ໃນຂະນະທີ່ເຊື້ອໄວຣັສສາຍພັນໃໝ່ແດລຕ້າ ກຳລັງແຜ່ລະບາດອອກໄປທົ່ວໂລກ ໂດຍ
ສະເພາະຕິດແປດໄປຫາພວກເດັກນ້ອຍ ແບບທີ່ບໍ່ມີມາກ່ອນນັ້ນ ບັດນີ້ລັດ ຖະບານຢູ່
ໃນແຕ່ລະປະເທດ ໄດ້ອອກກົດລະບຽບການປ້ອງກັນຕ່າງໆນາໆ. ສຳ ລັບປະເທດຝຣັ່ງ
ກົດລະບຽບສະບັບຫຼ້າສຸດແມ່ນໄດ້ວາງໄວ້ຢ່າງເຄັ່ງຄັດໂດຍສະ ເພາະຢູ່ໃນສາທາລະ
ນະຊົນ.
ຍາປ້າຄຳຈັນ ບູລົມ ຄົນຝຣັ່ງເຊື້ອສາຍລາວ ຕັ້ງຖິ່ນຖານຢູ່ເມືອງອັງໂຕນີ ຊານເມືອງນະ
ຄອນຫຼວງປາຣີ ໄດ້ເລົ່າເຖິງສະພາບການໂຄວິດ-19 ໃນປັດຈຸບັນ ສູ່ ວີໂອເອຟັງວ່າ ກົດ
ລະບຽບທີ່ທາງການໄດ້ສັ່ງອອກມາໃຫ້ປະຕິບັດມີດັ່ງນີ້:
ອີງຕາມຄຳປະກາດຂອງລັດຖະບານຝຣັ່ງ ບໍ່ວ່າຈະເປັນປະຊາຊົນຝຣັ່ງ ແລະນັກທ່ອງ
ທ່ຽວ. ຖ້າທ່ານມີແຜນເດີນທາງໄປຢ້ຽມຢາມປະເທດຝຣັ່ງໃນເວລານີ້ທຸກຄົນ ຕ້ອງໄດ້ຕຽມ
ສະເໜີ ໜັງສືສັກຢາວັກຊີນ ຍົກເວັ້ນເດັກນ້ອຍອາຍຸ 12 ປີ ລົງມາ ເວລາເຂົ້າໄປສະຖານທີ່
ບັນເທີງ ແລະສູນກາງວັດທະນາທຳ. ເລີ້ມແຕ່ຕົ້ນເດືອນ ສິງຫາຜ່ານມານີ້ເປັນຕົ້ນໄປທຸກ
ຄົນຕ້ອງໄດ້ສະເໜີເອກກະສານ ສັກຢາວັກຊີນ ເວລາເຂົ້າໄປບາດື່ມເຫຼົ້າ ຮ້ານອາຫານ
ຮ້ານຊັບພະສິນຄ້າ ໂຮງໝໍ ຍົກເວັ້ນໃນ ກໍລະນີສຸກເສີນ ບ້ານພັກຄົນບຳນານ ບ່ອນປິ່ນ
ປົວຮັກສາຄົນຊະລາ ການເດີນທາງ ທີ່ມີໄລຍະໄກ ທາງເຮືອບິນ ລົດໄຟ ແລະລົດເມ
ເຫລົ່ານີ້ເປັນຕົ້ນ.