ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ສະ​ໜອງ​ການ​ຊ່ວຍ​ເຫຼືອອີກ 2.6 ຕື້​ໂດ​ລາ ໃຫ້ ຢູ​ເຄ​ຣນ


​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ຊ້າຍ, ແລະ ທູດ​ລະ​ດັບ​ສູງ​ສຳ​ລັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ນະ​ໂຍ​ບາຍ​ດ້ານ​ຄວາມ​ປອດ​ໄພ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັ​ຟ ບໍ​ແຣ​ລ ກ່າວ​ຄຳ​ປາ​ໄສ​, 4 ເມ​ສາ 2023.
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ຊ້າຍ, ແລະ ທູດ​ລະ​ດັບ​ສູງ​ສຳ​ລັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ນະ​ໂຍ​ບາຍ​ດ້ານ​ຄວາມ​ປອດ​ໄພ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັ​ຟ ບໍ​ແຣ​ລ ກ່າວ​ຄຳ​ປາ​ໄສ​, 4 ເມ​ສາ 2023.

ສະ​ຫະ​ລັດ ໄດ້​ສະ​ໜອງ​ໂຄງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ​ມູນ​ຄ່າ ສອງ​ພັນຫົກ​ຮ້ອຍ​ລ້ານ​ໂດ​ລາ​ໃຫ້ ຢູ​ເຄ​ຣນ ທີ່​ລວມ​ມີ​ລູກ​ປືນ​ສຳ​ລັບ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ ແພັດ​ທ​ຣີ​ອັອດ (Patriot) ແລະ ເຣ​ດ້າກ​ານກວດ​ກາ​ສາມ​ໜ່ວຍ.

ໂຄງ​ການ​ດັ່ງ​ກ່າວ​ຍັງ​ລວມ​ມີ​ລູກ​ປືນຫຼາຍ​ຮ້ອຍ​ພັນ​ລູກ​ພ້ອມ​ກັບ​ລູກ​ປືນ​ໃຫຍ່ 155 ມມ, ເຊິ່ງກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ສືບ​ຕໍ່​ໃຊ້​ຢ່າງວ່ອງ​ໄວ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຕອບ​ໂຕ້ຕໍ່​ການ​ບຸກ​ລຸກ​ທີ່​ຜິດ​ກົດ​ໝາຍ​ຂອງ ຣັດ​ເຊຍ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຄົນ​ນຶ່ງ, ຜູ້​ທີ່​ໄດ້​ລົມ​ກັບ​ນັກ​ຂ່າວ​ໂດຍບໍ່​ປະ​ສົງ​ອອກ​ຊື່, ໄດ້​ກ່າວວ່າ​ອຸ​ປະ​ກອນ​ໃໝ່​ໃນ​ໂຄງ​ການ​ດັ່ງ​ກ່າວ​ເຊັ່ນ​ລົດ​ບັນ​ທຸກ​ຕິດ​ປືນ 30 ມມ ເກົ້າ​ຄັນ​ສາ​ມາດ “ກວດ​ຫາ ແລະ ສະ​ກັດ​ກັ້ນ​ເຮື​ອ​ບິນບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ ເຊັ່ນໂດ​ຣນ ຊາ​ເຮັດ (Shahed) ທີ່​ຖືກ​ຜ​ະ​ລິດ​ໂດຍ ອີ​ຣ່ານ” ທີ່ ມົ​ສ​ກູ ​ໄດ້ໃຊ້​ໃນ​ການ​ຕໍ່​ສູ້​ປັດ​ຈຸ​ບັນ​ນີ້.

ໂຄງ​ການ​ຊ່ວຍ​ເຫຼືອ​ປະ​ມານ 500 ລ້ານ​ໂດ​ລາ​ທີ່​ຖືກ​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ຈະ​ສະ​ໜອງ​ລູກ​ປືນ ແລະ ອຸ​ປະ​ກອນ​ຈາກ​ຄັງ​ກອງ​ທັບ ສະ​ຫະ​ລັດ ດ້ວຍ​ການ​ໃຊ້​ອຳ​ນາດ​ເບີກ​ຖອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ. ອີ​ກ​ໂຄງ​ການ​ນຶ່ງ​ມູນ​ຄ່າ ສອງ​ພັນ​ນຶ່ງ​ຮ້ອຍ​ລ້ານ​ໂດ​ລາ ຈະ​ຊື້​ລູກ​ປືນ ແລະ ອາ​ວຸດຫຼາກຫຼາຍ​ຊະດິດ​ສຳ​ລັບ ຢູ​ເຄ​ຣນ ໃນ​ອະ​ນາ​ຄົດ.

ສະ​ຫະ​ລັດ ຕອນນີ້​ໄດ້​ສັນ​ຍາ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອ​ດໄພ​ມູນ​ຄ່າຫຼາຍກວ່າ 30 ຕື້​ໂດ​ລາ​ໃຫ້​ ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ໄດ້​ເລີ່ມ​ຂຶ້ນ. ເວ​ລາ​ຖືກ​ພິ​ຈາ​ລະ​ນາ​ເປັນ​ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ​ ຫຼື GDP ຂອງ​ປະ​ເທດ​ຜູ້​ບໍ​ລິ​ຈາກ​ນັ້ນ, ສະ​ຫະ​ລັດ ຢູ່​ໃນ​ອັນ​ດັບທີ 10 ໃນ​ການ​ບໍ​ລິ​ຈາກ​ດ້ານ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ​ໃຫ້ ກີ​ຢິບ.

ໃນ​ຂະ​ນະ​ດຽວ​ກັນ, ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈເຊັ​ຟ ບໍ​ແຣ​ລ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ບັນ​ດາ​ຜູ້​ນຳ ຢູ​ເຄ​ຣນ ໄດ້​ສົ່ງ​ຂໍ້​ຄວາມ​ຫາ ຈີນ ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ຕໍ່​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ.

ໃນ​ການ​ກ່າວ​ຄຳ​ປາ​ໄສຢູ່ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ, ບ່ອນ​ທີ່​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ແມ່ນ​ກຳ​ລັງ​ປະ​ຊຸມ​ກັນ​, ແລະ ກ່ອນ​ການ​ຢ້ຽມ​ຢາມ​ຈີນ​ຂອງ​ທ່ານ​ໃນ​ອາ​ທິດ​ໜ້າ​ນັ້ນ, ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ ​ສະ​ຫະ​ພາບ​ຢູ​ໂຣບ​ແມ່ນ​ໄດ້ “ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່ ຈີນ ວ່າ​ຖາ​ນະ​ຂອງ​ເຂົາ​ເຈົ້າ​ ໃນ​ຄວາມ​ໂຫດ​ຮ້າຍ ແລະ ອາ​ຊະ​ຍາ​ກຳ​ສົງ​ຄາມ​ຂອງ ຣັດ​ເຊຍ ຈະ​ພິ​ຈາ​ລະ​ນາ​ຄຸນ​ນະ​ພາບ​ຂອງ​ສາຍ​ພົວ​ພັນ​ຂອງ​ພວກ​ເຮົາ​ກັບ ປັກ​ກິ່ງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG