ສະຫະລັດກ່າວໃນວັນຈັນວານນີ້ວ່າ ອີຣ່ານໄດ້ລະເມີດມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ດ້ວຍການສົ່ງເຮືອບິນບໍ່ມີຄົນຂັບຫຼືໂດຣນໄປໃຫ້ຣັດເຊຍ.
ຮອງໂຄສົກ ກະຊວງການຕ່າງປະເທດສະຫະລັດ ທ່ານວີແດັນ ພາແທລ (Vedant Patel) ກ່າວຕໍ່ພວກນັກຂ່າວວ່າ “ໃນຕອນເຊົ້າຂອງມື້ນີ້ ຝຣັ່ງ ແລະອັງກິດ ຊຶ່ງເປັນພັນທະມິດຂອງພວກເຮົາ ໄດ້ສະເໜີຢ່າງເປັນການເປີດເຜີຍໃນການຊັ່ງຊາວ່າ ການສະໜອງຍານບໍ່ມີຄົນຂັບເຫຼົ່ານີ້ຂອງອີຣ່ານ ໃຫ້ແກ່ປະເທດຣັດເຊຍ ແມ່ນລະເມີດຕໍ່ມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະນີ້ກໍເປັນສິ່ງທີ່ພວກເຮົາໄດ້ເຫັນພ້ອມນຳ.”
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິດັ່ງກ່າວໃນປີ 2015 ໂດຍຄວາມເປັນລະບຽບ ກ່ຽວກັບຂໍ້ຕົກລົງລະຫວ່າງປະເທດທີ່ໄດ້ຈຳກັດໂຄງການນິວເຄລຍຂອງອີຣ່ານ ເພື່ອເປັນການແລກປ່ຽນກັບການບັນເທົາໃນການລົງໂທດ.
“ມັນເປັນຄວາມເຊື່ອຂອງພວກເຮົາວ່າ ຍານບໍ່ມີຄົນຂັບ ທີ່ອີຣ່ານໄດ້ໂອນໄປໃຫ້ຣັດເຊຍ ແລະໄດ້ມີການນຳໃຊ້ໂດຍຣັດເຊຍໃນປະເທດຢູເຄຣນນັ້ນ ແມ່ນຮວມຢູ່ໃນບັນດາອາວຸດທີ່ຍັງຖືກຫ້າມໂດຍມະຕິກ 2231.”
ໃນລະຫວ່າງສອງ-ສາມອາທິດທີ່ຜ່ານມານີ້ ຢູເຄຣນໄດ້ລາຍງານຊ້ຳແລ້ວຊ້ຳ
ອີກວ່າ ຣັດເຊຍໄດ້ທຳການໂຈມຕີຫົວເມືອງຕ່າງໆຂອງຕົນ ໂດຍໃຊ້ໂດຣນຊາເຮັດ-16 (Sahed-16) ຂອງອີຣ່ານ. ແຕ່ອີຣ່ານໄດ້ປະຕິເສດວ່າ ຕົນບໍ່ໄດ້ສົ່ງໂດຣນດັ່ງກ່າວໄປໃຫ້ຣັດເຊຍ.
ໂຄສົກຂອງທຳນຽບຂາວ ທ່ານນາງແຄຣີນ ຊັງ-ປີແອ ກ່າວຕໍ່ພວກນັກຂ່າວໃນວັນຈັນວານນີ້ວວ່າ ອີຣ່ານ “ບໍ່ໄດ້ເວົ້າຄວາມຈິງກ່ຽວກັບເລື້ອງນີ້ ແລະໄດ້ປະຕິເສດວ່າ ບໍ່ໄດ້ສະໜອງອາວຸດໃຫ້ແກ່ຣັດເຊຍ ສຳລັບໃຊ້ຢູ່ໃນປະເທດຢູເຄຣນ.”
ທ່ານນາງຈີນ ປີແອ ກ່າວວ່າ ສະຫະລັດຈະທຳການລົງໂທດຕໍ່ການຄ້າອາວຸດຂອງຣັດເຊຍແລະອີຣ່ານ ແລະຈະ “ເຮັດໃຫ້ເປັນການຍາກຕື່ມຂຶ້ນສຳລັບອີຣ່ານທີ່ຈະຂາຍອາວຸດເຫຼົ່ານີ້ ໃຫ້ແກ່ຣັດເຊຍ.”