ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດຢູເຄຣນ: ຊິ້ນສ່ວນ​ຕົກ​ມາທຳລາຍ ​ບ້ານ​ເຮືອນ​ໃນກິຢິບ ຫລັງຈາກຢູເຄຣນຍິງເຮືອບິນ ບໍ່ມີຄົນຂັບຂ​ອງຣັດເຊຍຕົກ


ຊາວເມືອງພາກັນຍົກຍ້າຍ ເບິ່ງອາພາດເມັນເຂົາເຈົ່້າຫລາຍຊັ້ນ ທີ່ຖືກທຳລາຍຈາກການໂຈມຕີ ໃນນະຄອນກິຢິບ ປະເທດຢູເຄນ ວັນທີ 30 ພຶດສະພາ 2023
ຊາວເມືອງພາກັນຍົກຍ້າຍ ເບິ່ງອາພາດເມັນເຂົາເຈົ່້າຫລາຍຊັ້ນ ທີ່ຖືກທຳລາຍຈາກການໂຈມຕີ ໃນນະຄອນກິຢິບ ປະເທດຢູເຄນ ວັນທີ 30 ພຶດສະພາ 2023

ຣັດເຊຍໄດ້ດຳ​ເນີນງານ ​ໃນອັນທີ່ພວກເຈົ້າໜ້າທີ່ຢູເຄຣນຮ້ອງວ່າ “ເປັນການ ໂຈມຕີຂະ​ໜາດໃຫຍ່” ໃນຕອນເຊົ້າວັນອັງຄານມື້ນີ້ທີ່ແນເປົ້າໝາຍໃສ່ນະຄອນ ກີຢິບ ດ້ວຍເຮືອບິນບໍ່ມີຄົນຂັບຫລາຍກວ່າ 20 ລຳ ທີ່ໜ່ວຍປ້ອງກັນ​ໄພ​ທາງອາກາດຂອງຢູເຄຣນ ໄດ້ທຳລາຍ.

ທ່ານເຊີຮີ ພັອບໂກ ​ຜູ້​ບັນ​ຊາ​ການ​ທະຫານ​ໃນ​ເຂດກີຢິບ ກ່າວຢຸູ່ໃນເຕເລກຣາມວ່າ ຫລັງຈາກຫລາຍມື້ຂອງການໂຈມຕີທາງອາກາດຂອງຣັດເຊຍ ທີ່ໄດ້ໃຊ້ເຮືອ ບິນບໍ່ມີຄົນຂັບ ແລະລູກສອນໄຟ ປະສົມປະສານກັນ ຣັດເຊຍໄດ້ກາງ​ຕໍ່ແຕ່ເຮືອ ບິນບໍ່ມີຄົນຂັບ ຊາເຮັດ ທີ່ເຮັດໂດຍອີຣ່ານທັງ​ໝົດ ໃນ​ການເປັນຄັ້ງທີ 17 ​ຕໍ່ນະຄອນຫລວງຢູເຄຣນ ໃນເດືອນພຶດສະພາ.

ຢູເຄຣນ ໄດ້ໃຫ້ຂໍ້ສັງເກດຊໍ້າແລ້ວຊໍ້າອີກຂອງການຍິງເຮືອບິນບໍ່ມີຄົນຂັບຕົກທັງໝົດ ທີ່ຣັດເຊຍໄດ້ສົ່ງມາ​ໂຈມ​ຕີກິຢິບ ແຕ່ວ່າ​ຊິ້ນສ່ວນຂອງລູກສອນໄຟມັກຕົກ ລົງມາໃສ່ຕຶກອາຄານຢູ່ທາງພາກພື້ນດິນ.

ທ່ານພັອບໂກ ກ່າວວ່າສິ້ນສ່ວນຈາກການໂຈມຕີຂອງວັນອັງຄານ ໄດ້ຕຳໃສ່ຕຶກອາພາດເມັນ ແລະເຮັດໃຫ້ເກີດໄຟໄໝ້ ມີ​ຜູ້ເສຍຊີວິດຢ່າງໜ້ອຍນຶ່ງຄົນ ແລະໄດ້ຮັບບາດເຈັບອີກສາມຄົນ. ​ຍິ່ງໄປກວ່ານັ້ນ ​ຊິ້ນສ່ວນຍັງໄດ້ທຳລາຍລົດ ແລະເຮືອນນຶ່ງຫລັງ ທີ່ຢູ່ໃນອີກສ່ວນຂອງເມືອງ ທີ່ທ່ານໄດ້ກ່າວເພີ້ມ.

ກຳລັງຣັດເຊຍ ໄດ້ແນເປົ້າໝາຍໃສ່ກີຢິບ ໃນ​ການ​ລະ​ດົມ​ຍິງ​ໂຈມ​ຕີ ຢ່າງໜັກ ໜ່ວງ ກ່ອນໜ້າການຄາດໝາຍໂຈມຕີຂອງຢູເຄຣນທີ່ບັນດາຜູ້ນຳກິຢິບໄດ້ກ່າວ ເພື່ອ​ຈະ​ຢຶດເອົາດິນແດນ ທີ່ຣັດເຊຍໄດ້ຍຶດເອົາໄປນັ້ນ ຄືນ​ມາ ຢູ່ທາງພາກຕາ ເວັນອອກຂອງຢູເຄຣນ ນັບແຕ່ໄດ້ເລີ້ມການຮຸກຮານຢ່າງເຕັມທີ່ໃນເດືອນກຸມພາ ປີ 2022.

“ການໂຈມຕີກໍ່ການຮ້າຍໃນ​ແຕ່​ລະ​ເທື່ອໄດ້​ເຮັດ​ໃຫ້ພວກເຮົາແລະໂລກເຫັນແຈ້ງ ວ່າເປັນການສະຫລຸບແບບ​ງ່າຍໆ: ຣັດເຊຍຕ້ອງການຕິດຕາມເສັ້ນທາງຜີມານໄປສູ່ການສິ້ນສຸດ ນັ້ນຄື ການປະລາໄຊ ເພາະວ່າຜີມານບໍ່ສາມາດໄດ້ຮັບການສິ້ນສຸດໃດໆ ແຕ່ປະລາໄຊ” ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ໄດ້ກ່າວຢູ່ໃນຖະແຫລງການໃນຕອນແລງວັນຈັນວານນີ້. “ໂລກຕ້ອງເຫັນ ພວກ​ທີ່ໂຫດຮ້າຍກຳລັງສູນເສຍ.”

ໃນ​ອີກ​ດ້ານ​ນຶ່ງ ເຈົ້າຄອງນະຄອນຫລວງຮັດເຊຍ ໄດ້ກ່າວວ່າ ເຮືອບິນບໍ່ມີຄົນຂັບ ໄດ້ສ້າງຄວາມເສຍຫາຍເລັກນ້ອຍ ລະຫວ່າງການໂຈມຕີໃນວັນອັງຄານມື້ນີ້ໃສ່ມົສກູ.

ເຈົ້າ​ຄອງ​ນະ​ຄອນ​ຫຼວງ ທ່ານເຊີເກ ໂຊບີຢານິນ ໄດ້ກ່າວຢູ່ໃນຖະແຫລງການວ່າ ການໂຈມຕີໄດ້ເກີດຂຶ້ນເວລາເຊົ້າມຶືດ ແລະປະ​ຊາ​ຊົນໄດ້ຍົກຍ້າຍອອກຈາກສອງຕຶກອາຄານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG