ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນລຳ​ສຸດ​ທ້າຍ ທີ່​ຊ່ວຍຊີ​ວິດ ​​ພວກ​ອົບ​ພະ​ຍົບ ທີ່​ຂ້າມ​ທະ​ເລ​ ເມ​ດິ​ແຕ​ຣາ​ເນ ໄປ​ຢູ​ໂຣບ ຖືກ​ສັ່ງ​ໃຫ້​ຍຸ​ຕິ ​ການ​ປະ​ຕິ​ບັດ​ງານ


ພວກ​ອົບ​ພະ​ຍົບ​ເຂົ້າ​ເມືອງ ຖືກ​ອົງ​ການ SOS Mediterranee ແລະ ອົງ​ການທ່ານ​ໝໍ​ທີ່​ໄຮ້​ພົມ​ແດນຊ່ວຍ​ຊີ​ວິດ​ໄວ້ ຢູ່​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ດຳ​ເນີນ​ການຊອກ​ຫາ ແລະ​ກອບ​ກູ້​ຊີ​ວິດ ໂດຍ​ໃຊ້​ກ່ຳ​ປັ່ນ MV Aquarius ຢູ່ນອກ​ຝັ່ງ​ປະ​ເທດ​ລີ​ເບຍ ໃນ​ວັນ​ທີ 10 ສິງ​ຫາ, 2018
ພວກ​ອົບ​ພະ​ຍົບ​ເຂົ້າ​ເມືອງ ຖືກ​ອົງ​ການ SOS Mediterranee ແລະ ອົງ​ການທ່ານ​ໝໍ​ທີ່​ໄຮ້​ພົມ​ແດນຊ່ວຍ​ຊີ​ວິດ​ໄວ້ ຢູ່​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ດຳ​ເນີນ​ການຊອກ​ຫາ ແລະ​ກອບ​ກູ້​ຊີ​ວິດ ໂດຍ​ໃຊ້​ກ່ຳ​ປັ່ນ MV Aquarius ຢູ່ນອກ​ຝັ່ງ​ປະ​ເທດ​ລີ​ເບຍ ໃນ​ວັນ​ທີ 10 ສິງ​ຫາ, 2018

ກຳປັ່ນຊອກ​ຫາ ແລະ​ຊ່ວຍກູ້ຊີ​ວິດ Aquarius ທີ່​ໄດ້​ຊ່ວຍ​ພວກ​ອົບ​ພະ​ຍົບ​ປະ
​ມານ 30,000 ຄົນ ໃຫ້​ຫລີກ​ລ້ຽງ​ຄວາມ​ຕາຍ​ໄດ້​ຢູ່​ໃນ​ທະ​ເລ​ເມ​ດິ​ແຕ​ຣາ​ເນ
ໄດ້​ຍຸ​ຕິ​ການປະ​ຕິ​ບັດ​ງານ​ໄວ້​.

ກຸ່ມ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ, ທ່ານ​ໝໍ​ທີ່​ໄຮ້​ພົມ​ແດນ ຫລື Doctors Without
Borders (MSF) ແລະ SOS Mediterranee ເວົ້າ​ວ່າ ບັນ​ດາ​ລັດ​ຖະ​ບານ​ຂອງ
​ປະ​ເທດ​ຢູ​ໂຣບ ໄດ້​ບັງ​ຄັບ​ໃຫ້​ພວກ​ເຂົາ​ເຈົ້າ​ຍຸ​ຕິ​ການ​ດຳ​ເນີນການ​ຊ່ວຍ​ກູ້​ຊີ​ວິດນັ້ນ​ໄວ້.

ກຳປັ່ນ Aquarius ໄດ້​ຖືກ​ຢຸດ​ສະ​ງັກ​ໄວ້​ຢູ່​ໃນ​ເມືອງ Marseille ຂອງ​ຝ​ຣັ່ງ ນັບ​ແຕ່​ເດືອນ
​ຕຸ​ລາ​ເປັນ​ຕົ້ນ​ມາ ພາຍ​ຫລັງ​ທີ່​ປາ​ນາ​ມາ ໄດ້​ຍຶດ​ເອົ​າ​ທະ​ບຽນ​ຂອງ​ກ່ຳ​ປັ່ນດັ່ງ​ກ່າວ ໂດຍ
​ໄດ້​ຖືກ​ຮ້ອງ​ຂໍ​ຈາກ​ຝ່າຍ​ຂວາຂອງ​ລັດ​ຖະ​ບານ​ອີ​ຕາ​ລີ ທີ່​ຕໍ່​ຕ້ານພວກເຂົ້າ​ເມືອງ​ນັ້ນ.

ກຳ​ປັ່ນນັ້ນ​ໄດ້​ຊ່ວຍຊີ​ວິດ​ຂອງ​ພວກ​ອົບ​ພະ​ຍົບ​ເຂົ້າ​ເມືອງ ທີ່​ພະ​ຍາ​ຍາມ​ເດີນ​ທາງ​
ຂ້າມ​ໄປ​ຫາ​ທະ​ວີບ​ຢູ​ໂຣບ​ຢ່າງ​ກັນ​ດານຈາກ​ລີ​ເບຍ ໂດຍ​ໃຊ້​ແພ ແລະເຮືອ​ນ້ອຍ ທີ່
ບໍ່​ມີ​ຄວາມ​ສາ​ມາດ​ບັນ​ຈຸຢ່າງພຽງ​ພໍ​ນັ້ນ.

"ການ​ຍຸ​ຕິ​ເຮືອ Aquarius ໄວ້​ກໍ​ໝາຍ​ຄວາມ​ວ່າ ມີ​ການ​ເສຍ​ຊີ​ວິດ​ເພີ້ມ​ຂຶ້ນ​ຢູ່​ໃນ​ທະ​ເລ;
ຈະ​ມີ​ການ​ເສ​ຍ​ຊີ​ວິດ​ທີ່​ສາ​ມາດ​ຫລີກ​ລ້ຽງ​ ບໍ່​ໄດ້​ມີ​ໃຜ​ຮູ້​ເຫັນ ແລະ​ບໍ່​ມີ​ການ​ບັນທຶກ.
ມັນ​ເປັນ​ກໍ​ລະ​ນີ​ທີ່ 'ບໍ່​ເຫັນ​ແລ້ວ​ກໍ​ບໍ່​ມີ​ໃຜ​ເວົ້າ​ຫາ​ເລີຍ' ສຳ​ລັບ​ຜູ້​ນຳອັງ​ກິດ ແລະປະ
​ເທດ​ຢູ​ໂຣບ ໃນ​ຂະ​ນະ​ທີ່​ຜູ້​ຊາຍ, ຜູ້​ຍິງ ແລະ​ເດັກ​ນ້ອຍ​ໄຫ້​ຫາຍ​ໄປ," ນັ້ນ​ຄື​ຄຳ​ເວົ້າ
​ຂອງ​ທ່ານ​ນາງ Vickie Hawkins ຫົວ​ໜ້າ​ອົງ​ການທ່ານ​ໝໍ​ທີ່​ໄຮ້​ພົມ​ແດນ​ຂອງ​ອັງ​
ກິດ ທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ.

ອົງ​ການ​ວ່າ​ດ້ວຍ​ອົບ​ພະ​ຍົບ​ສາ​ກົນ​ເວົ້າ​ວ່າ ອົບ​ພະ​ຍົບ​ເຂົ້າ​ເມືອງປະ​ມານ 15,000
ໄດ້​ຖືກ​ຈົມ​ນ້ຳ​ຕາຍ ຢູ່​ໃນ​ເຂດ​ທະ​ເລ​ເມ​ດິ​ແຕ​ຣາ​ເນ​ຕອນ​ກາງ ນັ້ບ​ແຕ່​ປີ 2013 ເປັນ
​ຕົ້ນ​ມາ. ຄາດ​ກັນ​ວ່າ ຢູ່​ໃນ​ປີນີ້​ເທົ່າ​ນັ້ນ ກໍ​ມີປະ​ມານ 2,133 ໄດ້ເສຍ​ຊີ​ວິດ​ໄປ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG