ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວ​ຫຼ້າ​ສຸດ​ກ່ຽວ​ກັບ​ຢູ​ເຄ​ຣນ: ສຽງ​ສັນ​ຍານ​ເຕືອນ​ໄພ​ທາງ​ອາ​ກາດ ດັງ​ຂຶ້ນຢູ່​ໃນ​ທົ່ວ​ປະ​ເທດ​


ເດັກ​ນ້ອຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ເສດ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ​ຣັດ​ເຊຍ ທີ່​ຍິງ​ໂຈມ​ຕີ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 18 ພຶດ​ສະ​ພາ 2023 . ຢູ​ເຄ​ຣນ​ກ່າວ​ວ່າ ຣັດ​ເຊຍ​ຍິງ​ລູກ​ສອນ​ໄຟນຳ​ວິ​ຖີຄ​ຣູ​ສ 30 ລູກ ໂຈມ​ຕີ​ໃນ​ທົ່ວ​ປະ​ເທດ​ ເມື່ອ​ຄືນ​ແລ້ວນີ້.
ເດັກ​ນ້ອຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ເສດ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ​ຣັດ​ເຊຍ ທີ່​ຍິງ​ໂຈມ​ຕີ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 18 ພຶດ​ສະ​ພາ 2023 . ຢູ​ເຄ​ຣນ​ກ່າວ​ວ່າ ຣັດ​ເຊຍ​ຍິງ​ລູກ​ສອນ​ໄຟນຳ​ວິ​ຖີຄ​ຣູ​ສ 30 ລູກ ໂຈມ​ຕີ​ໃນ​ທົ່ວ​ປະ​ເທດ​ ເມື່ອ​ຄືນ​ແລ້ວນີ້.

ສັນ​ຍານ​ເຕືອນ​ໄພ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາ​ກາດ ໄດ້​ມີ​ການ​ປະ​ກາດ​ໃນ​ທົ່ວ​ປະ​ເທດ​ຢູ​ເຄ​ຣນ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ ໂດຍ​ຢູ່​ໃນ​ບາງ​ເຂດ​ມີ​ລາຍ​ງານ​ໄດ້​ຍິນ​ສຽງ​ລະ​ເບີດ​ດັງ​ຂຶ້ນ.

ກອງ​ທັບ​ຢູ​ເຄ​ຣນກ່າວຜ່ານທາງ​ເຕ​ເລກ​ຣາ​ມວ່າ​ ​ມີ​ການ​ແນມ​ເຫັນ​ເຮືອ​ບິນ​ຣັດ​ເຊຍ​ບິນ​ຢູ່​ເທິງ​ຟ້າແລະ​ມີ​ກາ​ນ​ຂົ່ມ​ຂູ່​ທີ່ອາດ​ຈະ​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ​ໄວ​ກວ່າ​ສຽງຊູ​ເປີ​ໂຊ​ນິກຄິນ​ຊອ​ລ (Kinzhal) ​ຕໍ່​ທຸກໆ​ຂົງ​ເຂດ.

ກອງ​ທັບ​ຢູ​ເຄ​ຣນ​ກ່າວ​ຕື່ມ​ວ່າ ເຂດ​ພາກ​ກາງ​ຂອງ​ປະ​ເທດ​ແມ່ນ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ ຫຼື​ໂດ​ຣນ. ມີ​ລາຍ​ງານ​ໄດ້​ຍິນ​ສຽງ​ລະ​ເບີດ​ດັງ​ຂຶ້ນ​ ໃນ​ຫຼາຍໆ​ຫົວ​ເມືອງ ຮວມ​ທັງ​ເມືອງກ​ຣິບ​ຢິ​ຣີ (Krivyi Rih) ຢູ່​ໃນ​ເຂດ​ພາກ​ກາງ​ຂອງ​ປະ​ເທດ.

ເຂດ​ພາກ​ຕ​າ​ເວັນ​ຕົກສຸດ​ຂອງ​ຢູ​ເຄ​ຣນ ​ໄດ້​ຮັບ​ການ​ຍົກ​ເວັ້ນ​ຈາ​ກາກນ​ໂຈມ​ຕີ​ໃນ​ຂັ້ນ​ຕົ້ນ ແຕ່​ຕໍ່​ມາ​ເຈົ້າ​ໜ້າ​ທີ່​ໄດ້​ກວມ​ເອົາ​ໝົດ​ທຸກ​ເຂດ​ທົ່ວ​ປະ​ເທດ.

ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ກອງ​ທັບ​ຂອງ​ຢູ​ເຄ​ຣນ​ເຕືອນ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຕໍ່​ເຂດໂອ​ແດ​ສ​ສາແລະ​ມີ​ໂກ​ລາ​ອິບ ທາງພາກ​ໃຕ້ຂອງ​ປະ​ເທດ.

ໃນ​ຂະ​ນະ​ດຽວ ສະ​ຫະ​ລັດ​ໄດ້​ນັບ​ເກີນ​ຈຳ​ນວນ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ທາງດ້ານ ທະ​ຫານທີ່​ໃຫ້​ແກ່​ຢູ​ເຄ​ຣນ ປະ​ມານ 3 ຕື້​ໂດ​ລາ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທີ່​ກ່າວ​ຕໍ່​ວີ​ໂອ​ເອ ຊຶ່ງ​ເປັນ​ຄວາມ​ຜິດ​ພາດ​ ທາງ​ດ້ານ​ບັນ​ຊີ ຊຶ່ງ​ໃນ​ໄວໆ​ນີ້​ອາດ​ຈະ​ເຮັດ​ໃຫ້​ຄວາມ​ກັງ​ວົນ​ໝົດ​ໄປ​ທີ່​ລັດ​ຖະ​ບານ​ຕ້ອງ​ໄດ້​ຂໍເງິນ​ຈາກລັດ​ຖະ​ສະ​ພາ​ຕື່ມ​ເພື່ອ​ໃຫ້​ຢູ​ເຄ​ຣນ​ສາ​ມາດ​ທຳ​ການ​ສູ້​ລົບ​ຕໍ່​ໄປ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ນີ້.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຄຳ​ນວນ​ຕົ້ນ​ທຶນ​ທີ່​ເກີດ​ຈາກ​ທົດ​ແທນ​ອາ​ວຸດ ທີ່ມອບ​ໃຫ້​ແກ່​ຢູ​ເຄ​ຣນ ເວ​ລາ​ທຳ​ການ​ນັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ກະ​ປະ​ມານ​ຂອງ​ຕົນ ໃນ​ຂະ​ນະ​ທີ່​ມັນ​ຄວນ​ຈະ​ນັບ​ຕົ້ນ​ທຶນ​ທັງ​ໝົດ​ຂອງ​ລະ​ບົບ​ຕ່າງໆ​ທີ່​ຖືກ​ສົ່ງ​ໄປ​ຢ່າງ​ແທ້​ຈິງນັ້ນ ເຈົ້າ​ໜ້າ​ທີ່​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG