ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື້ລາງ ທ່ານຈອນ ແມັກເຄນ ໄດ້ກັບຄືນໄປ ຕຶກສະພາອີກ ເພື່ອອຳລາ ເປັນເທື່ອສຸດທ້າຍ


ປະທານສະພາຕ່ຳ ທ່ານພອລ ຣາຍອັນ (ກາງ) ແລະຜູ້ນຳ ສຽງສ່ວນນ້ອຍ ທ່ານນາງແນນຊີ ເພໂລຊີ (ຂວາ) ພວມສະແດງການເຄົາລົບ ຕໍ່ຫີບສົບ ທີ່ຫໍ່ດ້ວຍທຸງຊາດ ຂອງມື້ລາງ ສະມາຊິກສະພາສູງ ຈອນ ແມັກເຄນ. (ວັນທີ 31 ສິງຫາ 2018)
ປະທານສະພາຕ່ຳ ທ່ານພອລ ຣາຍອັນ (ກາງ) ແລະຜູ້ນຳ ສຽງສ່ວນນ້ອຍ ທ່ານນາງແນນຊີ ເພໂລຊີ (ຂວາ) ພວມສະແດງການເຄົາລົບ ຕໍ່ຫີບສົບ ທີ່ຫໍ່ດ້ວຍທຸງຊາດ ຂອງມື້ລາງ ສະມາຊິກສະພາສູງ ຈອນ ແມັກເຄນ. (ວັນທີ 31 ສິງຫາ 2018)

ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ແພັນສ໌ ແມ່ນບຸກຄົນນຶ່ງ ທີ່ໄດ້ໄປຮ່ວມສະ
ແດງຄວາມເສົ້າສະຫຼົດໃຈ ໃນວັນສຸກວານນີ້ ໃຫ້ແກ່ມື້ລາງສະມາຊິກສະພາສູງຈອນ
ແມັກເຄນ ໂດຍກ່າວວ່າ ສະມາຊິກສະພາ ທີ່ຮັບໃຊ້ປະເທດ ມາເປັນເວລາ ດົນນານ ແລະວີລະຊົນແຫ່ງສົງຄາມທ່ານນີ້ “ໄດ້ເຮັດໜ້າທີ່ ທີ່ຍິ່ງໃຫຍ່ກວ່າຕົວຂອງທ່ານເອງ.”

ທ່ານແພັນສ໌ ກ່າວຢູ່ໃນພິທີໄວ້ອາໄລ ໃນວັນສຸກວານນີ້ ຢູ່ທີ່ຕຶກລັດຖະສະພາສະຫະ
ລັດ ໂດຍກ່າວວ່າ “ປະທານາທິບໍດີໄດ້ຂໍຮ້ອງໃຫ້ຂ້າພະເຈົ້າ ມາທີ່ນີ້ໃນນາມຂອງປະ
ເທດຊາດທີ່ຮູ້ບຸນຄົນ ເພື່ອໃຫ້ກຽດແລະສະແດງຄວາມເຄົາລົບຕໍ່ບຸກຄົນທີ່ໄດ້ຮັບໃຊ້
ປະເທດ ຂອງພວກເຮົາ ຕະຫຼອດຊີວິດຂອງທ່ານ ທັງຢູ່ໃນເຄື່ອງແບບ ແລະຢູ່ໃນຕຳ
ແໜ່ງຮັບໃຊ້ປະຊາຊົນ.”

Thousands Pay Last Respects to McCain at US Capitol
please wait

No media source currently available

0:00 0:02:31 0:00

ສະມາຊິກສະພາຫຼາຍຮ້ອຍຄົນກໍໄດ້ພາກັນເຂົ້າຮ່ວມພິທີທີ່ຈັດຂຶ້ນໃນບໍລິເວນຫ້ອງໂຖງ
ທີ່ເປັນຮູບຊົງກົມຂອງຕຶກລັດຖະສະພາ ຊຶ່ງເປັນພິທີໃຫ້ກຽດ ທີ່ຈັດຂຶ້ນສຳລັບບຸກຄົນສຳ
ຄັນແຕ່ພຽງ 30 ຄົນເທົ່ານັ້ນ ໃນຕະຫຼອດ ປະຫວັດສາດ ຂອງສະຫະລັດ. ສົບຂອງທ່ານ
ແມັກເຄນ ໄດ້ຖືກນຳໄປດອຍໄວ້ ຢູ່ເທິງບ່ອນຢອງສົບ ທີ່ເປັນໄມ້ ຊຶ່ງໄດ້ໃຊ້ເປັນເທື່ອທຳ
ອິດໃນປີ 1865 ເພື່ອຢອງສົບຂອງປະທານາທິບໍດີອາບຣາຮາມ ລິນຄອນ.

ອະດີດເພື່ອນຮ່ວມງານ ທີ່ສັງກັດພັກຣີພັບບລີກັນ ຂອງທ່ານແມັກເຄນ ຜູ້ນຳສຽງສ່ວນ
ຫຼາຍໃນສະພາສູງ ທ່ານມິດຈ໌ ແມັກຄອນແນລ ກ່າວວ່າ ກຽດຕິຍົດ ແມ່ນເປັນທີ່ເໝາະ
ສົມທີ່ສຸດ ສຳລັບບຸກຄົນທີ່ເຄີຍຮັບໜ້າເປັນທະຫານຮັບໃຊ້ປະເທດຊາດ ໃນຍາມທີ່ຂັບ
ຂັນທີ່ສຸດ.

ທ່ານນາງຊິນດີ ແມັກເຄນ ພັນລະຍາໝ້າຍ ຂອງມື້ລາງ ສະມາຊິກສະພາສູງ ຈອນ ແມັກເຄນ (ກາງ) ລົມກັບຮອງປະທານາທິບໍດີ ໄມຄ໌ ແພັນສ໌ ຫັງຈາກ ທ່ານໄດ້ຂຶ້ນໄປກ່າວສະດຸດີ ທີ່ຕຶກສະພາ ສະຫະລັດ.
ທ່ານນາງຊິນດີ ແມັກເຄນ ພັນລະຍາໝ້າຍ ຂອງມື້ລາງ ສະມາຊິກສະພາສູງ ຈອນ ແມັກເຄນ (ກາງ) ລົມກັບຮອງປະທານາທິບໍດີ ໄມຄ໌ ແພັນສ໌ ຫັງຈາກ ທ່ານໄດ້ຂຶ້ນໄປກ່າວສະດຸດີ ທີ່ຕຶກສະພາ ສະຫະລັດ.

ທ່ານກ່າວວ່າ “ມັນເປັນສິ່ງທີ່ຖືກຕ້ອງທີ່ສຸດ ທີ່ວ່າມື້ນີ້ ຊຶ່ງເປັນເວລາໃກ້ກັບໄລຍະສຸດທ້າຍ
ໃນການເດີນທາງທີ່ຍືດຍາວຂອງທ່ານ ຈອນໄດ້ຖືກນຳມາດອຍໄວ້ຢູ່ທີ່ນີ້ ຢູ່ໃນຫ້ອງໂຖງທີ່
ຍິ່ງໃຫຍ່ຢູ່ໃຕ້ຍອດຊົງກົມຂອງຕຶກທີ່ມີພະລັງອຳນາດມະຫາສານເຊັ່ນດຽວກັນກັບວິລະຊົນ
ອາເມຣິກັນຄົນອື່ນ ກ່ອນໜ້າທ່ານ. ທີ່ນີ້ ໃນຂະນະທີ່ ຄື້ນຟອງ ຂອງຄວາມບໍ່ສະຫງົບ ຍັບ
ເຂົ້າໃກ້ແຄມຝັ່ງແຫ່ງກັນລະປະວະສານ ພວກເຮົາຂໍຂອບຄຸນພະຜູ້ເປັນເຈົ້າທີ່ໄດ້ປະທານ
ປະເທດນີ້ ໃຫ້ແກ່ທ່ານຈອນ ແມັກເຄນ.”

ປະທານາທິບໍດີດໍໂນລ ທຣຳ ບໍ່ໄດ້ຖືກເຊີນ ໃຫ້ໄປຮ່ວມພິທີໄວ້ອາໄລໃນວັນສຸກຫຼືພິທີສົ່ງ
ສະການແກ່ທ່ານຈອນ ແມັກເຄນ ໃນວັນເສົາມື້ນີ້ ຊຶ່ງເປັນການຕັດສິນໃຈ ທີ່ຫລາຍໆຄົນ
ເຫັນວ່າ ເປັນການຕ້ອງຕິ ຕໍ່ປະທານາທິບໍດີທຣຳ. ການບໍ່ພໍໃຈຢ່າງແຮງ ລະຫວ່າງປະທາ
ນາທິບໍດີທຣຳ ແລະທ່ານແມັກເຄນ ທີ່ເຄີຍສະໝັກ ເປັນປະທານາທິບໍດີ 2 ຄັ້ງມາແລ້ວ ມີ
ຂຶ້ນໃນລະຫວ່າງການໂຄສະນາຫາສຽງຂອງທ່ານທຣຳໃນປີ 2016 ເວລາທ່ານກ່າວເຍາະ
ເຍີ້ຍທ່ານແມັກເຄນ ທີ່ຖືກຈັບເປັນຊະເລີຍ ໃນລະຫວ່າງສົງຄາມຫວຽດນາມແລະເວົ້າວ່າ ທ່ານແມັກເຄນ ບໍ່ແມ່ນວິລະຊົນຈາກສົງຄາມ.

ຝູງຊົນເຂົ້າແຖວລໍຖ້າ ໄປສະແດງຄວາມເຄົາລົບ ຕໍ່ສົບຂອງມື້ລາງ ທ່ານຈອນ ແມັກເຄນ
ຝູງຊົນເຂົ້າແຖວລໍຖ້າ ໄປສະແດງຄວາມເຄົາລົບ ຕໍ່ສົບຂອງມື້ລາງ ທ່ານຈອນ ແມັກເຄນ

​ແຕ່ທ່ານແພັນສ໌ ໄດ້ໄປກ່າວຢູ່ໃນພິທີໄວ້ອາໄລ ໃນຖານະທີ່ເປັນເຈົ້າໜ້າທີ່ຂອງລັດຖະ
ບານ ຊ້ອງໜ້າພັນລະຍາໝ້າຍຂອງທ່ານແມັກເຄນ ຍານາງຊິນດີ ພ້ອມທັງລູກຊາຍ 7
ຄົນແລະແມ່ອາຍຸ 106 ປີຂອງທ່ານ ຍານາງໂຣເບີດຕາ ແມັກເຄນ.

ທ່ານແພັນສ໌ ກ່າວວ່າ “ໃນນາມປະເທດຊາດທີ່ຮູ້ບຸນຄຸນ ພວກເຮົາຈະຈົດຈຳສະເໝີວ່າ
ທ່ານຈອນ ແມັກເຄນໄດ້ຮັບໃຊ້ປະເທດຂອງທ່ານ ແລະທ່ານຈອນ ແມັກເຄນຮັບໃຊ້ປະ
ເທດຂອງທ່ານຢ່າງສົມກຽດ.”

ສ່ວນປະທານສະພາຕ່ຳຂອງສະຫະລັດ ທ່ານພອລ ຣາຍອັນ ກ່າວເຖິງທ່ານແມັກເຄນ
ວ່າ “ເປັນຜູ້ຮັກຊາດທີ່ຮັບໃຊ້ປະເທດຂອງທ່ານ” ແລະ “ເປັນບຸກຄົນທີ່ກ້າຫານທີ່ສຸດທີ່
ປະເທດຂອງພວກເຮົາໄດ້ຜະລິດຂຶ້ນມາ.”

ຫຼັງຈາກພິທີໄວ້ອາໄລໃນວັນສຸກແລ້ວ ສົບຂອງທ່ານແມັກເຄນ ກໍຈະຖືກດອຍ ຢູ່ທີ່ຕຶກ
ສະພາເພື່ອໃຫ້ປະຊາຊົນ ໄປສະແດງຄວາມເຄົາລົບ ທ່າມກາງ ການຍາມຮັກສາການ
ຂອງກອງກຽດຕິຍົດລັດຖະສະພາ.

ອະດີດປະທານາທິບໍດີ 2 ທ່ານຄືທ່ານຈອຣຈ໌ ດັບເບິນຢູ ບຸຊ ທີ່ສັງກັດພັກຣີພັບໍບລີກັນ ແລະທ່ານບາຣັກ ໂອບາມາທີ່ສັງກັດພັກເດໂມແຄຣັດຈະໄປກ່າວສະດຸດີໃນພິທີສົ່ງສະ
ການ ຊຶ່ງຈະຈັດຂຶ້ນຢູ່ພະວິຫານໃຫຍ່ ໃນນະຄອນຫຼວງວໍຊິງຕັນ ໃນວັນເສົາມື້ີ້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG