ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ນຳຂະ​ເໝນ​ແດງ ສອງ​ຄົນ ສຸດ​ທ້າຍ ຖືກ​ສານ ສາ​ກົນ ພົບ​ວ່າ ມີ​ຄວາມ​ຜິດ ຖານ​​ຂ້າ​ລ້າງ ​ເຜົ່າ​ພັນ

ນັກ​ສຶກ​ສາ​ທັງ​ຫລາຍ ພາ​ກັນ​ໄປ​ຟັງ​ການໄຕ່​ສວນ​ຄະ​ດີ ໂດຍສານ​ສາ​ກົນ ຕໍ່ຜູ້​ນຳສອງ​ຄົນຂອງ ກຸ່ມຂະ​ເໝນ​ແດງ ທີ່​ຈັດ​ຂຶ້ນ​ ໃນ​ພະ​ນົມ​ເປັນ ໃນ​ວັນ​ທີ 16 ພະ​ຈິກ 2018
ນັກ​ສຶກ​ສາ​ທັງ​ຫລາຍ ພາ​ກັນ​ໄປ​ຟັງ​ການໄຕ່​ສວນ​ຄະ​ດີ ໂດຍສານ​ສາ​ກົນ ຕໍ່ຜູ້​ນຳສອງ​ຄົນຂອງ ກຸ່ມຂະ​ເໝນ​ແດງ ທີ່​ຈັດ​ຂຶ້ນ​ ໃນ​ພະ​ນົມ​ເປັນ ໃນ​ວັນ​ທີ 16 ພະ​ຈິກ 2018

ສານ​ຍຸ​ຕິ​ທຳ​ສາ​ກົນໄດ້​ພົບ​ວ່າ ຜູ້​ນຳສອງ​ຄົນຂອງກຸ່ມຂະ​ເໝນ​ແດງ ທີ່ມີ​ຊື່​ສຽງ​ໃນ​ທາງ
ບໍ່​ດີ ທີ່​ຍັງ​ມີ​ຊີ​ວິດ​ຢູ່ນັ້ນ ມີ​ຄວາມ​ຜິດຖານຂ້າ​ລ້າງ​ເຜົ່າ​ພັນ ຢູ່​ໃນໄລ​ຍະທີ່ກຸ່ມ​ດັ່ງ​ກ່າວ
​ປົກ​ຄອງກຳ​ປູ​ເຈຍ​ຢ່າງ​ປ່າ​ເຖື່ອນ​ ​ໃນຊຸມ​ປີ 1970 ນັ້ນ.

ທ້າວນວນ ​ເຈຍ ອາ​ຍຸ 92 ປີ ແລະອະ​ດີດ​ປະ​ທານ​ປະ​ເທດຂຽວ ສຳ​ພັນ, ອາ​ຍຸ 87 ປີ
ຖື​ກສານ​ສາ​ກົນ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຊຶ່ງ​ຮູ້​ກັນ​ໃນ​ຊື່​
ຢ່າງ​ເປັນ​ທາງ​ການ​ວ່າ ​ສານ​ພິ​ເສດຂອງ​ກຳ​ປູ​ເຈຍນັ້ນ ​ພົບເຫັນໃນ​ວັນ​ສຸກມື້ນີ້ວ່າ ມີ
​ຄວາມ​ຜິດຖານກໍ່ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ.

ຄວາມ​ຜິດ​ເຫລົ່າ​ນີ້​ລວມ​ມີ ການ​ຄາດ​ຕະ​ກຳ, ການ​ທຳ​ລາຍ​ລ້າງ​ຜານ​ຄົນ, ການ​ເຮັດ​ໃຫ້​
ຄົນກາຍ​ເປັນ​ຂ້າ​ທາດ, ການທໍ​ລະ​ມານແລະການ​ຈັບ​ຄົນ​ໄປ​ລົງ​ໂທດໂດຍ ​ອີງ​ໃສ່ພື້ນ
​ຖານການ​ເມືອງ, ຊົນ​ຊາດ ຊົນ​ເຜົ່າ ແລະ​ສາດ​ສະ​ໜາ.

ພາບ​ທ້າວ ຂຽວ ສຳ​ພັນ, ອະດີດ​ປະ​ທານ​ປະ​ເທດ ໃນ​ລະ​ບອບ​ປົກ​ຄອງ​ຂອງ​ຂະ​ເໝນ​ແດງ ຢືນ​ຟັງການ​ຕັດ​ສິນຂອງສານ​ສາ​ກົນ ຢູ່​ໃນ​ໄລ​ຍະ​ທີ່​ມີ​ການ​ໄຕ່​ສວນ​ຄະ​ດີ ຂອງ​ສານ​ດັ່ງ​ກ່າວ ຢູ່​ພະ​ນົມ​ເປັນ ໃນ​ວັນ​ທີ 16 ພະ​ຈິກ, 2018.

ພວກ​ເຂົາ​ເຈົ້າ​ຖືກ​ຂໍ້​ຫາວ່າ ທຳ​ການຂ້າ​ລ້າງ​ເຜົ່າ​ພັນທີ່​ໄດ້​ສັງ​ຫານ​ຊີ​ວິດຂອງ​ສະ​ມາ​ຊິກ​ຊົນ
ກຸ່ມ​ນ້ອຍທີ່​ເປັນ​ຊາວຫວຽດ​ນາມ ແລະຊົນ​ເຜົ່າ​ຈາມ ແລະຍັງ​ລະ​ເມີດສົນ​ທິ​ສັນ​ຍາ​ເຈ​ນີ​ວາ
ເພີ້ມ​ອີກ, ຊຶ່ງ​ລວມ​ມີ ການ​ຂ້າ​ຢ່າງມີ​ເຈດ​ຕະ​ນາ, ການທໍ​ລະ​ມານ ຫລື ການ​ປະຕິ​ບັດ​ຕໍ່​ຄົນ
ຢ່າງ​ຂາດ​ມະ​ນຸດ​ສະ​ທຳ.

ທັງ​ສອງ​ຄົນ​ນີ້ ແມ່ນ​ສະ​ມາ​ຊິກ​ລະ​ດັບ​ສູງ​ທີ່​ສຸດທີ່​ຍັງ​ມີ​ຊີ​ວິດ​ຢູ່ຂອງ​ກຸ່ມ​ຄອມ​ມີວ​ນິ​ສ ຂະ​ເໝນ​ແດງ.

ທ້າວນວນ ​ເຈຍ ທີ່​ເປັນ​ຫົວ​ໜ້າ​ດ້ານ​ອຸ​ດົມ​ການ ແລະ​ຜູ້​ນຳ​ສູງ​ລະ​ດັບ​ສອງຂອງ​ຂະ​ເໝນ​ແດງ ນັ່ງ​ຟັງ​ຄຳ​ຕັດ​ສິນ​ຂອງ​ສານ ໃນ​ຂະ​ນະ​ທີ່​ມີ​ການ​ໄຕ່​ສວນ​ຄະ​ດີ ຂອງ​ສານ​ສາ​ກົນ ຢູ່​ນະ​ຄອນ​ພະ​ນົມ​ເປັນ ໃນ​ວັນ​ທີ 16 ພະ​ຈິກ 2018

ທັງ​ສອງ​ຄົນ​ນີ້ ຕ່າງ​ກໍຢືນ​ຢັນ​ວ່າ ​ຫວຽດ​ນາມ​ເປັນ​ຜູ້​ຮັບ​ຜິດ​ຊອບໃນ​ການ​ສັງ​ຫານ​ຊີ​ວິດຂອງເກືອບ​ 2 ລ້ານ​ຄົນ ໂດຍ​ການ​ໃຊ້ຫລາຍ​ມາດ​ຕະ​ການ, ລວມ​ທັງການ ບໍ່​ໃຫ້​ກິນ​ອາ​ຫານ, ທໍ​ລະ​ມານ, ແລະການເຮັດ​ວຽກ​ໜັກ​ຈົນ​ໝົດ​ແຮງ ຢູ່​ສູນອອກ​ແຮງ​ງານຕ່າງໆ. ສ່ວນ​ຄົນ​ອື່ນໆ​ນັ້ນ ຖືກຕີດ້ວຍ​ຄ້ອນ​ຈົນ​ຕາຍຢູ່​ໃນ​ການ​ປະ​ຫານ​ຊີ​ວິດໝູ່ ຢູ່​ໃນ​ສະ​ຖານ​ທີ່ ທີ່​ເອີ້ນ​ວ່າ “ທົ່ງ​ມໍ​ລະ​ນະ” ນັ້ນ. ​

ຜູ້ຊາຍ​ທັງ​ສອງ​ຄົນ​ນີ້ໄດ້​ຮັບ​ໂທດ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ​ຢູ່​ແລ້ວ. ພວກ​ເຂົາ​ເຈົ້າ ຖືກ​ຕັດ​ສິນ ຢູ່​ໃນ​ການ​ໄຕ່​ສວນ​ຄະ​ດີ​ໃນ​ເມື່ອ​ກ່ອນວ່າ ​ກໍ່ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ ທີ່​ມີ​ການ​ພົວ​ພັນ​ກັບ​ການບັງ​ຄັບ​ໃຫ້​ຜູ້​ຄົນ ຍົກ​ຍ້າຍຢ່າງ​ຫລວງ​ຫລາຍ ໄປ​ບ່ອນ​ອື່ນ ແລະ​ບັງ​ຄັບ​ໃຫ້ຄົນ​ໃນ​ຈຳ​ນວນ​ຫລວງ​ຫລາຍ​ ຫາຍ​ສາບ​ສູນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG