ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການຫຼ້າສຸດ ໃນຢູເຄຣນ ລມຕ ການຕ່າງປະເທດ ປ​ຸກ​ລະ​ດົມ ເພື່ອໃຫ້ NATO ຮັບເຂົ້າເປັນສະມາຊິກ ກ່ອນໜ້າກອງປະຊຸມສຸດຍອດ


ແຟ້ມພາບ - ພວກທະຫານຢູເຄຣນ ກຽມພ້ອມທີ່ຈະຍິງງປືນໃຫຍ່ M777 howitzer ທີ່ສະໜອງໂດຍ ສະຫະລັດ ໃສ່ຖານທີ່ໝັ້ນຂອງຣັດເຊຍ ຢູ່ໃນຂົງເຂດ ເມືອງຄາກີບ, ຂອງຢູເຄຣນ, ວັນທີ 14 ກໍລະກົດ 2022.
ແຟ້ມພາບ - ພວກທະຫານຢູເຄຣນ ກຽມພ້ອມທີ່ຈະຍິງງປືນໃຫຍ່ M777 howitzer ທີ່ສະໜອງໂດຍ ສະຫະລັດ ໃສ່ຖານທີ່ໝັ້ນຂອງຣັດເຊຍ ຢູ່ໃນຂົງເຂດ ເມືອງຄາກີບ, ຂອງຢູເຄຣນ, ວັນທີ 14 ກໍລະກົດ 2022.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ປຸກ​ລະ​ດົມເພື່ອໃຫ້ເຂົ້າເປັນສະມາຊິກໃນກຸ່ມພັນທະມິດ ອົງການສົນທິສັນຍາແອັດແລນຕິເໜືອ ຫຼື NATO ໃນວັນຈັນວານນີ້ ຂະນະທີ່ບັນດາຜູ້ນຳຂອງເນໂຕ້ ພວມກຽມພ້ອມທີ່ຈະເຕົ້າໂຮມກັນໃນເດືອນກໍລະກົດ ສຳລັບກອງປະຊຸມສຸດຍອດ ຢູ່ໃນລີທົວເນຍ.

“ມີທຸກເຫດຜຜົນທີ່ຈະເອົາບາດກ້າວຢ່າງແຂງຂັນກ່ຽວກັບເລື້ອງຂອງການຮັບເອົາຢູເຄຣນເຂົ້າເປັນສະມາຊິກ ອົງການເນໂຕ້” ນັ້ນແມ່ນຄຳເວົ້າຂອງທ່ານດີມິໂທຣ ຄູເລບາ ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ທີ່ໄດ້ຂຽນລົງໃນທວີດເຕີ ຫຼັງຈາກການປຶກສາຫາລືກັບ ລັດຖະມົນຕີການຕ່າງປະເທດຂອງການາດາ ທ່ານນາງ ເມລາເນຍ ຈໍລີ. ທ່ານກ່າວອີກວ່າ “ພວກເຮົາກຳລັງເຮັດວຽກກັບພັນທະມິດທັງໝົດເພື່ອບັນລຸຜົນທີ່ດີທີ່ສຸດ ຊຶ່ງອາດເປັນໄປໄດ້ສຳລັບຢູເຄຣນ ແລະ ຄວາມໝັ້ນຄົງຂອງເຂດຢູໂຣບ ຫາ ແອັດແລນຕິກ.

ບັນດາສະມາຊິກຂອງເນໂຕ້ ໄດ້ຕົກລົງໃນປີ 2008 ທີ່ວ່າ ຢູເຄຣນ ໃນທີ່ສຸດແລ້ວ ຈະເຂົ້າຮ່ວມໃນອົງການເນໂຕ້ ແລະ ຫົວໜ້າຂອງກຸ່ມພັນທະມິດ ທ່ານເຈັນ ສໂຕເທັນເບີກ ກໍໄດ້ເນັ້ນຢ້ຳເຖິງທ່າທີອັນນັ້ນ ຕະຫຼອດໄລຍະບັນຫາຂັດແຍ້ງທີ່ຣັດເຊຍ ໄດ້ເລີ້ມບຸກລຸກຢູເຄຣນ ເມື່ອປີກາຍນີ້.

ແຕ່ທ່ານສໂຕເທັນເບີກ ໄດ້ກ່າວວ່າ ການເຂົ້າຮ່ວມໃນອົງການເນໂຕ້ຂອງຢູເຄຣນ ຈະບໍ່ເກີດຂຶ້ນໃນຂະນະທີ່ ບັນຫາຂັດແຍ້ງກຳລັງດຳເນີນຢູ່ຕໍ່ເນື່ອງ ແລະໄດ້ກ່າວເມື່ອອາທິດແລ້ວນີ້ ໃນການກະກຽມຕ່າງໆສຳລັບກອງປະຊຸມສຸດຍອດໃນນະຄອນ ວີລນີອັສ (Vilnius) ວ່າ “ພວກເຮົາຈະບໍ່ປຶກສາຫາລືຕໍ່ເລື້ອງການເຊື້ອເຊີນຢ່າງເປັນທາງການ.” “ຢູ່ທີ່ກອງປະຊຸມສຸດຍອດ ພວກເຮົາຈະຕົກລົງກັນ ໃນຊຸດການຊ່ອຍເຫຼືອຫຼາຍປີ ແລະການຍົກລະດັບຄວາມສຳພັນດ້ານການເມືອງຂອງພວກເຮົາກັບຢູເຄຣນ” ທ່ານສໂຕເທັນເບີກ ໄດ້ກ່າວໃນວັນຈັນວານນີ້ ໃນລະຫວ່າງການເດີນທາງຢ້ຽມຢາມລີທົວເນຍ.

ທ່ານກ່າວຕື່ມວ່າ “ອັນນີ້ ຈະນຳເອົາຢູເຄຣນ ໃກ້ເຂົ້າມາຫຼາຍຂຶ້ນ ໃນສະຖານະອັນຊອບທຳຂອງຕົນຢູ່ໃນອົງການເນໂຕ້.” ທ່ານໂວໂລດີເມຍ ເຊເລັນສກີ ປະທານາທິບດໍດີຂອງຢູເຄຣນ ໄດ້ພົບປະກັບກຳລັງທະຫານ ແລະມອບລາງວັນຕ່າງໆ ໃນະຫວ່າງການຢ້ຽມຢາມຂົງເຂດພາກຕາເວັນອອກຂອງໂດເນສ. ທ່ານເຊເລັນສກີ ໄດ້ກ່າວຢູ່ໃນ ຖະແຫລງການຂອງຄ່ຳຄືນ ວ່າ ກຳລັງທະຫານລວມທັງພວກທີ່ພົວພັນໃນການສູ້ລົບຢູ່ເມືອງບັກມຸຕ.

ທ່ານເຊເລັນສກີ ໄດ້ກ່າວວ່າ “ຂ້າພະເຈົ້າຂໍຂອບໃຈໝົດທຸກຄົນຜູ້ທີ່ດຽວນີ້ ກຳລັງຕໍ່ສູ້ເພື່ອຢູເຄຣນ ຜູ້ທີ່ກຽມພ້ອມທີ່ຈະສູ້ລົບ ຜູ້ທີ່ກຳລັງປະຕິບັດການໃນພາລະກິດຕ່າງໆ ຜູ້ທີ່ປະຈຳການໃນສະໜາມລົບຢູ່ແຫ່ງຕ່າງໆ....ພວກຄົນທັງໝົດຜູ້ທີ່ກຳລັງຟື້ນຟູຈາກບາດແຜຕ່າງໆຢູ່ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG