົກຍ້າຍບາງ​ຂໍ້​ກຳ​ນົດທີ່ສຳຄັນ ​ເພືຶ່ອ​ໃຫ້ຢູເຄຣນ​ໄດ້ເຂົ້າເປັນພັນທະມິດ: ແຜນປະຕິບັດ​ງານ​ເພື່ອ​ເຂົ້າເປັນສະ ມາຊິກ (MAP) ລາຍຊື່ການເມືອງ ເສດຖະກິດ ແລະເປົ້າໝາຍກອງທັບ ທີ່ບັນດາປະເທດຢູໂຣບຕາເວັນອອກອື່ນໆ ໄດ້ປະຕິບັດຕາມ ກ່ອນເຂົ້າຮ່ວມພັນທະມິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG