ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອິນເດຍ ກ່າວວ່າ ຢູເຄຣນ ຮຽກຮ້ອງຂໍເຄື່ອງຂອງດ້ານການແພດ ຈາກຕົນ


ແຟ້ມພາບ - ແພດນາຍທະຫານ ກຳລັງເຄື່ອນຍ້າຍຜູ້ບາດເຈັບໜັກ ໃນການສູ້ລົບກັບພວກບຸກລຸກຂອງຢູເຄຣນ ຢູ່ໃກ້ກັບເມືອງ ເຄຣມເມັນນາ ໃນຂົງເຂດ ລູຮານ ຂອງຢູເຄຣນ ວັນທີ 13 ມັງກອນ 2023.
ແຟ້ມພາບ - ແພດນາຍທະຫານ ກຳລັງເຄື່ອນຍ້າຍຜູ້ບາດເຈັບໜັກ ໃນການສູ້ລົບກັບພວກບຸກລຸກຂອງຢູເຄຣນ ຢູ່ໃກ້ກັບເມືອງ ເຄຣມເມັນນາ ໃນຂົງເຂດ ລູຮານ ຂອງຢູເຄຣນ ວັນທີ 13 ມັງກອນ 2023.

ອິນເດຍ ໄດ້ກ່າວໃນວັນພຸດມື້ນີ້ວ່າ ຢູເຄຣນ ໄດ້ຂໍໃຫ້ຕົນຊ່ອຍເຫຼືອໃນຮູບແບບຂອງການສະໜອງເຄື່ອງຂອງດ້ານມະນຸດສະທຳ ທີ່ລວມມີ ຢາ ແລະອຸປະກອນດ້ານການແພດ.

ກະ​ຊວງການຕ່າງປະເທດຂອງອິນເດຍ ໄດ້ກ່າວວ່າ ການຂໍຮ້ອງດັ່ງກ່າວມີຂຶ້ນໃນຈົດໝາຍສະບັບນຶ່ງ ຈາກປະທານາທິບໍດີ ໂວໂລດີເມຍ ເຊເລນສກີ ຂອງຢູເຄຣນ ທີ່ໄດ້ຖືກນຳສົ່ງໄປຫາ ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ໃນລະຫວ່າງການເດີນທາງຢ້ຽມຢາມອິນເດຍ ໂດຍຮອງລັດຖະມົນຕີຮັບ ຜິດຊອບດ້ານການຕ່າງປະເທດຜູ້ທີນຶ່ງຂອງຢູເຄຣນ ທ່ານນາງ ເອັມມີນີ ດີຊາປາໂຣວາ.

ຖະແຫລງການຈາກກະຊວງການຕ່າງປະເທດຂອງອິນເດຍ ໄດ້ກ່າວວ່າ ທ່ານນາງ ດີຊາປາໂຣວາ ຍັງໄດ້ກ່າວໃນລະຫວ່າງການເຈລະຈາຂອງທ່ານນາງ ວ່າ ການສ້າງສາພື້ນຖານໂຄງລ່າງຂອງຢູເຄຣນຄືນໃໝ່ ອາດຖືເປັນໂອກາດສຳລັບບໍລິສັດທັງຫຼາຍຂອງອິນເດຍ.

ທ່ານນາງ ດີຊາປາໂຣວາ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ ໃນລະຫວ່າງການຢ້ຽມຢາມຂອງທ່ານນາງ ວ່າ ຢູເຄຣນ ຫວັງວ່າ ອິນເດຍ “ຢູ່ເບື້ອງທີ່ຖືກຕ້ອງ ໃນຊ່ວງທີ່ເປັນປະຫວັດການນີ້.”

ທ່ານເຊເລນສກີ ໄດ້ກ່າວວ່າ “ພວກເຮົາສາມາດເຮັດຫຼາຍໆຢ່າງຮ່ວມກັນ ກັບຄູ່ພາຄີທັງຫຼາຍເພື່ອປົກປ້ອງປະຊາຊົນ, ຢູເຄຣນ ແລະ ຢູໂຣບທັງໝົດ ແຕ່ວ່າ ອັນນີ້ ກໍບໍ່ໝາຍຄວາມວ່າ ມັນເຖິງເວລາ ທີ່ຈະໃຫ້ຂຶ້ນຢູ່ກັບກຽດຕິຍົດທັງຫຼາຍຂອງພວກເຮົາ.” ທ່ານກ່າວອີກວ່າ “ເສັ້ນທາງແມ່ນຢູ່ຂ້າງໜ້າ. ການເຄື່ອນໄຫວແມ່ນຢູ່ຂ້າງໜ້າ ສິ່ງທີ່ຕ້ອງການຄືຄວາມສາມັກຄີ ຈາກພວກເຮົາ ຫຼາຍກວ່າໃນເມື່ອກ່ອນ, ການສຸມໃສ່ ທີ່ຫຼາຍກວ່າ ໃນເມື່ອກ່ອນ.”

India said Wednesday that Ukraine has asked for its help in the form of humanitarian supplies, including medicine and medical equipment.

India’s foreign ministry said the request came in a letter from Ukrainian President Volodymyr Zelenskyy to Indian Prime Minister Narendra Modi delivered during a visit to India by Ukraine’s First Deputy Minister of Foreign Affairs Emine Dzhaparova.

The Indian foreign ministry statement said Dzhaparova also mentioned during her talks that rebuilding Ukraine’s infrastructure could represent an opportunity for Indian companies.

Dzhaparova tweeted during his visit that Ukraine is counting on India “being on the right side at a historic moment.”

Zelenskyy, in his nightly address Tuesday, called on the people of Ukraine and Ukraine’s allies to not lose focus or relax at this stage of the conflict.

“We managed to do a lot together with our partners to protect people, Ukraine, and the whole of Europe, but this doesn't mean it's time to rest on our laurels,” Zelenskyy said. “The path is ahead. The movement is ahead, something that requires no less unity from us than before, no less focus than before.”

XS
SM
MD
LG