ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມື້​ລາງ​ຜູ້​ນຳ​ຂອງ​ຈີນ, ທ່ານ​ຈຽງ ເຊີ​ໝິນ ໄດ້ ​ຖືກຍ້ອງ​ຍໍ​ສັນ​ລະ​ເສີນ​ເຖິງຄຸນ​ງາມ​ຄວາມ​ດີ ຢູ່​ໃນ​ພິ​ທີໄວ້​ອາ​ໄລ​ແກ່​ເພິ່ນ

​ພາບນິ້ງ​ຖ່າຍ​ຈາກວີ​ດິ​ໂອສາຍ​ໃນ​ໂທ​ລະ​ພາບ CCTV ຂອງ​ຈີນ​ສະ​ແດງ​ໃຫ້​ເຫັ​ນພວກ​ເຂົ້າ​ຮ່ວມ​ພິ​ທີກົ້ມ​ຫົວ​ຢູ່​ໃນ​ພິ​ທີ​ໄວ້​ອາ​ໄລແກ່ມື້​ລາງອະ​ດີດ​ປະ​ທານ​ປະ​ເທດຈຽງ ເຊີ​ໝິນທີ່​ຈັດ​ຂຶ້ນ​ໃນ​ຫໍ​ສາ​ລາໃນ​ປັກ​ກິ່ງ ໃນ​ວັນ​ທີ 6 ທັນ​ວາ, 2022

ບັນ​ດາຜູ້ນຳຄອມມິວນິສຂອງຈີນ ໄດ້ຊົມເຊີຍມື້​ລາງ​ຜູ້​ນຳຈຽງ ເຊີໝິນ (Jiang Zemin) ວ່າ ເປັນຜູ້​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່ລັດທິມາກ-ເລນິນ ທີ່ເປັນຜູ້ຄຸ້ມຄອງເຮັດ​ໃຫ້ເສດຖະກິດຂອງປະເທດຂອງເຂົາເຈົ້າ ຂະ​ຫາຍ​ຕົວຂຶ້ນຢ່າງ​ວ່ອງໄວ ໃນຂະນະທີ່ຮັກສາການຄວບຄຸມຂອງພັກ ຕໍ່ສັງຄົມໄວ້ ຢ່າງເຂັ້ມງວດ. ທ່ານສີ ຈິ້ນ​ຜິງ ປະທານປະ​ເທດ ​ແລະເປັນ​ຜູ້​ນໍາ​ພັກ​ໄດ້​ຍ້ອງຍໍ​ທ່ານຈຽງ​ ໃນ​ການ​ກ່າວ​ຄຳ​ປາ​ໄສ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ​ທີ່​ຫໍ​ສາ​ລາປະຊາຊົນໃນນະ​ຄອນ​ຫຼວງ​ປັກ​ກິ່ງນັ້ນ ​ໃນ​ຂະນະ​ທີ່​ເຈົ້າໜ້າ​ທີ່​ອະວຸໂສ ​ແລະ​ທະຫານທີ່​ເກັ່ງ​ກ້າຢືນ​ຕັ້ງ​ໃຈຟັງ.

ມີ​ການ​ເອົາຊໍ່ດອກ​ໄມ້​ໄປ​ວາງ​ໄວ້​ຢູ່ນອກ​ຫ້ອງ​ການ​ປະ​ສານ​ງານ​ຂອງມື້​ລາງ​ອະ​ດີດ​ປະ​ທານ​ປະ​ເທດຈຽງ ເຊີ​ໝິນ​ຂອງ​ຈີນໃນ​ຮົງ​ກົງ, ວັນ​ທີ 6 ທັນ​ວາ 2022.
ມີ​ການ​ເອົາຊໍ່ດອກ​ໄມ້​ໄປ​ວາງ​ໄວ້​ຢູ່ນອກ​ຫ້ອງ​ການ​ປະ​ສານ​ງານ​ຂອງມື້​ລາງ​ອະ​ດີດ​ປະ​ທານ​ປະ​ເທດຈຽງ ເຊີ​ໝິນ​ຂອງ​ຈີນໃນ​ຮົງ​ກົງ, ວັນ​ທີ 6 ທັນ​ວາ 2022.

ທ່ານສີ ໄດ້ເລົ່າຄືນ ເຖິງຊີ​ວິດເຮັດ​ວຽກ​ທາງການເມືອງອັນຍາວນານຂອງ​ທ່ານຈຽງ ໂດຍເນັ້ນໃຫ້​ເຫັນເຖິງບົດບາດຂອງທ່ານ ໃນການຮັກສາຄວາມໝັ້ນຄົງທາງດ້ານການເມືອງ ຊຶ່ງເປັນການອ້າງເຖິງການກ້າວຂຶ້ນ ເປັນຜູ້ນຳສູງສຸດຂອງທ່ານ​ຈຽງ ໃນ​ເວ​ລາບໍ່​ດົນ ກ່ອນການປາບປາມຢ່າງນອງເລືອດ ຂອງທະ​ຫານ ຕໍ່​ຂະ​ບວນການສະໜັບສະ ໜູນປະຊາທິປະໄຕ ທີ່​ນຳ​ພາ​ໂດຍ​ນັກ​ສຶກ​ສາໃນປີ 1989 ທີ່ລວ​ມ​ສູນກັນຢູ່ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ໃນ​ນະ​ຄອນ​ຫຼວງປັກກິ່ງນັ້ນ. ທ່ານຈຽງ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ ພຽງ​ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ມີການ​ປະ​ທ້ວງ​ຕາມ​ຖະໜົນຫົນ​ທາງ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ຈີນ ​ນັບ​ຕັ້ງແຕ່​ປີ 1989 ​ເປັນ​ຕົ້ນ​ມາ ຊຶ່ງໄດ້​ຮັບ​ແຮງ​ກະ​ຕຸ້ນ ຈາກ​ຄວາມ​ໂກດ​ແຄ້ນ​ຕໍ່​ຂໍ້​ຈຳກັດ​ດ້ານໂຄວິດ-19 ເຄັ່ງ​ຄັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG