ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າ​ສຸດ: ການເຂົ້າເປັນສະມາຊິກເນໂຕ້ ຂອງ​ຢູ​ເຄ​ຣນ ​ທ່າມກາງສົງຄາມ ຈະດຶງເອົາພັນທະມິດທັງໝົດ ເຂົ້າໄປ​ຂັດ​ແຍ້ງ ກັບຣັດເຊຍ


ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ​ຍິງ​ລະ​ບົບ​ຈະ​ຫລວດ BM-21 Grad ທີ່​ຍິງ​ພ້ອມ​ກັນ​ໄດ້​ຫລາຍໆ ລູກ ໄປ​ໃສ່​ເຂດ​ທີ່​ຕັ້ງ​ຕ່າງໆ​ຂອງ​ຣັດ​ເຊຍຢູ່​ໃກ້​ເຂດ​ແນວ​ໜ້າ Zaporizhzhia ຂອງ​ຢູ​ເຄ​ຣນ, ວັນ​ທີ 25 ມິ​ຖຸ​ນາ, 2023.
ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ​ຍິງ​ລະ​ບົບ​ຈະ​ຫລວດ BM-21 Grad ທີ່​ຍິງ​ພ້ອມ​ກັນ​ໄດ້​ຫລາຍໆ ລູກ ໄປ​ໃສ່​ເຂດ​ທີ່​ຕັ້ງ​ຕ່າງໆ​ຂອງ​ຣັດ​ເຊຍຢູ່​ໃກ້​ເຂດ​ແນວ​ໜ້າ Zaporizhzhia ຂອງ​ຢູ​ເຄ​ຣນ, ວັນ​ທີ 25 ມິ​ຖຸ​ນາ, 2023.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວໃນການໃຫ້ສໍາພາດທີ່ອອກອາ ກາດຜ່ານທາງໂທລະພາບ CNN ໃນວັນອາທິດວານນີ້ວ່າ ຖ້າຢູເຄຣນເຂົ້າເປັນສະມາຊິກອົງການ ເນໂຕ້ ກ່ອນທີ່ສົງຄາມຈະສິ້ນສຸດລົງ, ມັນຈະດຶງເອົາປະເທດພັນທະມິດທັງໝົດເຂົ້າໄປສູ່ຄວາມຂັດແຍ້ງກັບຣັດເຊຍ.

ປະທານາທິບໍດີສະຫະລັດ ກ່າວອີກວ່າ ກ່ອນທີ່ຢູເຄຣນຈະຖືກພິຈາລະນາໃຫ້ເຂົ້າເປັນສະມາຊິກຂອງອົງການເນໂຕ້ໄດ້ ມັນຈະຕ້ອງໃຊ້ເວລາເພື່ອໃຫ້ເຮັດໃຫ້ໄດ້ຕາມຄຸນສົມບັດທັງໝົດທີ່ກຳນົດໄວ້ນັບຕັ້ງແຕ່ການຫັນເປັນປະຊາທິປະໄຕ ໄປຈົນເຖິງບັນຫາ ອື່ນໆ.” ໃນຂະນະດຽວກັນ, ທ່ານກໍໄດ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຂອງສະຫະລັດ ທີ່ຈະສະໜອງອາວຸດທີ່ຢູເຄຣນຕ້ອງການໃຫ້ເຂົາເຈົ້າ, ສ້າງຄວາມສາມາດແກ່ເຂົາເຈົ້າ ໃນການປ້ອງກັນຕົວເອງໄດ້.

ທ່ານໄບເດັນ ຈະເດີນທາງໄປຍັງຢູໂຣບໃນອາທິດນີ້ ເພື່ອໄປຢ້ຽມຢາມ 3 ປະເທດເຊິ່ງລວມທັງການເຂົ້າຮ່ວມກອງປະຊຸມສຸດຍອດຂອງເນໂຕ້ ທີ່ນະຄອນຫລວງວິນຽ, ປະເທດລີທົວເນຍໃນວັນທີ 11-12 ກໍລະກົດນີ້. ທ່ານກ່າວວ່າ ບໍ່ມີຄວາມເປັນເອກກະພາບໃນເນໂຕ້ກ່ຽວກັບການນຳເອົາຢູເຄຣນ ເຂົ້າເປັນພັນທະມິດໃນກາງສົງຄາມ, ໂດຍເນັ້ນໜັກວ່າການດຶງເອົາປະເທດໃນເນໂຕ້ມາຮວມຕົວກັນແມ່ນເປັນເລື້ອງສຳຄັນຫລາຍແທ້ໆ.”

ປະທານາທິບໍດີຢູເຄຣນ ທ່ານໂວໂລດິເມຍ ເຊເລນສ໌ກີ ກ່າວໃນວັນອາທິດວານນີ້ ຢູ່ໃນລາຍການ "ອາທິດນີ້" ຂອງໂທລະາບ ABC ວ່າຢູ່ໃນກອງປະຊຸມສຸດຍອດນັ້ນ ທ່ານຫວັງວ່າຈະ "ເຮັດທຸກສິ່ງທຸກຢ່າງທີ່ທ່ານສາມາດເຮັດໄດ້...ເພື່ອເລັ່ງການແກ້ໄຂບັນຫາ ເພື່ອໃຫ້ມີການເຫັນພ້ອມກັນຂອງຄູ່ພາຄີຂອງພວກເຮົາ.”

ທ່ານເຊເລນສ໌ກີ ຍັງໄດ້ຍົກຍ້ອງຄຸນຄ່າຂອງຢູເຄຣນ ໃນຖານະເປັນສະມາຊິກຂອງ ອົງການເນໂຕ້ໃນອະນາຄົດ "ໂດຍທີ່ຈິງແລ້ວ ເປັນກອງ​ທັບທີ່ເຂັ້ມແຂງທີ່ສຸດໃນຢູໂຣບ."

ຊາວຢູເຄຣນເກົ້າສິບເປີເຊັນແມ່ນຢາກເປັນສ່ວນນຶ່ງຂອງເນໂຕ້. ຫຼາຍກວ່າ 90 ເປີເຊັນຂອງຊາວຢູເຄຣນຢາກເປັນສ່ວນນຶ່ງຂອງສະຫະພາບ​ຢູຣົບ," ນັ້ນຄືຄຳເວົ້າຂອງທ່ານ.

ເບິ່ງວີ​ດິ​ໂອ​ທີ່​ເຜີຍ​ແຜ່​ອອກ​ມາ​ໂດຍ Widakuswara:

ສະມາຊິກສະພາສູງ ທ່ານທິມ ເຄນແລະສະມາຊິກສະພາຕ່ຳຂອງສະຫະລັດ ທ່ານນາງບາບາຣາ ລີ ທີ່ສັງກັດພັກເດໂມແຄຣັດທັງສອງຄົນໄດ້ສະແດງຄວາມເປັນຫ່ວງໃນວັນອາທິດວານນີ້ກ່ຽວກັບການຕັດສິນໃຈຂອງທຳນຽບຂາວ ທີ່ຈະສົ່ງ​ກະ​ສຸນ ລູກຫວ່ານ ໄປໃຫ້ຢູເຄຣນເພື່ອຕ້ານການຮຸກຮານຂອງຣັດເຊຍ.

ເບິ່ງວີ​ດິ​ໂອ​ທີ່​ເຜີຍ​ແຜ່​ອອກ​ມາ​ໂດຍ Veronica Balderas Iglesias:

Ahead of NATO Summit, US Defends Sending Cluster Bombs to Ukraine
please wait

No media source currently available

0:00 0:02:43 0:00

ທ່ານເຄນ, ຜູ້ທີ່ນັ່ງຢູ່ໃນຄະນະກໍາມະການກອງ​ທັບຂອງສະພາສູງກ່າວວ່າ ທ່ານມີ "ຄວາມບໍ່ເພິ່ງພໍໃຈຢ່າງແທ້ຈິງພໍສົມຄວນ" ກ່ຽວກັບການຕັດສິນໃຈ ຂອງສະຫະລັດ ເພາະວ່າມັນສາມາດກະຕຸ້ນໃຫ້ປະເທດອື່ນ ມອງຂ້າມສົນທິສັນຍາສາກົນທີ່ຫ້າມການໃຊ້ກະ​ສຸນດັ່ງກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG