ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດິນຈີ່ເຮັດຈາກດິນດາກ ແມ່ນນະວັດຕະກຳໃໝ່ ໃນການຜະລິດຖ່ານໄຟແບັດເຕີຣີ ຊະນິດຫຼ້າສຸດບໍ?


LogOn: Latest battery innovation? Bricks made of clay
please wait

No media source currently available

0:00 0:02:00 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ບໍ​ລິ​ສັດ​ເລີ່ມ​ຕົ້ນ​ໃໝ່​ແຫ່ງ​ນຶ່ງ​ ໃນ​ລັດ​ຄາ​ລິ​ຟໍ​ເນຍ​ ເວົ້າ​ວ່າ ເຂົາ​ເຈົ້າ​ສາ​ມາດ​ຊ່ວຍ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ໃນ​ໂຮງ​ຈັກ​ໂຮງ​ງານ ​ຕັດ​ການ​ປ່ອຍ​ອາຍ​ຄາ​ບອນ​ໄດ້ ​ດ້ວຍ​ການ​ນຳ​ໃຊ້​ຖ່ານ​ໄຟ​ແບັດ​ເຕີ​ຣີ ​ທີ່​ເຮັດ​ຈາກ​ດິນ​ດາກ. ແທນ​ທີ່​ຈະ​ເກັບ​ກະ​ແສ​ໄຟ​ຟ້າ, ແບັດ​ເຕີ​ຣີ​ດິນ​ດາກ​ທີ່​ວ່ານີ້​ ຈະ​ເກັບ​ອາຍ​ຮ້ອນ. ແມັດ​ ດິບ​ໂບ ມີ​ລາຍ​ງານ​ເພີ່ມ​ເຕີມ.

ພະ​ລັງ​ງານ​ທົດ​ແທນ​ແມ່ນ​ກຳ​ລັງ​ມີ​ລາ​ຄາ​ຖືກກວ່າ​ນ້ຳ​ມັນ​ເຊື້ອ​ໄຟ​ຟອ​ສ​ຊິ​ລ, ແຕ່​ການ​ຫັນ​ມາ​ໃຊ້​ພະ​ລັງ​ງານ​ສະ​ອາດ ​ແມ່ນ​ໄດ້ຫຼ້າ​ຊ້າ​ໃນ​ພາກສ່ວນທີ່​ມັນ​ອາດ​ຊ່ວຍ​ໄດ້ຫຼາຍ​ທີ່​ສຸດ​ຄື: ການ​ຜະ​ລິດ.

ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ແມ່ນ​ຕ້ອງ​ການ​ອາຍ​ຮ້ອນ​ຢ່າງ​ເປັນ​ປະ​ຈຳ, ໃນ​ບາງ​ກໍ​ລະ​ນີ​ແມ່ນ 24 ຊົ່ວ​ໂມງ​ຕໍ່​ມື້.

ທ່ານ ຈອນ ໂອດອນ​ແນ​ລ ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ Rondo Energy ກ່າວ​ວ່າ “ການ​ເຮັດ​ສິ່ງ​ຂອງ​ຕ່າງໆ​ແມ່ນ​ພາກ​ສ່ວນ​ດຽວ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ການ​ນຳ​ໃຊ້​ພະ​ລັງ​ງານ​ໃນ​ໂລກ. ແລະ ອາຍ​ຮ້ອນທີ່ຖືກ​ໃຊ້​ໃນ​ການ​ເຮັດ​ສິ່ງ​ຕ່າງໆແມ່ນ​ນຶ່ງ​ສ່ວນ​ສີ່​ຂອງ​ຖ່ານ​ຫີນ, ນ້ຳມັນ ແລະ ແກັສ​ທຳ​ມະ​ຊາດ​ທັງ​ໝົດ​ຢູ່​ໃນ​ໂລກ.”

ໄຟ​ຟ້າ​ທີ່ບໍ່​ສະ​ໝ່ຳ​ສະ​ເໝີ​ຈາກ​ລົມ ແລະ ແສງ​ຕາ​ເວັນ​ໄດ້​ກາຍ​ເປັນ​ອາຍ​ຮ້ອນ​ທີ່​ສະ​ໝ່ຳ​ສະ​ເໝີ​ໃນ​ສິ່ງ​ທີ່​ບໍ​ລິ​ສັດ Rondo Energy ຂອງ​ທ່ານ ໂອດອນ​ແນ​ລ ເອີ້ນ​ວ່າ ແບັດ​ເຕີ​ຣີ ອາຍ​ຮ້ອນ. ມັນ​ປະ​ກອບ​ມີ​ເຄື່ອງ​ຜະລິດ​ຄວາມ​ຮ້ອນ ​ຄື​ເຕົາ​ປີ້ງ​ເຂົ້າ​ຈີ່​ຝັງ​ຢູ່​ໃນວັດ​ຖຸ​ທີ່​ລຽບ​ງ່າຍ​ທີ່​ສຸດ​ຄື: ດິນ​ຈີ່.

ທ່ານ​ ໂອ​ດອ​ນ​ແນ​ລ ກ່າວ​ວ່າ “ພວກ​ເຮົາ​ໄດ້​ທຳ​ຄວາມ​ກ້າວ​ໜ້ານີ້​ ໃນ​ວິ​ທີ​ທີ່​ພວກ​ເຮົາ​ສາ​ມາດ​ໃຊ້​ວັດ​ຖຸນີ້ ​ທີ່ໂລກ​ໄດ້​ໃຊ້​ມາ 200 ປີ​ແລ້ວ ແລະ ເອົາ​ວັດ​ຖຸ​ໃນ​ສັດ​ຕະ​ວັດ​ທີ 19 ນີ້ ມາສ້າງ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ​ສຳ​ລັບ​ສັດ​ຕະ​ວັດ​ທີ 21.”

ລວດ​ເຫຼັກ​ຈະ​ຜະ​ລິດ​ອາຍ​ຮ້ອນ, ແລະ ຮູບ​ຮ່າງ​ທີ່​ຊັບ​ຊ້ອນ​ຈະ​ເຮັດ​ໃຫ້​ດິນ​ຈີ່​ຮ້ອນ​ຂຶ້ນ​ຢ່າງ​ສະ​ເໝີ​ກັນ ແລະ ຮັກ​ສາ​ອາຍ​ຮ້ອນ​ໄດ້ຫຼາຍ​ວັນ.

ທ່ານ ຈອນ ໂອດອນ​ແນ​ລ ກ່າວ​ວ່າ “ນັ້ນ​ແມ່ນ​ດິນ​ຈີ່​ກ້ອນ​ດຽວ. ມັນ​ຈະ​ເກັບ​ພະ​ລັງ​ງານ​ໄດ້ຫຼາຍ​ເທົ່າ​ກວ່າກ້ອນ​ແບັດ​ເຕີ​ຣີ​ຂອງ​ລົດ Tesla Model X. ພວກ​ເຮົາ​ຢອງ​ມັນ​ຂຶ້ນ​ປະ​ມານ 3,000 ກ້ອນ​ເພື່ອ​ເຮັດ​ແບັດ​ເຕີ​ຣີ​ອາຍ​ຮ້ອນ​ອັນ​ດຽວ.”

ດິນ​ຈີ່​ຮ້ອນ​ທີ່ຢອງ​ກັນ​ຂຶ້ນ​ສາ​ມາດ​ເຮັດ​ໃຫ້​ອາ​ກາດ​ມີ​ອາຍ​ຮ້ອ​ນ​ສູງກວ່າ 1,000 ອົງ​ສາ​ແຊ​ລ​ຊຽ​ສ​ ສຳ​ລັບ​ບໍ​ລິ​ສັດ​ຕ່າງໆ​ທີ່​ເຮັດ​ອາ​ຫານ, ນ້ຳ​ມັນ​ເຊື້ອ​ໄຟ ແລະ ອື່ນ​ໆ​ອີກ. ແບັດ​ເຕີ​ຣີ​ອາຍ​ຮ້ອນ​ອັນ​ທຳ​ອິດ​ຂອງ​ບໍລິສັດ ຣອນ​ໂດ ໄດ້​ຖືກ​ນຳ​ໃຊ້​ຢູ່​ໂຮງ​ງານ​ເຊື້ອ​ໄຟ​ຊີ​ວະ​ພາບ​ຢູ່​ລັດຄາ​ລິ​ຟໍ​ເນຍ​ ໃນ​ປີ 2023.

ທ່ານ ຈອນ ໂອດອນ​ແນ​ລ ກ່າວ​ວ່າ “ການ​ທົດ​ແທນໃນ​ການ​ເຜົາ​ໄໝ້​ດ້ວຍ​ລົມ ແລະ ແສງຕາ​ເວັນ​ ຈະ​ຕັດ​ການ​ປ່ອຍ​ອາຍ​ຄາ​ບອນ ທີ່​ມີ​ຢູ່​ໃນ​ການ​ເຮັດ​ພະ​ລັງ​ງານ​ເຊື້ອ​ໄຟ​ຊີ​ວະ​ພາບ​ລົງເປັນ​ເຄິ່ງ​.”

ການ​ຜະ​ລິດ​ຂະ​ໜາດ​ໃຫຍ່​ຈະ​ເລີ່ມ​ຂຶ້ນ​ຢູ່​ໂຮງ​ງານ​ດິນ​ຈີ່​ ໃນ​ປະ​ເທດ ໄທ.

ດ້ວຍ​ແຜນ​ການ​ກຳ​ລັງ​ດຳ​ເນີນ​ຢູ່​ເພື່ອ​ສ້າງ​ໂຮງ​ງານ​ແບັດ​ເຕີ​ຣີ ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ແລະ ເຮັດ​ຂໍ້​ຕົກ​ລົງ​ກັບ​ຜູ້​ຜະ​ລິດ​ພະ​ລັງ​ງານ​ທົດ​ແທນ​ທີ່​ນຳ​ໜ້າ​ຄື EDP ເພື່ອ​ສະ​ໜອງ​ອາຍ​ຮ້ອນ​ອຸດ​ສາ​ຫະ​ກຳ ​ທີ່ບໍ່​ມີ​ອາຍ​ຄາ​ບອນ, ດິນ​ຈີ່​ທີ່​ລຽບ​ງ່າຍ​ຂອງ​ທ່ານ ຣອນ​ໂດ ອາດ​ມີ​ຄວາມ​ພ້ອມ​ແລ້ວ ​ທີ່​ຈະ​ສະ​ແດງ​ຄວາມ​ສາ​ມາດ​ຂອງ​ມັນ.

ອ່ານລາຍງານນີ້ເປັນພາສາອັງກິດ

Renewable energy is becoming cheaper than fossil fuels, but the clean energy transition has lagged in an area where it could help the most: manufacturing.

Manufacturing requires consistent heat, in some cases for 24 hours a day.

“Making stuff is the single biggest part of world energy use. And the heat used in making stuff is one-quarter of all the coal, oil and natural gas in the world.”

Intermittent electricity from wind and solar becomes consistent heat in what O’Donnell’s company, Rondo Energy, calls heat batteries. They contain toaster-like heaters embedded

in the humblest of materials: clay bricks.

“We had this breakthrough in how we could use this material that the world has used for 200 years and take 19th century materials and build the energy infrastructure for the 21st century.”

Iron wire generates heat, and the complex shape allows the bricks to heat evenly and retain that heat for days.

“That’s a single brick. Stores as much energy as a Tesla Model X battery pack. We stack up about 3,000 of those to make a single heat battery.”

Stacks of hot bricks can heat air to over 1,000 degrees Celsius for companies making food, fuel and more. Rondo’s first heat battery went online at a California biofuel plant in 2023. ((end courtesy))

“Replacing combustion with the wind and the sun cuts the carbon emissions

Large scale production takes place at a brick factory in Thailand.

With plans underway to build the world’s largest battery factory,

and a deal with leading renewable energy producer EDP

to provide zero-carbon industrial heat

Rondo’s humble brick may be ready to shine.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG