ເຈົ້າໜ້າທີ່ຢູເຄຣນ ພົບສົບຜູ້ເສຍຊີວິດຢູ່ໃນຊາກຫັກເພຂອງຮ້ານອາຫານພິດຊາ ທີ່ຕັ້ງຢູ່ໃນເມືອງກຣາມາທອສ ທາງທິດຕາເວັນອອກຂອງປະເທດ, ເຮັດໃຫ້ມີຜູ້ເສຍຊີວິດຈາກການໂຈມຕີໂດຍລູກສອນໄຟຂອງຣັດເຊຍ ມີຈໍານວນລວມທັງໝົດ 12 ຄົນ.
ເຈົ້າໜ້າທີ່ຢູເຄຣນກ່າວວ່າ ໃນຈໍານວນຜູ້ເສຍຊີວິດນັ້ນ ລວມມີເດັກນ້ອຍ, ແລະເຮັດໃຫ້ມີຜູ້ບາດເຈັບອີກ 60 ຄົນ ຈາກການໂຈມຕີຄັ້ງນີ້.
ອົງການຕໍ່ຕ້ານການສືບລັບຂອງຢູເຄຣນກ່າວໃນວັນພຸດວານນີ້ວ່າ ພວກເຂົາເຈົ້າ ໄດ້ຈັບຜູ້ຊາຍຄົນນຶ່ງໃນຂໍ້ຫາໃຫ້ການຊ່ວຍເຫຼືອແກ່ ຣັດເຊຍ ສໍາລັບການໂຈມຕີໂດຍກົງໃນຄັ້ງນີ້.
ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວວ່າ ຜູ້ໃດກໍ ຕາມທີ່ຊ່ວຍ ຣັດເຊຍ “ທໍາລາຍຊີວິດ” ສົມຄວນຕ້ອງຮັບໂທດສູງສຸດ.
ທ່ານເຊເລັນສກີ ກ່າວໃນຄຳປາໄສຍາມແລງຂອງທ່ານວ່າ “ທຸກໆຄົນຢູ່ໃນໂລກ ທີ່ບໍ່ເຂົ້າໃຈວ່າ ບໍ່ມີຜູ້ໃດເປັນຜູ້ສົມຮູ້ຮ່ວມຄິດກັບລັດກໍ່ການຮ້າຍໄດ້ ຈະຕ້ອງຮັບຜິດຊອບຕໍ່ປະຊາຄົມສາກົນທັງໝົດ, ນັກສືບ ຈະຕ້ອງຖືກຈັບດ້ວຍຂໍ້ຫາກະບົດ, ແລະຄວາມເປັນໄປໄດ້ທີ່ຈະຖືກລົງໂທດ ໂດຍການຂັງຄຸກຕະຫຼອດຊີວິດ.”
ຜູ້ສົມຮູ້ຮ່ວມຄິດກັບພວກກໍ່ການຮ້າຍ ຈະຕ້ອງຖືກມອງວ່າເປັນຜູ້ທໍລະຍົດຕໍ່ມວນມະນຸດ.
ປະທານາທິບໍດີຂອງໂຄລອມເບຍ ທ່ານກັສຕາໂວ ເປໂຕຣ (Gustavo Petro) ກ່າວໃນວັນພຸດວານນີ້ວ່າ ລັດຖະມົນຕີການຕ່າງປະເທດຂອງທ່ານ ໄດ້ສົ່ງໜັງສືປະທ້ວງໄປຫາ ຣັດເຊຍ ລຸນຫຼັງການໂຈມຕີຢູ່ເມືອງກຣາມາທອສ ໄດ້ເຮັດໃຫ້ “ພົນລະເຮືອນຂອງໂຄລອມເບຍ ທີ່ບໍ່ມີການປ້ອງກັນໃດໆ ໄດ້ຮັບບາດເຈັບສາມຄົນ.”
ທ່ານເປໂຕຣ ຂຽນລົງໃນທະວີດເຕີ້ວ່າ ຣັດເຊຍ “ລະເມີດຕໍ່ສົນທິສັນຍາຂອງສົງຄາມ.”
ຮ້ານອາຫານດັ່ງກ່າວ ເຄີຍເປັນບ່ອນທີ່ບັນດານັກຂ່າວ, ພະນັກງານຊ່ວຍເຫຼືອ ແລະທະຫານ ລວມທັງປະຊາຊົນຢູ່ໃນທ້ອງຖິ່ນ ມັກແວ່ມາທີ່ນີ້. ອົງການບໍລິ ການຄວາມໝັ້ຄົງຂອງຢູເຄຣນ ບໍ່ໄດ້ສະແດງໃຫ້ເຫັນຫຼັກຖານອັນໃດສໍາລັບຂໍ້ກ່າວອ້າງ ຂອງພວກເຂົາເຈົ້າທີ່ວ່າ ຜູ້ຊາຍຄົນນັ້ນ ໄດ້ຖ່າຍວີດີໂອເອົາຮ້ານອາ ຫານ ແລະບອກພວກຣັດເຊຍ ກ່ຽວກັບສະຖານທີ່ດັ່ງກ່າວ. ໃນວັນພຸດວານນີ້, ໂຄສົກຂອງວັງເຄຣັມລິນ ທ່ານດິມິທຣີ ແປສກອບ ກ່າວຊໍ້າແລ້ວຊໍ້າອີກວ່າ ພວກເຂົາບໍ່ໄດ້ມີເປົ້າໝາຍແນໃສ່ພົນລະເຮືອນ.