ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຖາ​ນະ​ການ​ຫຼ້າ​ສຸດ​ ໃນ​ຢູ​ເຄ​ຣນ: ທ່ານ​ໄມ​ຄ໌ ເພັນ​ສ໌ ຢ້ຽມ​ຢາມ​ຢູ​ເຄ​ຣນ ໂດຍ​ບໍ່​ມີ​ການ​ປະ​ກາດ


ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ​ທ​່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ, ທີ​ສອງ​ຈາກ​ຊ້າຍ, ພວມ​ຟັງ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌, ຂວາ, ໃນ​ລະ​ຫວ່າງ​ການ​ພົບ​ປະ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 29 ມິ​ຖຸ​ນາ 2023. (Ukrainian Presidential Press Office via AP)
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ​ທ​່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ, ທີ​ສອງ​ຈາກ​ຊ້າຍ, ພວມ​ຟັງ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌, ຂວາ, ໃນ​ລະ​ຫວ່າງ​ການ​ພົບ​ປະ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 29 ມິ​ຖຸ​ນາ 2023. (Ukrainian Presidential Press Office via AP)

ອະ​ດີດ​ຮອງ​ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັນ​ສ໌ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຢູ​ເຄ​ຣນ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ​ ໃນ​ວັນ​ພະ​ຫັດ​ວານນີ້ ແລະ​ພົບ​ປະກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ.

ທ່ານ​ເພັນ​ສ໌ ແມ່ນ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິບ​ໍ​ດີ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ໄດ້​ພົບ​ປະກັບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ.

ທ່ານ​ເພັນ​ສ໌ ກ່າວ​ຕໍ່​ອົງ​ການ​ຂ່າວ NBC ຊຶ່ງ​ເປັນ​ຜູ້​ລາຍ​ງານ​ກ່ຽວ​ກັບ​ການ​ເດີນທາງ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ ໃນ​ການ​ເປັນ​ຜູ້​ນຳ ​ໂລກ​ເສ​ລີຂອງ​ອາ​ເມ​ຣິ​ກາ. ແຕ່​ມາ​ທີ່ນີ້​ໃນ​ນາມ​ປະ​ຊາ​ຊົນ​ທຳ​ມະ​ດາ​ສາ​ມັນ ເພື່ອມາ​ເບິ່ງ​ດ້ວຍ​ຕາ​ຂອງ​ໂຕເອງ ໃນ​ຄວາມ​ເປ​ັນ​ວີ​ລະ​ຊົນ​ຂອງ​ທະ​ຫານ​ຢູ​ເຄ​ຣນ ທີ່ຮັກ​ສາ​ແນວ​ປ້ອງ​ກັນ​ຢູ່​ຕາມ​ປ່າ​ດົງ​ເຫຼົ່າ​ນັ້ນ ມາ​ເບິ່ງ​ຄວາມ​ເປັນ​ວິ​ລະ​ຊົນ​ຂອງ​ຜູ້ຄົນ​ຢູ່​ທີ່ນີ້ ທີ່​ເມືອງ​ເອີພິນ ທີ່​ໄດ້​ຕໍ່​ສູ້​ຕ້ານ​ຢັນ​ກອງ​ທັບ​ຣັດ​ເຊຍ ມາ​ເບິ່ງ​ຄອບ​ຄົວບ່ອນ​ທີ່​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຍິງ​ຖະ​ຫຼົ່ມ​ໂຈມ​ຕີ ທ່າມ​ກາງ​ການຮຸກ​ຮານ​ທີ່​ໄຮ້​ສຳ​ນຶກ​ແລະ​ບໍ່​ມີ​ການ​ເກາະ​ຜິດ​ໃດໆ ເພື່ອ​ເຮັດ​ໃຫ້​ການ​ຕັດ​ສິນ​ໃຈຂອງ​ຂ້າ​ພະ​ເຈົ້າ​ໜັກ​ແໜ້ນ​ຕື່ມ​ຂຶ້ນ ສຳ​ລັບ​ພາກ​ສ່ວນ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ສືບ​ຕໍ່ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂງ​ຂັນ​ຕໍ່​ເພື່ອນ​ມິດ​ແລະ​ພັນ​ທະມິດ​ຊາວ​ຢູ​ເຄ​ຣນ.

ນອກ​ຈາກ​ພົບ​ປະ​ກັບ​ທ່ານ​ເຊ​ເລນ​ສະ​ກີ​ແລ້ວ ທ່ານ​ເພັນ​ສ໌ ຍັງ​ມີ​ລາຍ​ງານ​ວ່າ​ໄດ້​ໄປ​ຢ້ຽມ​ຢາມ​ເມືອງມອ​ສ​ຊຸນ ບູ​ຊາ ແລະ​ເອີພິນ ສາມ​ຊຸມ​ຊົນ​ທີ່​ທະ​ຫານ​ຣັດ​ເຊຍ​ໄດ້​ທຳລາຍ​ເປັນ​ສ່ວນ​ໃຫຍ່.

ນອກນັ້ນ ໃນ​ວັນ​ພະ​ຫັດ​ວານນີ້ ຄະ​ນະ​ກຳ​ມະ​ການບ​ໍ​ລິ​ຫານ​ຂອງ​ອົງ​ການກອງ​ທຶນສາ​ກົນ IMF ຍັງ​ໄດ້​ເສັດ​ສິ້ນ​ການ​ທົບ​ທວນ​ໃນ​ການ​ຮ້ອງ​ຂໍ​ເງິນ​ຮອບທຳ​ອິດ​ຂອງ​ຢູເຄ​ຣນ 15.6 ຕື້​ໂດ​ລາ ໂດຍ​ອະ​ນຸ​ຍາດ​ໃຫ້​ກີ​ຢິບ ຖອນ​ເງິນ​ 890 ລ້ານ​ໂດ​ລາໄດ້​ໃນ​ທັນ​ທີ​ເພື່ອ​ສະ​ໜັບ​ສະ​ໜຸນ​ງົບ​ປະ​ມານ.

ອ່າ​ນ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG