ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫລວດ ຈະທັບມ້າງສະສາງ ບ່ອນໂຮມຊຸມນຸມປະທ້ວງ ແຫ່ງສຸດທ້າຍ ໃນຮົງກົງ


ເຈົ້າໜ້າ​ທີ່​ຮົງ​ກົງ ກຳລັງ​ຕຽມ​ຕົວ​ທີ່​ຈະ​ມ້ຽນມັດ​ສະ​ສາງ​ບໍລິ​ເວນ
​ປະ​ທ້ວງບ່ອນສຸດ​ທ້າຍ​ທີ່ຍັງ​ເຫລືອ​ຢູ່​ນັ້ນ ຊຶ່ງ​ຈະ​ເຮັດ​ໃຫ້​ການ
​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 2 ​
ເດືອນ​ນັ້ນ​ ​ສິ້ນສຸດ​ລົງ.

ຄຳ​ຕັດສິນ​ຂອງສານ​ສູງ​ຂອງ​ຮົງ​ກົງ ​ໄດ້​ອະນຸຍາດ​ໃຫ້​ ເຈົ້າ​ໜ້າ​ທີ່
ເຂົ້າທັບ​ມ້າງ​ສິ່ງ​ກີດຂວາງ​ຕາມ​ຖະໜົນ​ຫົນທາງ​ ໃນ​ຄຸ້ມ Admiralty
ທີ່ເປັນ​ເຂດ​ປະ​ທ້ວງຫຼັກ ​ຢູ່ໃກ້ໆ​ກັບ​ສຳນັກງານລັດຖະບານນັ້ນ.

​ຄຳ​ຕັດສິນ​ດັ່ງກ່າວ​ໄດ້​ຖືກ​ນຳ​ອອກ​ພິມ​ເຜີຍ​ແຜ່ ​ໂດຍສື່​ທ້ອງ​ຖິ່ນ
​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ໄດ້​ລາຍ​ງານ​ວ່າ ຕຳຫຼວດ​ຈຳນວນ​ຫຼາຍ​ພັນຄົນ
ຈະ​ອອກ​ປະຕິບັດ​ງານ ​ໃນວັນ​ພະຫັດ​ຈະ​ມາ​ນີ້ ​ເພື່ອ​ມ້າງ​ຄ້າຍ​ຜ້າ​ຕັ້ງ​ຕ່າງໆ​.

ຄຳສັ່ງ​ດັ່ງກ່າວ​ ພຽງ​ແຕ່​ອະນຸຍາດໃຫ້​ທັບ​ມ້າງບາງ​ເຂດປະ​ທ້ວງຂອງຄຸ້ມ​ Admiralty​ ເທົ່ານັ້ນ ​
ແຕ່​ພວກ​ເຈົ້າ​ໜ້າ​ທີ່ຄາດວ່າ​ຈະເກັບ​ກວາດ​ສະຖານ​ທີ່​ທັງ​ໝົດ ​ເພື່ອ​ເປີດ​ທາງຈະລາຈອນ ​ຄືນ​ໃໝ່​.

ກົດ ເພື່ອຂະຫຍາຍພາບ
ກົດ ເພື່ອຂະຫຍາຍພາບ

ໜັງສືພິມ South China Morning Post ​ລາຍງານ​ວ່າ ຕຳຫຼວດ​ຈະ​ທັບ​ມ້າງ ບ່ອນ​ຊຸມ ນຸມປະ​ທ້ວງ​ທີ່ນ້ອຍກວ່າອີກ​ບ່ອນ​ໜຶ່ງ ​ໃນ​ຍ່ານ​ສູນ​ກາງ​ການ​ຄ້າ​ Causeway Bay ທີ່ຜູ້ຄົນ​ນິຍົມນັ້ນ.

ການ ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ​ເທົ່າ​ກັບ​ເປັນ​ການ​ປູ​ທາງ​ໄປ​ສູ່ ການ​ປະ​ເຊີນ​ໜ້າ​ກັນຂັ້ນ​ສຸດ​ທ້າຍ ​ທີ່​ອາດ​ເປັນ​ໄປ​ໄດ້​ ລະຫວ່າງ​ຕຳຫຼວດ​ແລະ​ພວກ​ປະ​ທ້ວງ ຜູ້​ຊຶ່ງ​ ຜ່ານ​ມາ ​ແມ່ນໄດ້​ປະ​ທະ​ກັນ​ເລື້ອຍໆ ​ໃນ​ລະຫວ່າງ​ທີ່​ຕຳຫລວດ​ພະຍາຍາມ ຈະ​ທັບ​ມ້າງ​ບ່ອນ​ຊຸມນຸມ​ປະ​ທ້ວງນັ້ນ.

​ເວລາ​ນີ້ ມີ​ພຽງ​ ຫຼາຍ​ສິບ​ຄົນ​ເທົ່າ​ນັ້ນ ທີ່​ຍັງ​ພາກັນ​ໂຮມ​ຊຸມນຸມປະ​ທ້ວງຢູ່ ຊຶ່ງ​ໃນ​ຄັ້ງ​ນຶ່ງ ​ໄດ້​ມີ​ຈຳນວນ​ຫຼາຍ​ສິບພັນ​ຄົນ ເຂົ້າ​ຮ່ວມ​ຊຸມນຸມ​ກັນ​ປະ​ທ້ວງ ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ເອົາ​ຜູ້ນຳ​ສູງ​ສຸດ​ຂອງ​ເມືອງ ​ຢ່າງ​ເປັນ​ປະຊາທິປະ​ໄຕ ​ໃນ​ປີ 2017.

XS
SM
MD
LG