ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງ​ກິດ ຈະ​ສົ່ງ​ລູກ​ສອນ​ໄຟ ແລະ ໂດ​ຣນ​ໂຈມ​ຕີ​ໄລ​ຍະ​ໄກ​ໄປ​ໃຫ້ ຢູ​ເຄ​ຣນ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ ຣິ​ຊີ ຊູ​ນາກ ແລະ ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ພົບ​ປະ​ກັບ​ກອງ​ທະ​ທ​ຫານ​ທີ່​ຖືກ​ຊ້ອມ​ເພື່ອ​ບັນ​ຊາ​ລົດ​ຖັງ Challenger 2 ຢູ່​ຖານ​ທັບ ລັ​ລ​ເວີດ, ເມືອງ ດໍ​ເຊັດ, ປະ​ເທດ ອັງ​ກິດ, 8 ກຸມ​ພາ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ ຣິ​ຊີ ຊູ​ນາກ ແລະ ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ພົບ​ປະ​ກັບ​ກອງ​ທະ​ທ​ຫານ​ທີ່​ຖືກ​ຊ້ອມ​ເພື່ອ​ບັນ​ຊາ​ລົດ​ຖັງ Challenger 2 ຢູ່​ຖານ​ທັບ ລັ​ລ​ເວີດ, ເມືອງ ດໍ​ເຊັດ, ປະ​ເທດ ອັງ​ກິດ, 8 ກຸມ​ພາ 2023.

ອັງ​ກິດ ໄດ້​ປະ​ກາດ​ໂຄງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຊຸດ​ໃໝ່​ສຳ​ລັບ​ຢູ​ເຄ​ຣນ ​ໃນ​ວັນ​ຈັນ​ມື້ນີ້ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ເດີນ​ທາງ​ໄປ​ຮອດ​ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣິ​ຊີ ຊູ​ນາກ.

ການ​ຊ່ວຍ​ເຫຼືອ​ຊຸດ​ໃໝ່​ລວມ​ມີ​ລູກ​ສອນ​ໄປ​ປ້ອງ​ກັນທາງ​ອາ​ກາ​ດຫຼາຍ​ຮ້ອຍ​ລູກ ພ້ອມ​ກັບ​ໂດ​ຣນ​ໂຈມ​ຕີ​ໄລ​ຍະ​ໄກ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ ທວິດ​ເຕີ ວ່າ “ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແມ່ນ​ຜູ້​ນຳ​ໜ້າ ​ເມື່ອ​ເວົ້າ​ເຖິງ​ການ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ​ຢູ່​ພາກ​ພື້ນ​ດິນ ແລະ ໃນ​ອາ​ກາດ. ການ​ຮ່ວມ​ມືນີ້​ຈະ​ສືບ​ຕໍ່​ມື້ນີ້. ຂ້າ​ພະ​ເຈົ້າ​ຈະ​ພົບ​ປະ​ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ທ່ານ ຣິ​ຊີ. ພວກ​ເຮົາ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ທີ່​ສຳ​ຄັນ​ໜ້າ​ຕໍ່​ໜ້າ ແລະ ໃນ​ຄະ​ນະ​ຜູ້​ແທນ.”

ການ​ເຈ​ລະ​ຈາ​ຂອງວັນ​ຈັນ​ມື້ນີ້​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຄະ​ລື​ຫາດ ເຊັກ​ເກີ ທີ່​ຕັ້ງ​ຢູ່​ເຂດ​ຊົນ​ນະ​ບົດ ເຊິ່ງ​ແມ່ນ​ທີ່​ພັກ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ ຊູ​ນາກ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ນີ້​ແມ່ນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ໃນ​ການ​ຕ້ານ​ຢັນ​ຕໍ່​ສົງ​ຄາ​ມ​ທີ່​ໂຫດ​ຮ້າຍ​ຂອງ ຢູ​ເຄ​ຣນ.”

ການ​ຢຸດ​ແວ່​ຂອງ​ທ່ານ ເຊ​ເລັນ​ສ​ກີ ໃນ ອັງ​ກິດ ແມ່ນ​ການ​ຢ້ຽມ​ຢາມ​ບັນ​ດາ​ຄູ່​ຮ່ວມ​ຕ​າ​ເວັນ​ຕົກ​ຄັ້ງຫຼ້າ​ສຸດ​ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ​ຂອງ​ທ່ານ ທີ່​ລວມ​ມີ​ການ​ພົບ​ປະ​ໃນ​ນະ​ຄອນຫຼວງ ປາ​ຣີ, ເບີ​ລິນ ແລະ ໂຣມ.

ຝ​ຣັ່ງ ໄດ້​ປະ​ກາດ​ໃນ​ແລງວັນ​ອາ​ທິດ​ວານນີ້​ວ່າ​ເຂົາ​ເຈົ້າ​ຈະ​ສະ​ໜອງ​ລົດ​ຖັງ, ລົດ​ຫຸ້ມ​ເກາະ ແລະ ການ​ຝຶກ​ຊ້ອມ​ໃຫ້​ທະ​ຫານ ຢູ​ເຄ​ຣນ ໃນ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຄື້ນ​ໃໝ່ ໃນ​ຂະ​ນະ​ທີ່ ຢູ​ເຄ​ຣນ ກະ​ກຽມ​ການ​ໂຈມ​ຕີ​ຕອບ​ໂຕ້ ​ທີ່​ຖືກ​ຄາດ​ໄວ້ ໃນ​ການ​ຕໍ່​ສູ້​ຕ້ານ​ກາ​ນ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG