ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼ້າສຸດໃນຢູເຄຣນ: ການໂຈມຕີຂອງຣັດເຊຍ ສ້າງຄວາມເສຍຫາຍຕໍ່ບັນດາສະຖານທີ່ວັດທະນະທໍາ ແລະ ສາງເກັບອາ​ຫານ​ປະ​ເພດ​ເມັດ


ຄັງສາງເມັດພືດທີ່ຖືກທຳລາຍໂດຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ຖືກພົບເຫັນຢູ່ໃນທ່າເຮືອ, ທ່າມກາງການໂຈມຕີຂອງຣັດເຊຍຕໍ່ຢູເຄຣນ, ໃນເຂດໂອເດຊາ ຂອງຢູເຄຣນ, ວັນທີ 24 ກໍລະກົດ, 2023. (ໜ່ວຍງານຂ່າວຂອງກອງບັນຊາການປະຕິບັດງານພາກໃຕ້ຂອງກຳລັງປະກອບອາວຸດຢູເຄຣນ/ເອກະສານແຈກຢາຍຜ່ານອົງການຂ່າວຣອຍເຕີສ໌)
ຄັງສາງເມັດພືດທີ່ຖືກທຳລາຍໂດຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ຖືກພົບເຫັນຢູ່ໃນທ່າເຮືອ, ທ່າມກາງການໂຈມຕີຂອງຣັດເຊຍຕໍ່ຢູເຄຣນ, ໃນເຂດໂອເດຊາ ຂອງຢູເຄຣນ, ວັນທີ 24 ກໍລະກົດ, 2023. (ໜ່ວຍງານຂ່າວຂອງກອງບັນຊາການປະຕິບັດງານພາກໃຕ້ຂອງກຳລັງປະກອບອາວຸດຢູເຄຣນ/ເອກະສານແຈກຢາຍຜ່ານອົງການຂ່າວຣອຍເຕີສ໌)

ການ​ໂຈມ​ຕີ​ຂອງຣັດ​ເຊຍ ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງຕໍ່​ບັນດາ​ສະຖານ​ທີ່​ວັດທະນະ​ທໍາ​ຂອງ​ຢູ​ເຄຣນ ​ເຊັ່ນ​ດຽວ​ກັນ​ກັບ​ການ​ສະໜອງອາ​ຫານ​ປະ​ເພດ​ເມັດ​ ທີ່ກີຢິບ ​ໄດ້​ສົ່ງ​ໄປ​ຍັງ​ປະ​ເທດ​ທີ່​ທຸກ​ຍາກ.

ຄວາມ​ເສຍ​ຫາຍ​ທີ່​ເພີ່ມ​ຂຶ້ນ​ ໄດ້​ຖືກ​ຍົກ​ຂຶ້ນ​ມາ​ຫາ​ລື ໃນ​ວັນ​ພຸດ​ວານ​ນີ້ ຢູ່​ທີ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ຢູ​ເຄ​ຣນ.

ອີງຕາມ​ອົງການ​ວັດ​ທະນະ​ທຳສະ​ຫະ​ປະ​ຊ​າ​ຊາດ​ຫຼື UNESCO, ນັບ​ແຕ່​ສົງຄາມ​ໄດ້​ເລີ່​ມຂຶ້ນ​ໃນ​ເດືອນ​ກຸມພາ​ປີ 2022, ຢ່າງ​ໜ້ອຍ 274 ສະຖານ​ທີ່ທາງ​ວັດທະ ນະ​ທຳ​ຂອງຢູເຄຣນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ລວມເຖິງສະຖານ​ທີ່​ທາງ​ສາສະໜາ 117 ແຫ່ງ.

"ສະຖານທີ່ທາງສາສະໜາ ຄວນເປັນສະຖານທີ່ນະມັດສະການ, ບໍ່ແມ່ນສະຖານ ທີ່ເຮັດສົງຄາມ," ທ່ານນາງ ນີຮາລ ຊາອາດ (Nihal Saad), ຜູ້ອຳນວຍການອົງການພັນທະມິດພົນລະເຮືອນຂອງອົງການສະຫະປະຊາຊາດກ່າວຕໍ່ສະພາໃນການສະຫຼຸບໂດຍຫຍໍ້ຂອງນາງ.

​ແຕ່​ທ່ານດີມິດທຣີ ໂປລີຢານສກີ (Dmitry Polyansky) ຮອງ​ເອກ​ອັກຄະ​ລັດຖະທູດຂອງຣັດ​ເຊຍປະຈຳສະ​ຫະ​ປະ​ຊາ​ຊາດ​ ກ່າວ​ວ່າ ລັດຖະບານ​ຂອງ​ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກໍາລັງ​ດໍາ​ເນີນ​ການ “ໂຈມ​ຕີ” ​ເພື່ອ​ທຳລາຍ​ສາສະໜາ ອໍໂທດອກ (Orthodoxy) ໃນ​ຢູ​ເຄຣນ.

ທ່ານ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ປະນາມຕໍ່​ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໃນ​ວັນ​ອາທິດນີ້​ ໃສ່​ພະວິຫານທຣານສຟິເຄຊັນ (Transfiguration Cathedral) ຊຶ່ງ​ເປັນ​ສະ​ຖານ​ທີ່​ມໍລະດົກ​ໂລກ​ຂອງ UNESCO ​ໃນ​ເມືອງ ໂອເດຊາ (Odesa) ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ແລະ​ໄດ້ຊີ້​ວ່າ​ເປັນ​ຄວາມ​ຜິດ ​ຂອງ​ຢູ​ເຄຣນ.

"ຖ້າລູກສອນໄຟຂອງຣັດເຊຍ ໂຈມຕີວິຫານຢ່າງແທ້ຈິງ, ດັ່ງທີ່ລັດຖະບານຂອງທ່ານເຊເລັນສກີ ກ້າວອ້າງ, ມັນກໍ່ຈະບໍ່ມີສິ່ງໃດເຫຼືອຢູ່ ໃນພະວິຫານເລີຍ. ແຕ່ມັນໄດ້ຮັບຄວາມເສຍຫາຍແລະບໍ່ໄດ້ຖືກທໍາລາຍທັງໝົດ," ທ່ານ ໂປລີຢານສກີ (Polyansky) ກ່າວຕໍ່ສະພາຄວາມໝັ້ນຄົງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG