ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕປະກັນ ຄົນຝຣັ່ງ ຜູ້ສຸດທ້າຍ ຖືກປ່ອຍໂຕແລ້ວ ໂດຍ ​ພວກ al-Qaida ​ໃນ​ອາ​ຟຣິກາ​ເໜືອ


ພາບຂອງ ທ່ານ Serge Lazarevic ທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ມາ ເມື່ອວັນທີ 6 ກຸມພາ 2013 ໂດຍ ຄະນະກຳມະການ ຊາວຟີລິບປິນ ເພື່ອສະໜັບສະໜຸນ Philippe Verdon and Serge Lazarevic.
ພາບຂອງ ທ່ານ Serge Lazarevic ທີ່ບໍ່ໄດ້ລະບຸວັນເວລາ ທີ່ໄດ້ມາ ເມື່ອວັນທີ 6 ກຸມພາ 2013 ໂດຍ ຄະນະກຳມະການ ຊາວຟີລິບປິນ ເພື່ອສະໜັບສະໜຸນ Philippe Verdon and Serge Lazarevic.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວ​ວ່າ ​
ໂຕປະກັນ​ຄົນ​ສຸດ​ທ້າຍ​ຂອງປະ​ເທດທ່ານ ຄື ທ່ານ Serge
Lazarevic ​ແມ່ນເປັນ​ອິດ​ສະລະ​ແລ້ວ ຫຼັງຈາກທີ່ຖືກຈັບໄວ້
​ເກືອບ ​ຮອດ 3 ປີ ​ໂດຍເຄືອ​ຂ່າຍຂອງ​ພວກ al-Qaida ​ໃນ​
ອາ​ຟຣິກາ​ເໜືອ​.

ຊາຍຝຣັ່ງ ​ໄວ 50 ປີ ​ທີ່​ຖືກ​ລັກພາ​ໂຕ​ໄປ ໃນ​ພາກ​ເໜືອ​ ຂອງ
​ປະ​ເທດ​ມາລີ ​ໄດ້​ມີ​ຄວາມ​ເຫັນ ​ໃນ​ອັງຄານ​ວານ​ນີ້ ຕໍ່ບັນດາ
​ນັກ​ຂ່າວ ທີ່​ສະຖານທູດ​ຝຣັ່ງ ​ໃນ​ນະ​ຄອນ​ຫລວງ Niamey ​
ຂອງໄນ​ຈີ​ເຣຍ ​ໂດຍ​ມີ ​ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ
Mahamadou Issoufou ຢືນ​ຢູ່​ຄຽງ​ຂ້າງ​.

ການ​ປົດ​ປ່ອຍ​ໂຕ​ລາວ ​ໄດ້​ພາໃຫ້​ມີ​ການຕັ້ງຄຳ​ຖາມ​ຂຶ້ນມາ​ໃນ​ທັນທີ​ ກ່ຽວ​ກັບ​ວ່າ ​ລັດຖະບານ​ຝຣັ່ງ​ອາດໄດ້ທຳ​ການ​ຍິນ​ຍອມ​ແນວ​ໃດ ຈຶ່ງ​ໄດ້​ອຳນວຍ​ໃຫ້​ມີ​ການ​ປ່ອຍ​ໂຕ ທ່ານ Lazarevic ​ໃຫ້​ເປັນ​ອິດສະລະ ຈາກ​ ເຄືອ​ຂ່າຍ ຂອງພວກ al-Qaida ​ໃນ​ເຂດ Maghreb ອິສລາມ​ ນັ້ນ.

ຝຣັ່ງ​ໄດ້ຢືນ​ຢັດວ່າ ຕົນ​ບໍ່​ໄດ້​ຈ່າຍ​ຄ່າໄຖ່​ໃດໆ ​ແຕ່ໄດ້ຍອມ​ຮັບ ​ໃນ​ເດືອນກັນຍາ ຜ່ານ​ມາ​ ​ວ່າ “ປະ​ເທດ​ອື່ນໆ​ໄດ້​ຈ່າຍ​ຄ່າ​ໄຖ່ ​ເພື່ອ​ຊ່ອຍ​ເຫຼືອ” ຝຣັ່ງ.

FRANCE-HOSTAGE-FREED-VIDEO
please wait

No media source currently available

0:00 0:01:14 0:00

XS
SM
MD
LG