ພະນັກງານເກົາຫລີໃຕ້ ເຈັດຄົນສຸດທ້າຍ ໄດ້ເດີນທາງອອກຈາກ
ເຂດອຸດສາຫະ ກໍາຮ່ວມ Keasong ທີ່ປິດລົງ ໃນເກົາຫລີເໜືອ
ແລະໄປເຖິງເມືອງ Paju ໃນເກົາຫຼີໃຕ້ ໃນວັນສຸກມື້ນີ້ ເຮັດໃຫ້
ການຮ່ວມມືຢ່າງສັນຕິລະຫວ່າງປະເທດທີ່ເປັນຄູ່ປໍລະປັກທັງສອງ
ສິ້ນສຸດລົງ.
ໃນຂະນະດຽວກັນ ລົດຄັນນຶ່ງທີ່ບັນຈຸເງິນບໍ່ຊາບຈໍານວນ ເພື່ອ
ຈ່າຍຄ່າພາສີແລະ ເງິນເດືອນ ໃຫ້ແກ່ພະນັກງານເກົາຫລີເໜືອ ໄດ້ແລ່ນຂ້າມເຂົ້າໄປ ໃນເຂດຊາຍແດນຂອງເກົາຫລີເໜືອ.
ພຽງຢາງ ໄດ້ຖອນພະນັກງານຂອງຕົນ 53,000 ຄົນແລະກີດກັ້ນບໍ່ໃຫ້ຊາວເກົາ ຫລີໃຕ້ ເຂົ້າໄປໃນເຂດອຸດສາຫະກຳຮ່ວມດັງກ່າວ ໃນເດືອນແລ້ວນີ້ ອັນເປັນພາກສ່ວນນຶ່ງຂອງການສະແດງປະຕິກິລິຍາ ແບບໂກດແຄ້ນ ໃນການຂະຫຍາຍການລົງໂທດຂອງສະຫະປະຊາຊາດ ຕໍ່ການທົດລອງນິວເຄລຍຄັ້ງຫລ້າສຸດຂອງພຽງຢາງ.
ໃນເດືອນແລ້ວນີ້ ກຸງໂຊລ ໄດ້ປະກາດວ່າ ຕົນໄດ້ຖອນປະຊາຊົນຂອງຕົນອອກຈາກເຂດ Keasong ຫລັງຈາກພຽງຢາງ ປະຕິເສດ ຕໍ່ຂໍ້ສະເໜີການເຈລະຈາເພື່ອເລີ້ມເປີດເຂດອຸດສາຫະກໍາຮ່ວມດັ່ງກ່າວຄືນໃໝ່.