ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ພາຍຸ​ເຮີຣີ​ເຄນ Alex ​ມີ​ພະລັງແຮງຂຶ້ນ​


​ພາຍຸ​ເຮີຣີ​ເຄນ​ເຂດ​ຮ້ອນ Alex
​ພາຍຸ​ເຮີຣີ​ເຄນ​ເຂດ​ຮ້ອນ Alex

ສູນ​ກາ​ງ​ພາຍຸ​ເຮີຣີ​ເຄນແຫ່ງຊາດຂອງ​ສະຫະລັດ
ຖະ​ແຫລງ​ວ່າ ພາຍຸ ​ເຂດ​ຮ້ອນ Alex ​ໄດ້​ມີ​ພະລັງແຮງ
ຂຶ້ນ​ ໃນ​ຂະນະທີ່​ກຳ​ລັງ​ພັດຜ່ານ​ອ່າວ Mexico ​ແລະ​
ອາດ​ສາມາດ​ກາຍ​ເປັນ​ພາຍຸ​ເຮີຣີ​ເຄນ ໄດ້ໃນ​ວັນ​ຈັນ​ນີ້.

ສູນ​ກາງ​ພາຍຸ​ເຮຣີ​ເຄນແຫ່ງຊາດກ່າວ​ໃນ​ມື້​ນີ້​ວ່າ ພາຍຸ
Alex ກຳລັງພັດ​ໄປທາງພາກຕາເວັນຕົກສຽງເຫນືອ ​
ໃນ​ຄວາມໄວປະມານ 9 ຫຼັກກິໂລ ແມັດຕໍ່ຊົ່ວໂມງ
ໂດຍມີລົມ​ແຮງເຖິງ 85 ກິໂລແມັດຕໍ່ຊົ່ວໂມງ.

ພວກພະຍາກອນອາກາດຂອງສະຫະລັດກ່າວວ່າ ພາຍຸ
Alex ຈະເຮັດໃຫ້ມີຝົນຕົກຫນັກໃນແຫຼມ Yucatan ພາກໃຕ້ Mexico ແລະ
Guatemala ໃນວັນອັງຄານມື້ອື່ນນີ້ ຊຶ່ງອາດຈະພາໃຫ້ມີນ້ຳ​ໄຫລຖ້ວມ ຢ່າງ​ໄວ
ແລະດິນເຈື່ອນທີ່ເປັນອັນຕະລາຍຕໍ່ຊີວິດຂອງຜູ້ຄົນ​ໄດ້.

ຝົນຕົກຫນັກຈາກ​ພາຍຸ​ລູກ​ນີ້ ໄດ້ພາກຊີວິດຜູ້ຄົນໄປແລ້ວຢ່າງ​ນ້ອຍ 4 ຄົນ ໃນຂົງເຂດ
ດັ່ງກ່າວ ຊຶ່ງ 2 ຄົນຢູ່​ໃນ El Savador ແລະ 2 ຄົນ​ໃນ Guatemala

ພາຍຸ Alex ​ໄດ້​ພັດ​ຈາກ​ທະ​ເລ​ເຂົ້າຝັ່ງ​ປະ​ເທດ​ Belize ​ໃນ​ວັນ​ເສົາ​ທີ່ແລ້ວ​ນີ້.

ສູນ​ກາງ​ພາຍຸເຮີຣີ​ເຄນແຫ່ງຊາດຂອງ​ສະຫະລັດ ກ່າວ​ວ່າ ພາຍຸ Alex ​ຈະ​ບໍ່ພັດໄປ
ຕຳ​ເຂດ​ທີ່​ມີ​ການ​ທຳ​ຄວາມ​ສະອາດ​ນ້ຳມັນ​ຮົ່ວ​ຂອງ​ສະຫະ ລັດ ໃນ​ອ່າວ Mexico ນັ້ນ.

XS
SM
MD
LG