ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດ: ອົງ​ການ IAEA ກ່າວວ່າ ລະເບີດຕໍ່​ຕ້ານ​ບຸກ​ຄົນ ໄດ້ພົບເຫັນຢູ່ບໍລິເວນໂຮງໄຟ​ຟ້ານິວເຄລຍ


ຮູບພາບເຜີຍແຜ່ໂດບກະຊວງປ້ອງກັນປະເທດເບລາຣຸສ ວັນທີ 14 ກໍລະກົດ 2023 ທີ່ເຫັນທະຫານເບລາຣຸສ ກຳລັງເຝິກຊ້ອມ ໂດຍພວກທະຫານຮັບຈ້າງແວກເນີ ໃກ້ກັບນະຄອນມິງ ເປລາຣຸສ
ຮູບພາບເຜີຍແຜ່ໂດບກະຊວງປ້ອງກັນປະເທດເບລາຣຸສ ວັນທີ 14 ກໍລະກົດ 2023 ທີ່ເຫັນທະຫານເບລາຣຸສ ກຳລັງເຝິກຊ້ອມ ໂດຍພວກທະຫານຮັບຈ້າງແວກເນີ ໃກ້ກັບນະຄອນມິງ ເປລາຣຸສ

ອົງການ​ພະ​ລັງ​ງານ​ປະລະມານູສາກົນ (IAEA) ກ່າວວ່າ ພະນັກງານໄດ້ເຫັນການວາງລະເບີດ​ຕໍ່​ຕ້ານ​ສ່ວນ​ບຸກ​ຄົນ ຢູ່ບໍລິເວນໂຮງ​ໄຟ​ຟ້ານິວເຄລຍຊາໂປຣິສເຊຍຂອງຢູເຄຣນ.

​ອົງ​ການ IAEA ກ່າວຢູ່ໃນຖະແຫລງການວ່າ ລະເບີດຕໍ່​ຕ້ານ​ສ່ວນ​ບຸກ​ຄົນ ໄດ້​ຖືກ​ພົບເຫັນໃນວັນອາທິດຜ່ານ​ມາ “ຢູ່ເຂດ​ກັນ​ລະຫວ່າງເຂດພາຍໃນ ແລະບໍລິ ເວນກີດຂວງພາຍນອກ.” ອົງການດັ່ງ​ກ່າວເວົ້າວ່າ ບໍ່ໄດ້ເຫັນລະ​ເບີດ “ຢູ່​ໃນ​ບໍ​ລິ​ເວນ​ພາຍໃນຂອງສະຖານທີ່.”

ຣັດເຊຍໄດ້ຄວບຄຸມ​ໂຮງ​ໄຟ​ຟ້າ​ແຫ່ງນີ້ ນັບແຕ່ເລີ້ມຕົ້ນຂັ້ນທຳອິດ ​ໃນການຮຸກຮານຢູເຄຣນ. ອົງ​ການ IAEA ໄດ້ເຕືອນຊໍ້າແລ້ວຊໍ້າອີກຂອງໂອກາດທີ່​ຈະ​ເກີດ​ໄພ​ພິ​ບັດ​ທາ​ດ້ານນິວເຄລຍ ​ໃນ​ຂະ​ນະ​ທີ່​ອົງ​ການ​ດັ່ງ​ກ່າວ​ສະ​ໜັບ​ສະ​ໜຸນ​ໃຫ້​ເອົາ​ມາດ​ຕະ​ທາງ​ດ້ານຄວາມປອດໄພ ແລະ​ຄວາມ​ໝັ້ນ​ຄົງຢູ່ໂຮງ​ໄຟ​ຟ້ານິວເຄລຍທີ່ໃຫຍ່ສຸດຂອງຢູໂຣບ.

ຫົວໜ້າ​ອົງ​ການ IAEA ທ່ານຣາຟາແອລ ໂກຣຊີ ໄດ້ບອກໃຫ້ຊາບ ເຖິງການວາງລະເບີດຊຶ່ງ​ເປັນການຕັດສິນໃຈຂອງທະຫານ ແລະໄດ້​ມີ​ຂຶ້ນຢູ່ໃນເຂດຄວບຄຸມໂດຍທະຫານ.

“ແຕ່ວ່າການມີລະເບີດດັ່ງກ່າວຢູ່ໃນບໍລິເວນ ເປັນເລື້ອງທີ່ບໍ່​ສອດ​ຄ່ອງ ກັບມາດ​ຕະຖານຄວາມປອດໄພ ແລະການແນະນຳຄວາມປອດໄພດ້ານນິວເຄລຍຂອງ​ອົງ​ການ IAEA ແລະຍັງ​ໄດ້ສ້າງ​ຄວາມ​ກົດ​ດັນ​ທາງ​ດ້ານຈິດຕະວິທະຍາໃຫ້ແກ່ພະນັກງານໂຮງງານ ເຖິງແມ່ນວ່າຖ້າຫາກ​ອົງ​ການ IAEA ລິເລີ້ມການຊັງຊາທີ່ໄດ້ອີງໃສ່ການສັງເກດການຂອງຕົນເອງ ແລະການຢັ້ງຢືນຂອງໂຮງງານ ທີ່ວ່າເກີດການລະເບີດໃດໆຂອງລະເບີດເຫລົ່ານີ້ ຈະບໍ່ເປັນຜົນກະທົບຕໍ່ຄວາມປອດໄພດ້ານນິວເຄລຍ ແລະລະບົບຄວາມໝັ້ນ​ຄົງ​ຂອງສະຖານທີ່” ທ່ານໂກຣຊີ ໄດ້ກ່າວ.

ບັນດາຜູ້ຊ່ຽວຊານ​ຂອງ​ອົງ​ການ IAEA ຍັງສືບຕໍ່ສັງເກດການເບິ່ງ​ການ​ສະ​ໜອງ ນໍ້າ ເພື່ອເຮັດເຕົາ​ແຍກ​ຂອງໂຮງໄຟ​ຟ້າເຢັນ ຫລັງຈາກ​ໄດ້​ມີ​ການ​ທຳ​ລາຍ ​ເມື່ອເດືອນມິຖຸນາ ເຂື່ອນກາໂກຟກາ ທີ່ໄດ້ເປັນຜົນກະທົບຕໍ່ອ່າງເກັບນໍ້າຢູ່ໃກ້ກັບໂຮງໄຟ​ຟ້າ ອົງການ IAEA ໄດ້ກ່າວ.

“ຢູ່ສະຖານທີ່​ແຫ່ງນີ້ ຍັງສືບຕໍ່ມີນໍ້າພຽງພໍສຳ​ລັບຫລາຍເດືອນ” ອົງ​ການ IAEA ໄດ້ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG