ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານ ສຫລ ທີ່ສົງໄປເພີ້ມ ຈຸສຸດທ້າຍ ຖອນອອກຈາກ ອັຟການິສຖານແລ້ວ


ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວໃນວັນສຸກນີ້ວ່າ ການລົດກໍາລັງທະຫານ ໄດ້ ເປັນໄປຕາມກໍານົດ
ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວໃນວັນສຸກນີ້ວ່າ ການລົດກໍາລັງທະຫານ ໄດ້ ເປັນໄປຕາມກໍານົດ
ທໍານຽບຫ້າ​ແຈກ່າວ​ວ່າ ​ທະຫານຈຸ​ສຸດ​ທ້າຍ​ຂອງ​ຈຳນວນ
33.000 ພັນ​ຄົນ​ທີ່​ສົ່ງ​ໄປຍັງອັ​ຟການິສຖານ ​ໃນອັນ​ທີ່​ຮ້ອງ​
ວ່າ “​ການເພີ້​ມກໍາລັງ” ​ເມື່ອສອງປີ​ກ່ອນນັ້ນ ​ໄດ້ຖອນ​ອອກ
ຈາກ​ປະ​ເທດ​ດັ່ງກ່າວ​ແລ້ວ.

ຈໍາ​ນວນກໍາລັງ​ທະຫານອາ​ເມຣິກັນ ຢູ່ໃນອັຟກາ​ນິສຖານ ປັດ​ຈຸ​ບັນ​ນີ້​ໄດ້ຫຼຸດ​ລົງ​ມາເຫຼືອຢູ່ 68.000 ຄົນ ຊຶ່ງ​ເປັນ​ຕົວ​ເລກ​ ກ່ອນການສົ່ງ​ທະຫານ​ໄປ​ເພີ້​ມ.

ລັດຖະມົນ​ຕີປ້ອງ​ກັນປະ​ເທດສະຫະລັດ ທ່ານ Leon Panetta ກ່າວ​ໃນ​ວັນ​ສຸກ​ມື້ນີ້​ວ່າ ການ​ລົດ​ກໍາລັງ​ທະຫານ​ໄດ້ “​ເປັນ​ໄປ​ຕາມ​ໝາຍ​ກຳນົດ” ​ແລະເປັນໂອ ກາດ​ຮັບຮູ້​ວ່າ ການ​ເພີ້​ມກຳ​ລັງ “​ໄດ້​ບັນລຸ​ຜົນ​ຕາມ​ຈຸດປະສົງ” ​ໃນ​ການ​ຕ່າວ​ປີ້ນ​ການ​ບຸກ​ໂຈມ​ຕີ​ຂອງພວກ​ Taliban ​ແລະ​ການ​ເສີມ​ສ້າງ​ກໍາລັງ​ອັຟກາ​ນິສຖານ. ທ່ານໃຫ້​ຄວາມ​ເ​ຫັນ​ດັ່ງກ່າວ ​ໃນ​ລະ
ຫວ່າງ​ການ​ຖະ​ແຫຼງຂ່າວ​ຮ່ວມກັບລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ New Zealand ທີ່​ເມື​ອງ Auckland.

ປະທາ​ນາ​ທິບໍດີ Barack Obama ​ໄດ້​ອອກ​ຄໍາສັ່ງ​ໃຫ້​ເພີ້​ມກໍາລັງ​ທະຫານ​ຕື່ມ​ຢູ່ ອັຟກາ​ນິສຖານ ​ໃນ​ປີ 2009 ​ເພື່ອ​ຂັບ​ໄລ່ພວກ​ກໍ່​ການ​ຮ້າຍໃຫ້ຖອຍ​ກັບ​ຄືນແລະ​ໃຫ້​ໂອກາດ​ແກ່​ກໍາລັງອັຟກາ​ນິສຖານ ເລີ້ມ​ເຂົ້າຄວບ​ຄຸມ ໃນ​ການ​ຮັກສາ​ຄວາມ​ປ​ອດ​ໄພ. ສະຫະລັດ ມີ​ແຜນ​ທີ່​ຈະ​ຖອນ​ກໍາລັງສູ້ລົບ​ ອອກ​ຈາກອັຟກາ​ນິສຖານ​ໃຫ້​ໝົດ​ໃນ​ທ້າຍ​ປີ 2014.

ການເຄື່ອນ​ໄຫວ​ທີ່​ວ່າ​ນີ້​ໄດ້​ມີຂື້ນ ​ໃນ​ຂະນະ​ທີ່​ລັດຖະມົນຕີ​ປ້ອງ​ກັນປະ​ເທດສະຫະ ລັດ ທ່ານ Panetta ສືບ​ຕໍ່​ການ​ຢ້ຽມຢາມ​ເອ​ເຊຍ. ຢູ່​ທີ່ນີວຊີ​ແລນ ທ່ານກໍາລັງ​ຊອກ​ຫາ​ຊ່ອງ​ທາງ ​ເພື່ອຟື້ນ​ຟູຄວາມ​ສຳພັນດ້ານ​ປ້ອງກັນ​ປະ​ເທດ ທີ່​ໄດ້​ໂຈະ​ມາເປັນ​ເວລາດົນນານມາ​ນັ້ນກັບນິວຊີ​ແລ​ນ.

ສະຫະລັດຕ້ອງການ​ຢາກ​ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ​ຄືນ​ອີກ ​ໃນທົ່ວ​ຂົງ​ເຂດ​ເອ ເຊຍປາ​ຊິ​ຟິກ ​ໃນ​ຂະນະ​ທີ່ຈີນ ພວມໂຜ່ໂຕ ກາຍ​ເປັນ​ມະຫາ​ອຳນາດ​ທາງ​ທະ ຫານ ແລະ​ທາງ
ເສດຖະກິດ.

ທ່ານ Panetta ​ໄດ້ໄປ​ເຖິງນິວຊີ​ແລນ ຫລັງ​ຈາກ​ໄດ້​ທໍາ​ການ​ຢ້ຽມຢາມ​ຈີນ ​ເປັນ​ເວລາ​ສາມ​ວັນ ບ່ອນ​ທີ່​ທ່ານ​ໄດ້​ໄປ​ຊົມຖານ​ທັບ​ເຮືອ​ຈີນ ທີ່​ບໍ່​ເຄີຍ​ມີ​ຂຶ້ນນັ້ນ ​ໂດຍ ໄດ້​ຮັບອະນຸຍາດ​ໃຫ້​ຂື້ນໄປ​ໃນ​ເຮືອ​ລົບ ​ແລະ​ເຮືອ​ດໍາ​ນໍ້າ.
XS
SM
MD
LG