ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂ່າວຫຼ້າ​ສຸດ​ກ່ຽວ​ກັບ​ຢູ​ເຄ​ຣນ: ການ​ໂຈມ​ຕີ​ ດ້ວຍລູກ​ສອນ​ໄຟ​ທີ່​​ຮ້າຍ​ແຮງ ຂອງ​ຣັດ​ເຊຍ ​ຕໍ່ນະ​ຄອນ​ຫຼວງ​ກີ​ຢິບ


ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ອາ​ຄານ​ຫລັງ​ນຶ່ງ​ຖືກ​ທຳ​ລາຍ​ໂດຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ທີ່​ຖືກ​ຍິງ​ຕົກ​ໃນ​ຂະ​ນະ​ທີ່ທຳ​ການ​ໂຈມ​ຕີ​ຂ້າມ​ຄືນ​ຂອງ​ຣັດ​ເຊຍໃນ​ນະ​ຄອນຫຼວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 1 ມິ​ຖຸ​ນາ, 2023.
ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ອາ​ຄານ​ຫລັງ​ນຶ່ງ​ຖືກ​ທຳ​ລາຍ​ໂດຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ທີ່​ຖືກ​ຍິງ​ຕົກ​ໃນ​ຂະ​ນະ​ທີ່ທຳ​ການ​ໂຈມ​ຕີ​ຂ້າມ​ຄືນ​ຂອງ​ຣັດ​ເຊຍໃນ​ນະ​ຄອນຫຼວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 1 ມິ​ຖຸ​ນາ, 2023.

ບັນດາ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ ​ໄດ້​ແນ​ເປົ້າ​ໝາຍ ໃສ່​ນະຄອນຫຼວງກີ​ຢິບຂອງ​ຢູ​ເຄຣນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 3 ຄົນ ​ແລະ​ບາດ​ເຈັບ​ອີກ 10 ຄົນ.

ກອງທັບ​ຢູ​ເຄຣນ​ກ່າວ​ວ່າ ຕົນ​ໄດ້​ສະກັດ​ກັ້ນ​ລູກ​ສອນ​ໄຟ​ໄລຍະ​ສັ້ນ​ຂອງຣັດ​ເຊຍທັງ​ໝົດ 10 ລູກ​.

ເຈົ້າ​ໜ້າ​ທີ່​ກີ​ຢິບ ກ່າວ​ວ່າ ​ສິ່ງ​ເສດ​ເຫຼືອ​ຈາກ​ລູກ​ສອນ​ໄຟ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້ແກ່​ຕຶກ​ອາ​ພາດ​ເມັນ, ຫ້ອງ​ການ​ແພດ ແລະ​ທໍ່​ນ້ຳປະ​ປາ.

ຣັດ​ເຊຍ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດຢູ່​ເລື້ອຍໆ ໃສ່​ນະ​ຄອນ​ຫລວງກີ​ຢິບ ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ​ໃນ​ຂະນະ​ທີ່​ຢູ​ເຄຣນ​ ໄດ້​ກຽມ​ການ​ໂຈມ​ຕີຕອບ​ໂຕ້ ​ທີ່​ຄາດ​ວ່າ ​ຈະ​ພະຍາຍາມ​ຍຶດເອົາ​ດິນແດນ​ ທີ່​ທະ​ຫານຣັດ​ເຊຍຢຶດ​ເອົາ ​ນັບ​ແຕ່​ໄດ້​ເປີດ​ການ​ບຸກ​ລຸກ​ຢ່າງ​ເຕັມ​ສ່ວນ ​ຕໍ່​ຢູ​ເຄຣນ ​ໃນ​ຕົ້ນ​ປີ​ກາຍນັ້ນ ກັບ​ຄືນ​ມາ.

ຜູ້ປົກຄອງ​ເຂດແບ​ລ​ກາ​ຣອດ (Belgorod) ທາງພາກ​ຕາ​ເວັນ​ຕົກ​ຂອງ​ຣັດ​ເຊຍ ກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ການ​ຍິງ​ປືນ​ໃສ່​ ໃນ​ຄືນວານນີ້​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່ໃນ​ເມືອງເຊ​ເບ​ກິ​ໂນ (Shebekino).

ຜູ້ປົກຄອງເຂດ, ທ່ານ ວ​ຢາ​ເຊ​ສ​ລັ​ຟ ແກ​ລດກ​ອ​ຟ (Vyacheslav Gladkov) ກ່າວໃນເທ​ເລ​ແກ​ຣມ (Telegram) ວ່າ ການໂຈມຕີດັ່ງກ່າວ ໄດ້ທຳລາຍຕຶກ ອາຄານຫຼາຍຫຼັງອີກ​ດ້ວຍ. ທ່ານຖິ້ມໂທດໃສ່ກຳລັງທະ​ຫານຢູເຄຣນ.

ທີ່ນະຄອນຫລວງອັອ​ສ​ໂລ (Oslo) ຂອງ​ນໍ​ເວນັ້ນ ບັນດາລັດຖະມົນຕີການຕ່າງປະ ເທດຂອງອົງການເນໂຕ້ ໄດ້​ປະ​ຊຸມກັນໃນວັນພະຫັດມື້ນີ້ ເພື່ອປຶກສາຫາລືກ່ຽວກັບ ການເພີ່ມທະວີການສະໜັບສະໜຸນຂອງເຂົາເຈົ້າຕໍ່ຢູເຄຣນ ພ້ອມກັບຄວາມປາຖະໜາຂອງຢູເຄຣນ ໃນການເຂົ້າຮ່ວມພັນທະມິດທາງທະຫານ.

ທ່ານ​ເລຂາທິການ​ໃຫຍ່ອົງ​ການ​ເນ​ໂຕ້, ທ່ານເຈນ​ສ໌ ສ​ໂຕນ​ເທັນ​ເບີກ (Jens Stoltenberg) ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ປະ​ເທດ​ພັນທະ​ມິດທັງ​ຫລາຍ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ວຽກ​ງານ​ອັນ​ຮີບ​ດ່ວນ​ທີ່​ສຸດ ​ແລະ ສຳຄັນ​ທີ່​ສຸດ​ໃນ​ເວ​ລານີ້​ແມ່ນຢູເຄ​ຣນຮັກ​ສາອຳນາດ​ອະທິປະ​ໄຕ ​ແລະເອກະລາດໄວ້.” ທ່ານ​ກ່າວ​ອີກວ່າ "ປະທານາທິບໍດີປູ​ຕິນ ຈະ​ບໍ່​ສາ​ມາດຊະນະສົງຄາມນີ້ໄດ້."

​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ການ​ໂຈມ​ຕີ​ດິນ​ແດນຣັດ​ເຊຍ ​ທີ່ຖື​ວ່າ​ເປັນ​ຂອງ​ຢູ​ເຄນນັ້ນ ທ່ານ ສ​ໂຕນ​ເທັນ​ເບີກກ່າວ​ວ່າ ຢູ​ເຄຣນ​ຖືກ​ໂຈມ​ຕີ​ໂດຍຣັດ​ເຊຍ ​ແລະ​ມີ​ສິດ​ປ້ອງ​ກັນ​ຕົວ​ເອງ. ທ່ານ​ກ່າວ​ວ່າ, ປະທານາທິບໍດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ສາມາດ​ຍຸດຕິ​ສົງຄາມ​ນີ້ໄດ້​ໃນທຸກ​ເວລາ, ​ແລະບັນດາ​ຜູ້​ຮັບຜິດຊອບ​ໃນ​ການກໍ່​ອາຊະຍາ​ກຳ​ສົງຄາມ​ຢູ່ໃນ​ຢູ​ເຄ​ຣນ ຕ້ອງ​ຮັບຜິດຊອບຕໍ່​ກາ​ນ​ກະ​ທຳ​ຂອງ​ຕົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG