ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂ່າວຫຼ້າ​ສຸດ: ສົງ​ຄາມ​ຣັດ​ເຊຍ ເຮັດ​ໃຫ້ ​ເດັກ​ນ້ອຍ​ຢູ​ເຄ​ຣນ ລົ້ມ​ຕາຍ ແລະ​ ມີຄວາມ​ທຸກທໍ​ລະ​ມານ

ຊາວ​ບ້ານ​ພາ​ກັນ​ຫາມ​ໂຮງ​ສົບ​ຂອງ​ເດັກ​ນ້ອຍ​ສອງ​ຄົນ ຄື​ນາງ​ໂຊ​ເຟຍ ແລະກິ​ຣິ​ໂລທີ່​ຖືກ​ຂ້າ​ຕາຍ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ ໃນ​ເມືອງ​ອູ​ມານ, ເຂດ Cherkasy ຂອງ​ຢູ​ເຄ​ຣນ​, ພາບ​ຖ່າຍວັນ​ທີ 30 ເມ​ສາ, 2023
ຊາວ​ບ້ານ​ພາ​ກັນ​ຫາມ​ໂຮງ​ສົບ​ຂອງ​ເດັກ​ນ້ອຍ​ສອງ​ຄົນ ຄື​ນາງ​ໂຊ​ເຟຍ ແລະກິ​ຣິ​ໂລທີ່​ຖືກ​ຂ້າ​ຕາຍ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ ໃນ​ເມືອງ​ອູ​ມານ, ເຂດ Cherkasy ຂອງ​ຢູ​ເຄ​ຣນ​, ພາບ​ຖ່າຍວັນ​ທີ 30 ເມ​ສາ, 2023

ການ​ໂຈມ​ຕີ​ຂອງຣັດ​ເຊຍ​ໃນ​ທົ່ວ​ຢູ​ເຄຣນ ​ໄດ້​ສັງຫານ​ເດັກນ້ອຍ​ຢ່າງ​ໜ້ອຍ 477 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ເກືອບຮອດ 1,000 ຄົນ ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ລຸກ​ເມື່ອ​ນຶ່ງ​ປີ​ກ່ອນ, ອີງ​ຕາມອົງການ​ໄອ​ຍະ​ການ​ຢູ​ເຄຣນ ກ່າວ​ໃນ​ວັນ​ອາທິດ ວານ​ນີ້ ​ໃນ​ລາຍ​ງານ​ທີ່​ຂຽນລົງ​ໃນ​ແອັບ​ສົ່ງ​ຂໍ້​ຄວາມ Telegram.

ການ​ເສຍ​ຊີ​ວິດ​ສ່ວນ​ໃຫຍ່​ ໄດ້​ຖືກ​ບັນ​ທຶກ​ຢູ່​ໃນ​ເຂດໂດ​ເນດ (Donetsk) ແລະ ຄາ​ກີບ, ບ່ອນ​ທີ່ມີ​ຜູ້​ໃຫຍ່ 452 ຄົນ ແລະ ເດັກ​ນ້ອຍ 275 ຄົນ​ຖືກ​ຂ້າ​ຕາຍ ​ຫຼື​ໄດ້​ຮັ​ບບາດ​ເຈັບ, ຕາມ​ລໍາ​ດັບ. ບົດ​ລາຍ​ງານ​ກ່າວ​ວ່າ, ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຄາດ​ວ່າ ​ຈະ​ສູງ​ຂຶ້ນ​ເນື່ອງ​ຈາກວ່າ ​ການ​ນັບ​ປັດ​ຈຸ​ບັນ​ບໍ່​ໄດ້​ລວມ​ເອົາ​ຂໍ້​ມູນ​ຈາກ​ເຂດ​ທີ່​ຄອບ​ຄອງ​ຂອງ​ຣັດ​ເຊຍ ຫຼື​ບ່ອນ​ທີ່​ມີ​ການ​ປະ​ທະ​ກັນທີ່​ດຳ​ເນີນໄປຢູ່.​

ໃນ​ວັນ​ອາທິດ​ວານ​ນີ້ ໃນເມືອງອູ​ມານ (Uman)​ ເດັກນ້ອຍ 2 ຄົນທີ່ເສຍ​ຊີວິດ ຢູ່ໃນ​ການ​ໂຈມ​ຕີ​ ໃນ​ວັນ​ສຸກຜ່ານ​ມາ​ແມ່ນ​ຖືກ​ນຳ​ໄປ​ຝັງ​. ມີ​ຄົນເສຍຊີວິດທັງໝົດ 23 ຄົນ, ລວມທັງເດັກນ້ອຍ 6 ຄົນຢູ່ໃນການໂຈມຕີຂອງຣັດເຊຍຕໍ່ຕຶກອາພາດ ເມັນແຫ່ງນຶ່ງໃນເມືອງອູ​ມານ.

(ພາບ​ໃນ​ແຟ​ມ) ທ່ານ​ວ​ລາ​ດິ​ເມຍ ປູ​ຕິນ ພົບ​ກັບທ່ານ​ນາງ Maria Lvova-Belova, ກຳ​ມາ​ທິ​ການ​ກ່ຽວ​ກັບ​ສິດ​ທິ​ຂອງ​ເດັກ​ນ້ອຍຢູ່​ວັງ​ເຄ​ຣມ​ລິນ​ໃນ​ມົ​ສ​ກູ, ວັນ​ທີ 9 ມີ​ນາ, 2022.
(ພາບ​ໃນ​ແຟ​ມ) ທ່ານ​ວ​ລາ​ດິ​ເມຍ ປູ​ຕິນ ພົບ​ກັບທ່ານ​ນາງ Maria Lvova-Belova, ກຳ​ມາ​ທິ​ການ​ກ່ຽວ​ກັບ​ສິດ​ທິ​ຂອງ​ເດັກ​ນ້ອຍຢູ່​ວັງ​ເຄ​ຣມ​ລິນ​ໃນ​ມົ​ສ​ກູ, ວັນ​ທີ 9 ມີ​ນາ, 2022.

ໃນເດືອນແລ້ວນີ້, ຕຳຫຼວດແຫ່ງຊາດຂອງຢູເຄຣນກ່າວວ່າ ມີເດັກນ້ອຍເກືອບ ຮອດ 400 ຄົນ ຫາຍສາບສູນ.

ເດັກນ້ອຍຫຼາຍກວ່າ 19,000 ຄົນຈາກດິນແດນທີ່ຖືກຍຶດຄອງໂດຍຣັດເຊຍຖືກບັງຄັບໃຫ້ເນລະເທດໄປຍັງຣັດເຊຍ. ມາ​ຮອດ​ປັດ​ຈຸ​ບັນ, ຢູ​ເຄ​ຣນດຶງ​ເອົາ​ຄືນ​ມາ​ໄດ້ພຽງ​ແຕ່ 364 ຄົນ​ເທົ່າ​ນັ້ນ, ອີງ​ຕາມອົງ​ການ​ເດັກ​ນ້ອຍ​ໃນ​ສົງ​ຄາມ ຫລື Children of War ຊຶ່ງ​ເປັນຖານຂໍ້ມູນ​ແຫ່ງ​ຊາດ​ຂອງຢູ​ເຄ​ຣນ.

ວັນ​ທີ 17 ມີນາ​ນີ້, ສານ​ອາຍາ​ສາກົນ​ ຫລື ICC ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ​ປະທາ ນາທິບໍດີຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ​ແລະທ່ານ​ນາງ​ມາ​ເຣຍ-ລໂວ​ວາ-ເບ​ໂລ​ວາ (Maria Lvova-Belova), ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ທີ່​ຮັບຜິດຊອບໃນ​ການ​ບັງຄັບ​ໃຫ້​ສົ່ງ​ເດັກນ້ອຍ​ຢູ​ເຄ​ຣນ ໄປ​ຍັງຣັດ​ເຊຍ.

ພາບ​ທີ່​ເຜີຍ​ແຜ່​ອອກ​ມາ​ໂດຍຜູ້​ຜົກ​ຄອງ​ແຂວງ Sevastopol Mikhail Razvozhaev ໃນ​ວັນ​ທີl 29 ເມ​ສາ, 2023 ສະ​ແດງ​ໃຫ້​ເຫັນ​ຄວັນ ແລະ​ແປ​ວ​ໄຟຈາກ​ຖັງ​ໃສ່​ນ້ຳ​ມັນຢູ່​ໃນແຂວງ Sevastopol ໃນ​ແຫລມ​ໄຄ​ຣ​ເມຍ​ທີ່​ຖືກ​ຢຶດ​ຄອງ​ໂດຍ​ຣັດ​ເຊຍ.

ໃນຕົ້ນເດືອນນີ້ຢູ່ທີ່ກອງປະຊຸມຖະ​ແຫລງຂ່າວໃນ​ມົ​ສ​ກູ, ທ່ານ​ນາງ​ມາ​ເຣຍ- ລໂວ​ວາ-ເບ​ໂລ​ວາ (Lvova-Belova) ໄດ້ປະຕິເສດການກ່າວຫາກ່ຽວກັບອາຊະຍາກໍາສົງຄາມຂອງ ICC ວ່າບໍ່​ຖືກ​ຕ້ອງ ໂດຍ​ເວົ້າວ່າ ຄະນະກໍາມະການຂອງທ່ານນາງໄດ້ປະຕິບັດງານ ບົນພື້ນຖານດ້ານມະນຸດສະທໍາ ເພື່ອປົກປ້ອງຜົນປະ ໂຫຍດຂອງເດັກນ້ອຍ ໃນເຂດທີ່ມີການປະຕິບັດງານທາງທະຫານ, ອີງຕາມອົງ ການຂ່າວຣອຍ​ເຕີ​ສ (Reuters).

ກ່ອນ​ໜ້າ​ນີ້ ວັງເຄ​ຣມ​ລິນ​ໄດ້​ເອີ້ນ​ການ​ກະທຳ​ຂອງ ICC ວ່າ “ຮຸນ​ແຮງ ​ແລະ ບໍ່​ສາມາດ​ຮັບ​ເອົາ​ໄດ້.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG