ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າ​ສຸດ​ກ່ຽວ​ກັບ​ຢູ​ເຄ​ຣນ: ທະ​ຫານ​ ຢູ​ເຄ​ຣນຍິງ​ເຮືອ​ບິ​ນບໍ່​ມີ​ຄົນຂັບ ທີ່ ​ຣັດ​ເຊຍ​ໃຊ້​ໃນ​ການໂຈມ​ຕີນັ້ນ ຕົກ 36 ລຳ


ເຮືອ​ບິ​ນບໍ່​ມີ​ຄົນ​ຂັບ​ລະ​ເບີດ​ຂຶ້ນ​ຊຶ່ງ​ຫລຽວ​ເຫັນ​ຢູ່​ທ​ເງ​ທ້ອງ​ຟ້າຂອງ​ນະ​ຄອນ​ຫລວງ​ກີ​ຢິບ​ຢູ່​ໃນ​ການ​ໂຈມ​ຕີ​ດ້ວຍເຮືອ​ບິ​ນບໍ່​ມີ​ຄົນ​ຂັບ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນ, ວັນ​ທີ 25 ພຶດ​ສະ​ພາ, 2023
ເຮືອ​ບິ​ນບໍ່​ມີ​ຄົນ​ຂັບ​ລະ​ເບີດ​ຂຶ້ນ​ຊຶ່ງ​ຫລຽວ​ເຫັນ​ຢູ່​ທ​ເງ​ທ້ອງ​ຟ້າຂອງ​ນະ​ຄອນ​ຫລວງ​ກີ​ຢິບ​ຢູ່​ໃນ​ການ​ໂຈມ​ຕີ​ດ້ວຍເຮືອ​ບິ​ນບໍ່​ມີ​ຄົນ​ຂັບ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນ, ວັນ​ທີ 25 ພຶດ​ສະ​ພາ, 2023

ຢູ​ເຄ​ຣນ ກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ​ກຳ​ລັງທະ​ຫານ​ຂອງ​ຕົນ​ໄດ້​ຍິງ​ເຮືອ​ບິ​ນບໍ່​ມີ​ຄົນ​ຂັບ​ຊາ​ເຮດ (Shahed) ຂອງ​ອີ​ຣ່ານ ທີ່​ຣັດ​ເຊຍ​ໃຊ້​ໂຈມ​ຕີ​ເຂດ​ຕ່າງໆ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນນັ້ນຕົກ 36 ລຳ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ ກ່າວ​ວ່າ ກອງ​ທະ​ຫານ​ຣັດ​ເຊຍ "ຄາດ​ໄວ້​ວ່າ ​ຈະ​ແນ​ໃສ່​ໂຈມ​ຕີພື້ນ​ຖານ​ໂຄງ​ລ່າງທີ່​ສຳ​ຄັນ ແລະ​ສະ​ຖານ​ທີ່​ທາງທະ​ຫານ."

ຣັດ​ເຊຍ​ໄດ້​ໃຊ້​ການ​ໂຈມ​ຕີ​ທາງ​ອາກາດ​ຊ້ຳ​ແລ້ວ ​ຊ້ຳ​ອີກ ລວມ​ທັງ​ການ​ໂຈມ​ຕີ​ ທີ່​ກ່ຽວ ຂ້ອງ​ເຖິງ​ການ​ເຮັດ​ໃຫ້ເຮືອບິນ​ບໍ່​ມີ​ຄົນ​ຂັບ​ ຕົກ​ໃສ່​ເປົ້າ​ໝາຍ​ເພື່ອ​ທຳລາຍ​ພື້ນຖານ​ໂຄງ​ລ່າງ​ໃນ​ຢູ​ເຄຣນ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ​ໄດ້​ຂຽນ​ລົງ​ໃນສັງ​ຄົມ​ອອນ​ລາຍ ເທ​ເລ​ແກ​ຣມ (Telegram) ວ່າ​ “ເປັນ​ຄືນ​ທີ່​ເຮັດ​ໃຫ້ບໍ່​ສະບາຍ​ໃຈເລີຍ.”

"ໂດຍສືບຕໍ່ກໍ່ການຮ້າຍຢູ່​ໃນຢູເຄຣນ, ສັດຕູໄດ້ໃຊ້ເຮືອ​ບິນບໍ່​ມີ​ຄົນ​ຂັບຊາ​ເຮດ 36 ລຳ. ບໍ່ມີລຳ​ໃດໃນນັ້ນ​ ໄປ​ເຖິງເປົ້າຫມາຍຂອງມັນ​ເລີຍ. ຍ້ອນກໍາລັງປ້ອງກັນອາກາດຂອງພວກເຮົາ ຈຶ່ງ​ໄດ້ຮັບຜົນ​ເຖິງ 100 ເປີ​ເຊັນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຊ​ເລນ​ສ໌​ກີ.

ຢູ່ໃນແຫລມ​ໄຄ​ຣ​ເມຍນັ້ນ, ຜູ້​ປົກ​ຄອງ​ລັດທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ຣັດ​ເຊຍ ກ່າວ​ໃນ​ວັນ​ພະ​ຫັດມື້​ນີ້​ວ່າ ກຳລັງ​ປ້ອງ​ກັນ​ອາ​ກາດ​ໄດ້​ຍິງເຮືອ​ບິນບໍ່​ມີ​ຄົນ​ຂັບຕົກ 6 ລຳ​ໃນຕອນກາງ​ຄືນ.

ທ່ານ​ເຊີ​ເກ ອັກ​ຊີ​ໂຢນອ​ຟ (Sergei Aksyonov) ກ່າວໃນເທ​ເລ​ແກ​ຣມ (Telegram) ວ່າ ບໍ່ມີໃຜເສຍຊີວິດ ຫຼືໄດ້ຮັບບາດເຈັບ.

ຫົວໜ້າ​ກຸ່ມ​ທະຫານ​ຮັບຈ້າງແວກ​ເນີຂອງຣັດ​ເຊຍ, ທ່ານເຢບ​ເກນີ ພ​ຣີ​ໂກ​ຊິນ (Yevgeny Prigozhin) ກ່າວ​ໃນ​ວີ​ດີ​ໂອ​ ທີ່​ພິມ​ເຜີຍ​ແຜ່​ອອກ​ມາໃນ​ວັນ​ພະຫັດມື້​ນີ້​ວ່າ ​ກຳລັງທະ​ຫານ​ຂອງ​ທ່ານ ​ໄດ້​ເລີ້ມ​ຖອນ​ອອກ​ຈາກ​ເມືອງບັກ​ມຸດຂອງ​ຢູ​ເຄຣນແລ້ວ.

ທ່ານ ພ​ຣີ​ໂກ​ຊິນກ່າວ​ວ່າ ກອງທັບຣັດ​ເຊຍ​ຈະ​ເຂົ້າ​ມາ​ແທນກຳລັງທະ​ຫານ​ຂອງ​ກຸ່ມ​ແວກ​ເນີ ​ແລະ​ວ່າ ​ໜ່ວຍ​ທະ​ຫານ​ຂອງທ່ານ​ ຈະ​ຖອນອອກ​ໄປໃຫ້​ໝົດ​ ໃນ​ວັນ​ທີ 1 ມິຖຸນາ​ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG