ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ໝັ້ນສຸດທ້າຍ ທີ່ສຳຄັນ ຂອງພວກຕໍ່ຕ້ານ ຖືກຄວບຄຸມ ໂດຍລັດຖະບານຊີເຣຍ


ນັບລົບຄົນນຶ່ງໃສ່ໜ້າກາກປິດໜ້າ ກຳລັງຂຶ້ນລົດເມ ພ້ອມກັບ
ປືນຂອງລາວ ໃນຂະນະທີ່ພວກນັກລົບຕໍ່ຕ້ານລັດຖະບານ ຄົນອື່ນໆ ພ້ອມດ້ວຍຄອບຄົວຂອງ ພວກເຂົາເຈົ້າ ຍົກຍ້າຍ ອອກຈາກເມືອງ Waer ທີ່ໄດ້ຖືກປິດລ້ອມ ຢູ່ໃນຕົວເມືອງໃຫຍ່ Homs ຂອງຊີເຣຍ, ວັນທີ 21 ພຶດສະພາ 2017.
ນັບລົບຄົນນຶ່ງໃສ່ໜ້າກາກປິດໜ້າ ກຳລັງຂຶ້ນລົດເມ ພ້ອມກັບ ປືນຂອງລາວ ໃນຂະນະທີ່ພວກນັກລົບຕໍ່ຕ້ານລັດຖະບານ ຄົນອື່ນໆ ພ້ອມດ້ວຍຄອບຄົວຂອງ ພວກເຂົາເຈົ້າ ຍົກຍ້າຍ ອອກຈາກເມືອງ Waer ທີ່ໄດ້ຖືກປິດລ້ອມ ຢູ່ໃນຕົວເມືອງໃຫຍ່ Homs ຂອງຊີເຣຍ, ວັນທີ 21 ພຶດສະພາ 2017.

ພວກຜູ້ເຫັນເຫດການ ກ່າວວ່າ ພວກຕໍ່ຕ້ານລັດຖະບານຊີເຣຍ ແລະ ຄອບຄົວຂອງ
ພວກເຂົາເຈົ້າ ຫຼາຍຮ້ອຍຄົນ ໄດ້ພາກັນຍົກຍ້າຍອອກຈາກເມືອງ Homs ທີ່ໝັ້ນແຫ່ງ
ສຸດທ້າຍຂອງຝ່າຍຕໍ່ຕ້ານລັດຖະບານ ຊຶ່ງເປັນເມືອງສຳຄັນ ຢູ່ພາກຕາເວັນຕົກຂອງ
ຊີເຣຍ ທີ່ຮູ້ຈັກກັນມາເປັນ ເວລາ 4 ປີ ວ່າເປັນ ເມືອງຫລວງ ຂອງກຳລັງຝ່າຍຕໍ່ຕ້ານ
ລັດຖະບານ ຊີເຣຍ ທີ່ຫາທາງຈະໂຄ່ນລົ້ມ ປະທານາທິບໍດີ Bashar al-Assad ນັ້ນ.

ຜູ້ປົກຄອງເມືອງ Homs ທ່ານ Talal Barazi ໄດ້ບອກບັນດານັກຂ່າວ ວ່າ ລົດເມ
ຄັນສຸດທ້າຍ ທີ່ບັນທຸກພວກຍົກຍ້າຍຖິ່ນຖານ ໄດ້ອອກໄປຈາກເມືອງ Waer ໃນວັນ
ອາທິດວານນີ້ ແລະກ່າວຕື່ມວ່າ ພວກນັກລົບຕິດອາວຸດທັງໝົດ ກໍໄດ້ອອກໄປເຊັ່ນກັນ
ພ້ອມກັບອາວຸດຂອງພວກເຂົາເຈົ້າ.

ທ່ານ Barazi ໄດ້ບອກ ອົງການຂ່າວ SANA ທີ່ຄວບຄຸມໂດຍລັດຖະບານ ວ່າ ກຳລັງ
ຮັກສາຄວາມປອດໄພ ຂອງລັດຖະບານ ຈະຖືກສົ່ງໄປປະຈຳການ ຢູ່ໃນເມືອງດັ່ງກ່າວ
ແລະວ່າ ພວກວິສະວະກອນ ແມ່ນກຳລັງທຳງານ ເພື່ອປົດຂະນວນລະເບີດຝັງດິນ
ຕ່າງໆ ແລະ ວັດຖຸລະເບີດອືື່ນໆ ທີ່ຖືກປະໄວ້ນັ້ນ.

ການຖອນກຳລັງອອກ ຂອງພວກຕໍ່ຕ້ານລັດຖະບານ ອັນເປັນການຍົກຍ້າຍອອກ
ຈາກຕົວເມືອງ ຄັ້ງທີສອງໃນນຶ່ງສັບປະດາ ຊຶ່ງເປັນສ່ວນນຶ່ງຂອງຂໍ້ຕົກລົງ ທີ່ກວ້າງ
ຂວາງ ໄກ່ເກ່ຍໂດຍຣັດເຊຍ ພາຍໃຕ້ຂໍ້ຕົກລົງນີ້ ພວກຕໍ່ຕ້ານລັດຖະບານ ຕ້ອງອອກ
ໄປຈາກຕົວເມືອງຕ່າງໆ ທີ່ຕົນຍຶດຄອງມາ ໄດ້ດົນນານແລ້ວ ໂດຍລັດຖະບານຊີເຣຍ
ຄ້ຳປະກັນຄວາມປອດໄພ ໃນການເຄື່ອນຍ້າຍອອກໄປ ເຂດແດນທີ່ໝັ້ນຂອງພວກ
ຕໍ່ຕ້ານລັດຖະບານ ຢູ່ເມື່ອງຕ່າງໆທີ່ຢູ່ໃກ້ຄຽງກັບຊາຍແດນຂອງເທີກີ.

ການຖອນກຳລັງຂອງພວກຕໍ່ຕ້ານລັດຖະບານ ທີ່ຄ້າຍຄືກັນ ເມື່ອສັບປະດາແລ້ວນີ້
ໄດ້ພົບເຫັນວ່າ ພວກຕໍ່ຕ້ານລັດຖະບານ ແລະ ຄອບຄົວຂອງພວກເຂົາເຈົ້າ ທີ່ກະ
ປະມານໄດ້ວ່າ ມີ 1,500 ຄົນ ໄດ້ພາກັນຍົກຍ້າຍອອກຈາກເຂດຊານເມືອງຂອງ
ນະຄອນຫຼວງ Damascus ແລະ ອີກຫຼາຍຮ້ອຍຄົນ ໄດ້ຍົກຍ້າຍອອກຈາກເມືອງ
ຕ່າງໆ ທີ່ຢູ່ໃກ້ຄຽງ ໄປຫາເຂດຄວບຄຸມຂອງພວກຕໍ່ຕ້ານລັດຖະບານ ທີ່ແຂວງ Idlib
ຢູ່ທິດຕາເວັນຕົກສຽງເໜືອ ຂອງຊີເຣຍ.

ເມືອງ al-Waer ໄດ້ຕົກຢູ່ພາຍໃຕ້ການປິດລ້ອມ ຂອງລັດຖະບານຊີເຣຍ ມາໄດ້
ຫຼາຍກວ່າປີນຶ່ງແລ້ວ ແລະ ໃນວັນອາທິດວານນີ້ ຜູ້ປົກຄອງເມືອງ ໄດ້ກ່າວວ່າ ມີ
ພົນລະເມືອງ ຫຼາຍກວ່າ 14,000 ຄົນ ໄດ້ພາກັນອອກໄປຈາກເມືອງ ຫຼາຍຈຸລຽນຕິດ
ນັບຕັ້ງແຕ່ ໄດ້ມີການບັງຄັບໃຊ້ ຂໍ້ຕົກລົງການໃຫ້ຜ່ານອອກໄປດ້ວຍຄວາມປອດໄພ
ສອງເດືອນຜ່ານມາ. ອົງການເຄື່ອນໄຫວ ສິ້ງຊອມສິດທິມະນຸດ ຂອງຊີເຣຍ ໄດ້ລະບຸ
ຕົວເລກ ຂອງພວກຍົກຍ້າຍຖິ່ນຖານວ່າມີ ຢູ່ 20,000 ຄົນ.

Syria Homs
please wait
Embed

No media source currently available

0:00 0:01:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG