ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາສ ເວກັສ 'ທຳຄວາມກ້າວໜ້າ' ໃນຄະດີຍິງສັງຫານ ແຕ່ຍັງບໍ່ລະບຸເຈດຕະນາ


ເຈົ້າໜ້າທີ່ຕຳຫຼວດນະຄອນ Las Vegas ຢືນຢູ່ ພື້ນທີ່ໆຖືກປິດກັ້ນເອົາໄວ້ ໃກ້ໆກັບໂຮງແຮມ ຣີີສອດ Mandalay Bay ແລະ Casino, ວັນທີ 3 ຕຸລາ 2017, ໃນນະຄອນ Las Vegas, ເຊິ່ງເປັນສະຖານທີ່ໆ ເກີດເຫດການຍິງສັງຫານໝູ່ ເມື່ອວັນທີ 1 ໂດຍທ້າວ Stephen Craig Paddock.
ເຈົ້າໜ້າທີ່ຕຳຫຼວດນະຄອນ Las Vegas ຢືນຢູ່ ພື້ນທີ່ໆຖືກປິດກັ້ນເອົາໄວ້ ໃກ້ໆກັບໂຮງແຮມ ຣີີສອດ Mandalay Bay ແລະ Casino, ວັນທີ 3 ຕຸລາ 2017, ໃນນະຄອນ Las Vegas, ເຊິ່ງເປັນສະຖານທີ່ໆ ເກີດເຫດການຍິງສັງຫານໝູ່ ເມື່ອວັນທີ 1 ໂດຍທ້າວ Stephen Craig Paddock.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈະເດີນທາງໄປນະຄອນ Las Vegas
ໃນວັນພຸດມື້ນີ້ ໃນຂະນະທີ່ ບັນດານັກສືບສວນ ຢູ່ທີ່ນັ້ນ ສືບຕໍ່ພະຍາ ຍາມຊອກຫາ
ສາເຫດວ່າ ເປັນຫຍັງມືປືນ ຈຶ່ງໂຈມຕີ ງານບຸນດົນຕີ ຈາກຫ້ອງພັກຢູ່ເບື້ອງເທິງ ຂອງ
ໂຮງແຮມແຫ່ງນຶ່ງ ເຊິ່ງໄດ້ສັງຫານ ຢ່າງໜ້ອຍ 58 ຄົນ ແລະ ຕໍ່ຈາກນັ້ນ ກໍສັງຫານ
ຕົນເອງ.

“ພວກເຮົາຈະໄປເບິ່ງພວກຄົນບາງສ່ວນ ທີ່ກຳລັງພັກຟື້ນໂຕຢູ່ ແລະ ຈຳນວນນຶ່ງ
ທີ່ລອດຊີວິດ”
ທ່ານທຣຳ ໄດ້ກ່າວ ກ່ອນໜ້າອອກເດີນທາງ. ທ່ານກ່າວຕື່ມວ່າ “ພວກ
ເຮົາຍັງ ຈະພົບປະກັບ ຕຳຫຼວດ ຜູ້ບັນຊາການຕຳຫຼວດ ແລະ ພວກເຮົາຈະໃຊ້
ເວລາໜ້ອຍນຶ່ງ ຢູ່ທີ່ນະຄອນ Las Vegas.”

ທ່ານປະທານາທິບໍດີ ຍັງໄດ້ອະທິບາຍວ່າ ມືປືນ ເປັນ “ຄົນທີ່ບໍ່ປົກກະຕິ ແລະ
ເປັນຄົນບ້າ”
ແລະ ໄດ້ກ່າວວ່າ ການສົນທະນາ ກ່ຽວກັບການຄວບຄຸມປືນໃໝ່
ໃດໆ ແມ່ນເອົາໄວ້ “ໃນເວລາໜ້າ.”

ບັນດາເຈົ້າໜ້າທີ່ ໄດ້ລະບຸວ່າ ທ້າວ Stephen Paddock ອາຍຸ 64 ປີ ເປັນຜູ້ທີ່ໄດ້
ຍິງປືນ ເປັນເວລາ ລະຫວ່າງ 9 ຫາ 11 ນາທີ ຈາກຫ້ອງພັກ ຢູ່ຊັ້ນທີ 32 ຂອງ
ໂຮງແຮມ ຣີສອດ Mandalay Bay ແລະ Casino. ນອກເໜືອຈາກ ພວກທີ່ໄດ້ ຖືກສັງຫານແລ້ວນັ້ນ ຫຼາຍກວ່າ 500 ຄົນ ຍັງໄດ້ຮັບບາດເຈັບ ໃນລະຫວ່າງ
ການໂຈມຕີ.

ຜູ້ບັນຊາການຕຳຫຼວດເມືອງ Clark ທ່ານ Joe Lombardo ໄດ້ບອກບັນດານັກຂ່າວ
ໃນວັນອັງຄານວານນີ້ ວ່າ ທ່ານ “ເຊື່ອໝັ້ນແທ້ໆ” ວ່າ ຕຳຫຼວດຈະກຳ ນົດເຈດຕະນາ
ຂອງມືປືນ ແລະ ທ່ານຄາດວ່າ ຈະມີ “ຈຳນວນຂໍ້ມູນຢ່າງຫລວງຫຼາຍ” ໃນສອງສາມ
ມື້ຂ້າງໜ້ານີ້.

ທ່ານໄດ້ກ່າວວ່າ “ພວກເຮົາກຳລັງທຳຄວາມກ້າວໜ້າຢູ່ ແຕ່ຂ້າພະເຈົ້າ ຍັງບໍ່ມີ
ຄຳຕອບ ທີ່ຄົບຖ້ວນເທື່ອ.”

ກະແຈສຳຄັນອີກອັນນຶ່ງ ຂອງການສືບສວນສອບສວນ ກໍແມ່ນຜູ້ສາວຂອງ ທ້າວ
Paddock ຄື ນາງ Marilou Danley ຜູ້ທີ່ທ່ານ Lombardo ໄດ້ກ່າວວ່າ ເປັນບຸກຄົນ
ທີ່ໜ້າສົນໃຈ ໃນກໍລະນີດັ່ງກ່າວ.

ນາງໄດ້ໄປຢູ່ຟີລິບປິນ ໃນເວລາ ທີ່ການໂຈມຕີເກີດຂຶ້ນ ແລະ ໄດ້ບິນກັບຄືນມາຍັງ
ສະຫະລັດ ໃນຕອນແລງວັນອັງຄານວານນີ້. ນາງໄດ້ພົບກັບ ບັນດາເຈົ້າໜ້າທີ່ ຂອງ
ອົງການສັນຕິບານກາງ ຫຼື FBI ຢູ່ທີ່ ສະໜາມບິນສາກົນ ນະຄອນ Los Angeles.

ທ່ານ Lombardo ໄດ້ກ່າວວ່າ ສິ່ງທີ່ຈະແຈ້ງ ກໍແມ່ນວ່າ ການໂຈມຕີ ໃນຕອນເດິກ
ວັນອາທິດ ຜ່ານມານີ້ ຢູ່ທີ່ເດີ່ນນະຄອນ Las Vegas ນັ້ນ ແມ່ນເປັນການວາງແຜນ
ໄວ້ລ່ວງໜ້າ.

Las Vegas Shooting
please wait
Embed

No media source currently available

0:00 0:01:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG