ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດ: ​ສະ​ຖາ​ນະ​ການ 'ສຸກເສີນ' ໂຈະການສັນຈອນໄປ​ມາ ຢູ່ຂົວຂ້າມໄປຫາແຫຼມໄຄຣເມຍ


ກຳປັ່ນທີ່ປະກອບອາວຸດ ກຳລັງລ່ອງຜ່ານໄກ້ກັບຂົວຂ້າມ July 17, 2023.
ກຳປັ່ນທີ່ປະກອບອາວຸດ ກຳລັງລ່ອງຜ່ານໄກ້ກັບຂົວຂ້າມ July 17, 2023.

ພວກເຈົ້າໜ້າທີ່ຣັດເຊຍກ່າວໃນວັນຈັນມື້ນີ້ວ່າ ຂົວທີ່ສຳຄັນເຊື່ອມ​ຕໍ່ຣັດເຊຍແລະ​ ແຫຼມໄຄຣເມຍ ໄດ້ຮັບ​ຄວາມ​ເສຍ​ຫາຍໃນ​ສະ​ຖາ​ນະ​ການ “ສຸກເສີນ” ທີ່ໄດ້ຢຸດການສັນຈອນໄປ​ມາ ທ່າມກາງທີ່​ມີລາຍງານຂອງ​ສຽງລະເບີດແຕກ.

ຂົວ​ທີ່ເຊື່ອມຕໍ່ຂົງເຂດກຣາສໂນດາຂອງຣັດເຊຍ ​ກັບ​ແຫຼມໄຄຣເມຍຂອງ​ຢູ​ເຄ​ຣນ ທີ່​ຣັດເຊຍ​ໄດ້ພະໜວກເອົາໃນປີ 2014 ໃນການເຄື່ອນໄຫວທີ່ບໍ່ໄດ້ຖືກຮັບຮູ້ໂດຍປະຊາຄົມສາກົນ. ຂົວໄດ້ໃຊ້​ເປັນ​ເສັ້ນ​ທາງ​ສຳ​ຄັນເພື່ອສົ່ງ​ຍຸດ​ທະ​ປັດ​ໄຈ ໄປໃຫ້ກຳລັງທະຫານຣັດເຊຍ ໃນ​ການຮຸກຮານຢູເຄຣນ.

ກະຊວງຂົນສົ່ງຂອງຣັດເຊຍກ່າວຢູ່ເຕເລກຣາມວ່າ ໄດ້ມີຄວາມເສຍຫາຍແກ່ຖະໜົນ ຢູ່ໃນສ່ວນຂອງຂົວໃກ້ກັບ​ແຫຼມໄຄຣເມຍ ​ໂດຍປາດສະຈາກການອະທິບາຍເຖິງສາເຫດ.

ພວກເຈົ້າໜ້າທີ່ຣັດເຊຍກ່າວວ່າ ສອງຄົນໄດ້ເສຍຊີວິດ ແລະລູກສາວເຂົາເຈົ້າໄດ້ຮັບບາດເຈັບຢູ່ເທິງຂົວໃນວັນຈັນມື້ນີ້.

ຂົວໄດ້ຮັບຄວາມເສຍຫາຍມາກ່ອນໃນເດືອນຕຸລາປີກາຍນີ້ ຈາກ​ເຫດລະເບີດແຕກທີ່ຣັດເຊຍໄດ້​ຖິ້ມ​ໂທດ​ໃສ່ຢູເຄຣນ.

ເຈົ້າໜ້າທີ່ປ້ອງກັນປະເທດຢູເຄຣນຄົນນຶ່ງກ່າວໃນວັນຈັນມື້ນີ້ວ່າ ກອງທັບຂອງ

ຕົນ​ຢຶດ​ຄືນໄດ້​ພື້ນ​ທີ່ 18 ຕາລາງກິໂລແມັດໃນລະຫວ່າງອາທິດທີ່ຜ່ານມາ ແລະ 210 ຕາລາງກິໂລແມັດ ຈາກກຳລັງຣັດເຊຍ ນັບແຕ່ໄດ້ເລີ້ມເປີດ​ສາກ​ບຸກໂຈມຕີ​ຕອບ​ໂຕ້​ຄືນ​ໃນເດືອນແລ້ວນີ້.

ພື້ນ​ທີ່​ຢຶດ​ໄດ້ຮວມທັງ 7 ຕາລາງກິໂລແມັດ ຢູ່ເຂດບາກມຸດ ທາງພາກຕາເວັນອອກຂອງຢູເຄຣນ. ກຳລັງຣັດເຊຍໄດ້ຄວບຄຸມເມືອງບາກມຸດນັບແຕ່ເດືອນພຶດ ສະພາ.

ຢູ່ທາງພາກໃຕ້ຢູເຄຣນ ຮອງລັດຖະມົນຕີປ້ອງກັນປະເທດ ທ່ານ​ນາງຮານນາ ມາລິອາ ກ່າວວ່າ ພວກນັກລົບຢູເຄຣນໄດ້ຢຶດ​ເອົາ 11 ຕາລາງກິໂລແມັດກັບຄືນ​ມາ ໃນຂະນະທີ່ເຂົາເຈົ້າ​ບຸກຄືບໜ້າໄປສູ່ບັນດາເມືອງຕ່າງໆຂອງ​ເມືອງເບີດແຢງ ແລະເມລີໂຕໂ​ປນ.

ທ່ານ​ນາງມາລິອາ ຍັງກ່າວວ່າ ກຳລັງຣັດເຊຍໄດ້​ບຸກຄືບໜ້າໄປສູ່ເມືອງກູປຽນຢູ່ໃນຂົງເຂດ​ຄາກິບ ທາງພາກຕາເວັນອອກຢູເຄຣນ.

ອາ່ນຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG