ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ​ຢູ​ເຄ​ຣນ ປະ​ນາມການ​ ຕັດ​ຫົວ​ຄົນ​ຢູ​ເຄ​ຣນ ​ທີ່​ຖືກ​ຈັບ​ໄດ້ ທີ່ຢູ່​ໃນການ​ກ່າວ​ຫາ


(ພາບ​ໃນ​ແຟມ) ທະ​ຫານ​ຢູ​ເຄ​ຣນ​ຢູ່ກອງ​ພັນ 95 ປິດ​ຫູ​ໄວ້ເມື່ອ​ມີ​ສຽງ​ປືນ​ໃຫຍ່​ຍິງ ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນຢູ່​ເຂດ​ແນວ​ໜ້າລີ​ແມນ (Lyman) ຂອງ​ຢູ​ເຄ​ຣນ, ວັນ​ທີ 7 ເມ​ສາ, 2023.
(ພາບ​ໃນ​ແຟມ) ທະ​ຫານ​ຢູ​ເຄ​ຣນ​ຢູ່ກອງ​ພັນ 95 ປິດ​ຫູ​ໄວ້ເມື່ອ​ມີ​ສຽງ​ປືນ​ໃຫຍ່​ຍິງ ທ່າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນຢູ່​ເຂດ​ແນວ​ໜ້າລີ​ແມນ (Lyman) ຂອງ​ຢູ​ເຄ​ຣນ, ວັນ​ທີ 7 ເມ​ສາ, 2023.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ໃນ​ວັນ​ພຸດ​ວານນີ້ ໄດ້​ເປີດ​ການ​ສືບ​ສວນ​ວິ​ດີ​ໂອ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ ທີ່ຕັ້ງ​ໃຈ​ຢາກສະ​ແດງ​ໃຫ້​ເຫັນ​ວ່າ ມີທະ​ຫານ​ຄົນ​ນຶ່ງ​ຂອງກີ​ຢິບຖືກ​ຕັດ​ຫົວ.

ອົງການຂ່າວຕ່າງໆ ບໍ່ສາມາດກວດສອບຄວາມຖືກຕ້ອງຂອງວິດີໂອນັ້ນໄດ້ໃນທັນທີ. ແຕ່ປະທານາທິບໍດີຢູເຄຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່າວຢູ່ໃນຂໍ້ຄວາມຜ່ານ ທາງວີດີໂອວ່າ "ມີບາງສິ່ງບາງຢ່າງທີ່ບໍ່ມີໃຜໃນໂລກນີ້ທີ່​ຈະສາມາດເມີນ​ເສີຍໄດ້: ​ເມື່ອ​ເຫັນວ່າມັນງ່າຍປານໃດທີ່ພວກ​ຊົ່ວຮ້າຍເຫຼົ່ານີ້ຈະເຂັ່ນຂ້າຄົນໄດ້."

ທ່ານເຊ​ເລນ​ສ໌​ກີ ກ່າວ​ວ່າ ​ວິ​ດີ​ໂອນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ "ການ​ປະ​ຫານ​ຊີ​ວິດ​ຄົນຢູ​ ເຄ​ຣນ​ທີ່​ຖືກ​ຈັບ​ໄດ້​" ແລະເວົ້າ​ວ່າ "ທຸກ​ຄົນ​ຕ້ອງໄດ້​ສະ​ແດງ​ປະ​ຕິ​ກິ​ລິ​ຍາໂຕ້​ຕອບ​ມັນ​. ຢ່າຫວັງໄວ້ວ່າມັນຈະຖືກລືມໄປ, ຢ່າ​ຄິດ​ວ່າເວລານັ້ນຈະລ່ວງ​ເລີຍ​ໄປ.”

ວິ​ດີ​ໂອທີ່​ວ່ານັ້ນ ປາ​ກົດ​ວ່າ ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ທີ່​ມີ​ຄວາມ​ເມື່ອຍ​ລ້າ ນຸ່ງ​ຊຸດ​ສີ​ຂຽວ​ທີ່​ມີປ້າຍ​ສີ​ເຫຼືອງຕິດ​ຢູ່​ແຂນ​, ໂດຍ​ປົກ​ກະ​ຕິ​ແມ່ນຊຸດ​ທີ່ນັກລົບ​ຢູ​ເຄ​ຣນນຸ່ງ​. ສຽງ​ຮ້ອງ​ຂອງ​ລາວ ດັງ​ຂຶ້ນ​ກ່ອນ​ທີ່​ຊາຍ​ຄົນ​ນຶ່ງ​ ທີ່​ຢູ່​ໃນຊຸດ​ລາຍ​ທະ​ຫານ​ໃຊ້​ມີດ​ຕັດ​ຫົວ​ລາວ. ຜູ້ຊາຍ ໃນຊຸດ​ລາຍ​ທະ​ຫານ ແລະຜູ້ຊາຍອີກຄົນນຶ່ງຕ່າງ​ກໍ​ເວົ້າພາສາຣັດເຊຍ.

​ອົງ​ການ​ຮັກສາ​ຄວາມໝັ້ນ​ຄົງ​ແຫ່ງ​ລັດ​ຂອງ​ຢູ​ເຄຣນ ​ໄດ້​ເປີດ​ການ​ສືບສວນເລື້ອງນີ້, ອີງ​ຕາມທ່ານວາ​ສ​ຊີ​ລ ມາ​ລິ​ອຸກ (Vasyl Maliuk), ຫົວໜ້າອົງ​ການ​ດັ່ງ​ກ່າວ. ​ເຈົ້າ​ໜ້າ​ທີ່​ກຳລັງ​ສຶກສາ​ເບິ່ງ​ວິ​ດີ​ໂອ ​ເພື່ອ​ຊອ​ກ​ຫາ​ຕົວ​ຜູ້​ທີ່​ຮັບ​ຜິດ​ຊອບເລື້ອງນີ້ ພ້ອມ​ທັງ​ລະ​ບຸ​ຕົວ​ຜູ້​ໄດ້​ຮັບເຄາະ​ຮ້າຍອີກ​ດ້ວຍ.

ທະ​ຫານ​ຢູ​ເຄ​ຣນ​ນັ່ງພັກ​ຜ່ອນສູບ​ຢາໃນ​ເມືອງ​ບັກ​ມຸດດ ເຂດ​ໂດເນດຂອງ​ຢູ​ເຄ​ຣນ, ວັນ​ທີ 12 ເມ​ສາ, 2023
ທະ​ຫານ​ຢູ​ເຄ​ຣນ​ນັ່ງພັກ​ຜ່ອນສູບ​ຢາໃນ​ເມືອງ​ບັກ​ມຸດດ ເຂດ​ໂດເນດຂອງ​ຢູ​ເຄ​ຣນ, ວັນ​ທີ 12 ເມ​ສາ, 2023

ໂຄສົກວັງເຄ​ຣມ​ລິນ, ທ່ານດ​ມິ​ຕ​ຣີ ເພ​ສກັອ​ຟ ເອີ້ນພາບຖ່າຍດັ່ງກ່າວວ່າ “ເປັນຕາ ຢ້ານ” ແຕ່ກໍກ່າວວ່າ ຕ້ອງໄດ້ມີການກວດສອບຄວາມແທ້ຈິງຂອງມັນ.

ຫົວໜ້າດ້ານ​ສິດທິ​ມະນຸດ​ຂອງ​ຢູ​ເຄຣນ, ທ່ານດ​ມິດ​ຕ​ຣີ ລູ​ບີ​ເນດ​ສ໌ (Dmytro Lubinets) ກ່າວ​ວ່າ ທ່ານ​ຈະ​ຮ້ອງ​ຂໍ​ໃຫ້​ຄະນະ​ກຳມະການ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ທຳ​ການສືບສວນເລື້ອງນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG