ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດຢູເຄຣນ: ມີ​ການ​ລະ​ເບີດເຂື່ອນ ຢູ່ທາງພາກໃຕ້ ຂອງຢູເຄຣນ


ຮູບພາບຈາກດາວທຽມສະແດງໃຫ້ເຫັນ ພາກສ່ວນຂອງເຂື່ອນ Nova Khakovka ຢູ່ພາກໃຕ້ຂອງຢູເຄຣນ ແຕກ ວັນທີ 5, ມິຖຸນາ 2023
ຮູບພາບຈາກດາວທຽມສະແດງໃຫ້ເຫັນ ພາກສ່ວນຂອງເຂື່ອນ Nova Khakovka ຢູ່ພາກໃຕ້ຂອງຢູເຄຣນ ແຕກ ວັນທີ 5, ມິຖຸນາ 2023

ຢູເຄຣນ ແລະຣັດເຊຍ ກ່າວຫາຊຶ່ງກັນ ແລະກັນວ່າ ລະເບີດເຂື່ອນທີ່ສຳຄັນແຫ່ງນຶ່ງໃນວັນອັງຄານມືິ້ນີ້ ໃກ້ກັບເມືອງເຄີຊອນ ທາງພາກໃຕ້ຂອງຢູເຄຣນ.

ການ​ທຳ​ລາຍເຂື່ອນກາໂ​ຄບກາ ຢູ່ໃນເຂດຢູເຄຣນທີ່ຄວບຄຸມໂດຍກຳລັງຣັດເຊຍ ໄດ້​ພາ​ໃຫ້​ມີການເຕືອນ ເພືອຍົກຍ້າຍປະ​ຊາ​ຊົນທີ່ຢູ່ເລາະຕາມແມ່ນໍ້າ​ດະນີໂປຣ.

ປະທານາທິບໍດີໂວໂລດີເມຍ ເຊເລນສ໌ກີ ​ໄດ້​ສັ່ງ​ໃຫ້​ເປີດປະຊຸມສຸກເສີນ​ສະ​ພາ ຄວາມປອດໄພແຫ່ງຊາດຂອງທ່ານ ແລະສະພາປ້ອງກັນປະເທດ ເພື່ອ​ຫາ​ລື​ກ່ຽວ​ກັບສະຖານະການ.

“ການ​ທຳ​ລາຍເຂື່ອນໄຟຟ້າກາໂ​ຄບກາ ​ມີ​ແຕ່​ໃຫ້​ການຢືນຢັນສຳລັບໂລກທັງໝົດ ທີ່ເຂົາເຈົ້າຕ້ອງຂັບໄລ່ອອກຈາກດິນແດນ​ຂອງຢູເຄຣນ​ທຸກໆ​ແຫ່ງ” ທ່ານເຊເລນ ສກີໄດ້ຂຽນ​ລົງ​ໃນທວິດ​ເຕີ້. “ບໍ່ມີແຕ່ນຶ່ງແມັດທີ່ຈະປ່ອຍໄວ້ໃຫ້ເຂົາເຈົ້າ ເພາະວ່າ ເຂົາເຈົ້າໃຊ້ທຸກໆແມັດສຳລັບກໍ່ການຮ້າຍ. ມັນເປັນພຽງໄຊຊະນະຂອງຢູເຄຣນ ທີ່ຈະນຳເອົາຄວາມປອດໄພກັບຄືນມາ. ແລະໄຊຊະນະນີ້ຈະມີ​ຂຶ້ນ. ພວກກໍ່ການຮ້າຍຈະບໍ່ສາມາດຢຸດຢູເຄຣນດ້ວຍນໍ້າ ລູກສອນໄຟ ຫລືສິ່ງໃດໆທັງໝົດ.”

ຫົວໜ້າ​ຜູ້​ຊ່ວຍປະທານາທິບໍດີຢູເຄຣນ ທ່ານແອນດຣີ ເຢີມາກ ໄດ້ຂຽນຢູ່ເຕເລ ກຣາມວ່າ ການທຳລາຍເຂື່ອນຂອງຣັດເຊຍ ໄດ້ເປັນ “ການທຳລາຍສິ່ງແວດ ລ້ອມ” ແລະອາດຊະຍາກຳສົງຄາມ.

ພວກເຈົ້າໜ້າທີ່ຣັດເຊຍ ກ່າວວ່າ ການໂຈມຕີຂອງຢູເຄຣນໄດ້ທຳລາຍເຂື່ອນ.

ອົງການມະນຸດສະທຳສະຫະປະຊາຊາດ ໄດ້ຂຽນ​ລົງ​ໃນທວິດ​ເຕີ້ ໃນວັນອັງຄານມື້ນີ້ວ່າ ການ​ທຳ​ລາຍເຂື່ອນ “ເຮັດໃຫ້ພົນລະເຮືອນຫລາຍພັນຄົນຕົກຢູ່ໃນອັນຕະ ລາຍ ປ່ອຍໃຫ້ຫລາຍຄົນບໍ່ມີບ້ານເຮືອນ ແລະຄວາມຕ້ອງການຄວາມ​ຊ່ວຍ​ເຫຼືອດ້ານມະນຸດສະທຳທີ່ສຸດ.”

ເລຂາທິການໃຫຍ່ ອົງການເນໂຕ ທ່າເຈັນ ສະໂຕລເ​ຕັນເບິກ ໄດ້ຮ້ອງການ​ທຳ​ລາຍເຂື່ອນ​ນີ້ວ່າ “ເປັນການກະທຳທີ່ໂຫດຮ້າຍ ຊຶ່ງສະແດງໃຫ້ເຫັນອີກເທື່ອນຶ່ງເຖິງຄວາມທາລຸນ​ໂຫດ​ຮ້າຍ ຂອງສົງຄາມຣັດເຊຍຢູ່ໃນຢູເຄຣນ”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG