ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຖືກ​ກ່າວ​ຫາ​ວ່າ ​​ລະ​ດົມ​ຍິງ​ໃສ່​ຜູ້​​ອົບ​ພະ​ຍົບ​ອອກ​ຈາກ​ພາກ​ພື້ນ​ ເຄີ​ສັນ ທີ່​ຖືກ​ນ້ຳ​ຖ້ວມ


ກຸ່ມ​ສຸກ​ເສີນ​ຊ່ວຍ​ນຳ​ສົ່ງ​ພົນ​ລະ​ເຮືອ​ນ​ທີ່​ໄດ້​ຮັບ​ບາດ​ເຈັບ​ໄປ​ສູ່​ຄວາມ​ປອດ​ໄພ ເຊິ່ງກອງ​ກຳ​ລັງ ຣັດ​ເຊຍ ໄດ້​ລະ​ດົມ​ຍິງ​ໃສ່​ໃນ​ຂະ​ນະ​ທີ່​ກຳ​ລັງ​ອົບ​ພະ​ຍົບ​ອອກ​ຈາກ​ເຂດ​ທີ່​ຖືກ​ນ້ຳ​ຖ້ວມ​ດ້ວຍ​ເຮືອ​ໃນ​ພາກ​ພື້ນ ເຄີ​ສັນ, ຢູ​ເຄ​ຣນ, 11 ມິ​ຖຸ​ນາ 2023.
ກຸ່ມ​ສຸກ​ເສີນ​ຊ່ວຍ​ນຳ​ສົ່ງ​ພົນ​ລະ​ເຮືອ​ນ​ທີ່​ໄດ້​ຮັບ​ບາດ​ເຈັບ​ໄປ​ສູ່​ຄວາມ​ປອດ​ໄພ ເຊິ່ງກອງ​ກຳ​ລັງ ຣັດ​ເຊຍ ໄດ້​ລະ​ດົມ​ຍິງ​ໃສ່​ໃນ​ຂະ​ນະ​ທີ່​ກຳ​ລັງ​ອົບ​ພະ​ຍົບ​ອອກ​ຈາກ​ເຂດ​ທີ່​ຖືກ​ນ້ຳ​ຖ້ວມ​ດ້ວຍ​ເຮືອ​ໃນ​ພາກ​ພື້ນ ເຄີ​ສັນ, ຢູ​ເຄ​ຣນ, 11 ມິ​ຖຸ​ນາ 2023.

ຢ່າງ​ໜ້ອຍ 3 ຄົນ​ໄດ້​ເສຍ​ຊີ​ວິດ ແລະ 23 ຄົນ​ບາດ​ເຈັບ ​ເວ​ລາ​ທີ່ ຣັດ​ເຊຍ ໄດ້​ລະ​ດົມ​ຍິງ​ໃສ່​ສະ​ຖານ​ທີ່​ພັກ​ຂອງ​ຄົນ​ຊະ​ລາ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຖືກ​ອົບ​ພະ​ຍົບ​ໃນ​ເຮືອ​ນ້ອຍ​ຈາກ​ເຂດ​ທີ່​ຖືກ​ນ້ຳ​ຖ້ວມ​ໃນ​ພາກ​ພື້ນ​ເຄີ​ສັນ, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ໃນ​ວັນ​ອາ​ທິດ​ວານນີ້.

ຢູ​ເຄ​ຣນ ໄດ້​ກ່າວ​ຫາ​ວ່າ​ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ປ​ະ​ຕິ​ບັດ​ການ​ຊ່ວຍ​ເຫຼືອ.

ຜູ້​ປົກ​ຄອງ​ພາກ​ພື້ນ​ເຄີ​ສັນ ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ ຢູ​ເຄ​ຣນ, ທ່ານ ໂອ​ເລັກ​ແຊນ​ເດີ ໂປ​ຣ​ຄູ​ດິນ ໄດ້​ກ່າວ​ໃນ​ໂທ​ລະ​ພາບ ຢູ​ເຄ​ຣນ ວ່າ “ມື້ນີ້, ພວກ​ກໍ່​ການ​ຮ້າຍ​ໄດ້​ລະ​ດົມ​ຍິງ​ໃສ່​ເຮືອ​ສາມ​ລຳ​ທີ່​ຖືກ​ໃຊ້​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອອກ​ຈາກ​ເຂດ​ທີ່​ຖືກ​ນ້ຳ​ຖ້ວມ​(ທາງ​ພາກ​ຕາ​ເວັນ​ອອກ.)

ໃນ​ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃສ່​ເສັ້ນ​ທາງ​ການ​ອົບ​ພະ​ຍົບ​ສຳ​ລັບ​ພົນ​ລະ​ເຮືອນ​ທີ່​ຫຼົບ​ໜີ​ຈາກ​ເຂດ​ທີ່​ຖືກ​ນ້ຳ​ຖ້ວມ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ແມ່ນ​ການ​ອົບ​ພະ​ຍົບ​ອອກ​ຈາກ​ບ້ານ ຄາ​ດາ​ຊິນ​ກາ, ໝູ່​ບ້ານ​ທີ່​ຕັ້ງ​ຢູ່​ກ້ຳ​ຊ້າຍ​ຂອງ​ພາກ​ພື້ນ ເຄີ​ສັນ. ຜູ້​ບຸກ​ລຸກ​ໄດ້​ກໍ່​ໄພ​ພິ​ບັດ​ດ້ວຍ​ການ​ລະ​ເບີດ​ເຂື່ອນ, ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ເຊີນ​ກັບ​ຊະ​ຕາ​ກຳ​ຂອງ​ເຂົາ​ເຈົ້າ​ໃນ​ເມືອງ ແລະ ບ້ານ​ທີ່​ຖືກ​ນ້ຳ​ຖ້ວມ, ແລະຫຼັງ​ຈາກ​ນັ້ນ​ກໍ​ໄດ້​ລະ​ດົມ​ຍິງ​ໃສ່​ເຮືອ​ທີ່​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຄົນ​ໜີ​ອອກ​ໄປ.”

ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ປະ​ກາດ​ການ​ກັກ​ເພື່ອກວດ​ໂຣກ​ໃນ​ເມືອງ​ ໂຮ​ລາ ປ​ຣິ​ສ

​ຕານ ທີ່​ຖືກ​ນ້ຳ​ຖ້ວມ​ເຊິ່ງ ຣັດ​ເຊຍ ໄດ້​ຄອບ​ຄອງ​ໃນ​ພາກ​ພື້ນ ເຄີ​ສັນ, ກີດ​ກັ້ນ​ບໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃດໆ​ເຂົ້າ​ໄປ​ຫາ​ປະ​ຊາ​ຊົນ​ຢູ່​ທີ່​ນັ້ນ.

ຫົວ​ໜ້າ​ຫ້ອງ​ການ​ບໍ​ລິ​ຫານກອງ​ທັບ​ຂອງ​ເມືອງ, ທ່ານນາງ ສວິດ​ລາ​ນາ ລິນ​ນິກ ໄດ້​ກ່າວ​ວ່າ “ເມືອງ​ດັ່ງ​ກ່າວ​ແມ່ນ​ຖືກ​ປິດ. ຣັດ​ເຊຍ ໄດ້​ປິດ​ທາງ​ເຂົ້າ ແລະ ອອກ​ທຸກ​ແຫ່ງ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ເທື່ອ​ວ່າ​ມັນຈະ​ມີ​ການ​ນຳ​ສົ່ງ​ນ້ຳ​ດື່ມ ແລະ ອາ​ຫານຖືກ​ຈັດ​ຂຶ້ນຫຼືບໍ່.”

ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້, ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ທ່ານ​ນາງ ແຮນ​ນາ ມາ​ເລຍ ໄດ້​ກ່າວ​ຫາ​ວ່າເຂື່ອນ ຄາ​ຄອ​ຟ​ກາ ຖືກ​ລະ​ເບີດ​ຖິ້ມ​ໂດຍກອງ​ກຳ​ລັງ ຣັດ​ເຊຍ ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ ພາກ​ພື້ນ​ເຄີ​ສັນ. ​ຂອງ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG