ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຍັງສືບສວນ ການຍິງສັງຫານ ຢູ່ ນະຄອນ Las Vegas


ຝູງຊົນພາກັນໄຕ້ທຽນໄຂໄວ້ອາໄລ ເຈົ້າໜ້າທີ່ຕຳຫລວດ ທ່ານ Charleston Hartfield ທີ່ຖືກຍິງ ໃນນະຄອນ Las Vegas ,
ຝູງຊົນພາກັນໄຕ້ທຽນໄຂໄວ້ອາໄລ ເຈົ້າໜ້າທີ່ຕຳຫລວດ ທ່ານ Charleston Hartfield ທີ່ຖືກຍິງ ໃນນະຄອນ Las Vegas ,

ຕຳຫລວດໃນນະຄອນ Las Vegas ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ລົດ​ທີ່​ເຂົາ​ເຈົ້າ​ຊອກ​ຫາ ອັນ​ເປັນ​ສ່ວນນຶ່ງໃນ​ການ​ສືບສວນ​ ຂອງ​ການ​ຍິງ​ສັງຫານ​ໝູ່ ທີ່​ມື​ປືນ​ທ້າວ Stephen Paddock ​ໄດ້​ຍິງລົງມາ ​ຈາກ​ຊັ້ນ​ທີ 32 ຂອງ​ໂຮງ​ແຮມ ກາ​ຊີ​ໂນ Mandalay Bay ຊຶ່ງໄດ້ສັງຫານ ​ຢ່າງ​ໜ້ອຍ 58 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີກ ​ຫລາຍຮ້ອຍຄົນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເບິ່ງ​ຄອນ​ເສີດລູກ​ທົ່ງ.

ຮູບພາບແຜ່ນນຶ່ງຫ້ອຍຢູ່ໄມ້ກາງເຂນ ຂອງຈຳນວນ 58 ຄົນ ທີ່ຖືກສັງຫານໝູ່ ໃນນະຄອນ Las Vegas.
ຮູບພາບແຜ່ນນຶ່ງຫ້ອຍຢູ່ໄມ້ກາງເຂນ ຂອງຈຳນວນ 58 ຄົນ ທີ່ຖືກສັງຫານໝູ່ ໃນນະຄອນ Las Vegas.

ຕຳຫລວດ​ກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ ​ລົດ Hyundai Tucson ​ເວລາ​ເຂົາເຈົ້າກວດ​ຄົ້ນ ຕາມຄຳສັ່ງຂອງສານ ຢູ່​ເຮືອນບ່ອນທີ່​ທ້າວ Paddock ຢູ່​ກັບ​ແຟນຂອງ​ລາວ​ ນາງ Marilou Danley ໃນ​ເມືອງ Reno. ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ໃນ​ທັນທີເທື່ອວ່າ ​ພວກເຈົ້າ​ໜ້າ​ທີ່ໄດ້ພົບ​ເຫັນ​ລົດ​ດັ່ງກ່າວ
ໃນ​ວັນ​ພະຫັດ ​ຫລື​ກ່ອນໜ້າ​ນີ້.

ບັນດາແຟນໆເພງພາກັນເບິ່ງການສະແດງຂອງ ທ້າວ Charli XCX ທີ່ບຸນ Lollapalooza ໃນນະຄອນ Chicago.
ບັນດາແຟນໆເພງພາກັນເບິ່ງການສະແດງຂອງ ທ້າວ Charli XCX ທີ່ບຸນ Lollapalooza ໃນນະຄອນ Chicago.

ກອງ​ທືນ GoFunMe ​ທີ່ຕັ້ງຂຶ້ນສຳລັບ​ຜູ້​ເຄາະ​ຮ້າຍແລະ​ບັນດາ​ຄອບຄົວ​ຂອງ​ຜູ້​ເຄາະ​ຮ້າຍ​ທີ່​ຖືກ​ສັງຫານໝູ່​ໃນ​ນະຄອນ Las Vegas ​ໄດ້ເພີ້ມ​ຂຶ້ນ​ເຖິງ 9 ລ້ານ 5 ​ແສນໂດ​ລາແລ້ວ​ ຈາກ​ການ​ບໍລິຈາກ ​ແລະມີທ່າທາງວ່າ ຈະ​ຂຶ້ນ​ເປັນຫຼາຍ​ສິບ​ລ້ານ​ໂດ​ລາ ອີງ​ຕາມ​ຄະນະ​ກຳມາທິການບໍລິຫານ​ເມືອງ Clark ທ່ານ Steve Sisolak ທີ່​ກ່າວຢູ່ໃນລາຍ​ງານ​ຂອງ​ໜັງສື​ພິມ Las Vegas Sun.

ຮູບພາບຂອງເຈົ້າໜ້າທີ່ຕຳຫລວດ ທ່ານ Charleston Hartfield ທີ່ຖືກເສຍຊີວິດຈາກການຍິງສັງຫານໝູ່ ທີ່ນະຄອນ Las Vegas.
ຮູບພາບຂອງເຈົ້າໜ້າທີ່ຕຳຫລວດ ທ່ານ Charleston Hartfield ທີ່ຖືກເສຍຊີວິດຈາກການຍິງສັງຫານໝູ່ ທີ່ນະຄອນ Las Vegas.

ປະທານ ​ແລະ​ຫົວໜ້າ​ບໍລິຫານ​ສູນ​ປະຊຸມ​ແລະ​ອົງການຄຸ້ມຄອງການທ່ອງທ່ຽວ​ນະຄອນ Las Vegas ກ່າວ​ວ່າ ປັດຈຸບັນ​ນີ້​ ບໍ່ແມ່ນ​ເວລາ​ທີ່​ຈະ​ສົນທະນາກັນ
​ເຖິງ​ຜົນ​ກະທົບ​ຕໍ່​ການ​ທ່ອງ​ທ່ຽວ ທີ່​ເກີດ​ຈາກ​ການ​ຍິງ​ສັງຫານ​ໝູ່. ທ່ານ Rossi Ralentkotte ກ່າວ​ວ່າ “ຈະແມ່ນເວລາ ເມື່ອ​ພວກ​ເຮົ​າທົບທວນ​ຄືນ​ເບິ່ງການຊຸກ ຍູ້ໃຫ້ນະຄອນ Las Vegas ​ເປັນຈຸດໝາຍປາຍທາງ ​ທີ່​ຍິ່ງ​ໃຫຍ່​ທີ່ສຸດ​ຢູ່​ໃນ​ໂລກ ​ແຕ່​ວ່າບໍ່​ແມ່ນ​ໃນເວລານີ້.” ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ເບິ່ງ​ແຍງ​ບັນດາ​ລູກ​ຄ້າ​ຂອງພວກ​ເຮົາ. ພວກ​ເຮົາ​ຕ້ອງ​ເບິ່ງ​ແຍງ​ປະຊາ​ຄົມ​ ​ແລະນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຈະ​ເຮັດ.”

ນາງ Veronica Hartfield ພັນລະຍາຂອງເຈົ້າໜ້າທີ່ຕຳຫລວດ ທ່ານ Charleston Hartfield ແລະລູກຊາຍ ທ້າວ Ayzayah Hartfield ຢູ່ໃນພິທີໄວ້ອາໄລ.
ນາງ Veronica Hartfield ພັນລະຍາຂອງເຈົ້າໜ້າທີ່ຕຳຫລວດ ທ່ານ Charleston Hartfield ແລະລູກຊາຍ ທ້າວ Ayzayah Hartfield ຢູ່ໃນພິທີໄວ້ອາໄລ.

ທ້າວ Paddock ໄດ້ໃຊ້ເວລາ​ຫລາຍໆ​ມື້ ​ແລະ​ຫລາຍ​ໆ​ເດືອນ​ກ່ອນ​ຈະເລີ້ມລົງມື ໃນ​ການ​ຍິງ​ສັງຫານໝູ່​ທີ່​ຮ້າຍ​ແຮງ​ສຸດ​ໃນ​ປະຫວັດສາດ​ຂອງສະຫະລັດຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍໄດ້​ເຊົ່າ​ຫຼາຍໆຫ້ອງ​ຂອງໂຮງ​ແຮມ​ທີ່ສາມາດ​ຫລຽວເຫັນ​ການ​ສ​ະ​ແດງ​ດົນຕີຢູ່​ໃນ​ນະຄອນ Las Vegas ພ້ອມ​ດ້ວຍ​ຢູ່​ທີ່​ນະຄອນ Chicago ອີງຕາມ
ຄຳເວົ້າຂອງ​ພວກ​ເຈົ້າ​ໜ້າ​ທີ່​.

ນາງ Marilou Danley. Danley ອາຍຸ 62 ປີ ແຟນຂອງມືປືນ ກັບຄືນມາສະຫະລັດ ຈາກ Philippines.
ນາງ Marilou Danley. Danley ອາຍຸ 62 ປີ ແຟນຂອງມືປືນ ກັບຄືນມາສະຫະລັດ ຈາກ Philippines.

ລາຍງານຂອງສື່​ມວນ​ຊົນ ທີ່ໄດ້ອ້າ​ງຄຳ ເວົ້າຂອງພວກ​ເຈົ້າ​ໜ້າ​ທີ່ ​ແຈ້ງວ່າ ທ້າວ Paddock ​ໄດ້​ຈອງ​ໂຮງແຮມສອງ​ຫ້ອງ
​ຢູ່​ນະຄອນ Chicago ​ໃນ​ເດືອນ​ສິງຫາ ​ຜ່ານມາເພື່ອສັງເກດເບິ່ງງານ​ບຸນ Lollapalooza ທີ່​ມີແຟນດິນຕີໄປຮ່ວມ​ຫຼາຍ​ຮ້ອຍ​ພັນຄົນໃນແຕ່ລະ​ປີ. ທ້າວ Paddock
ບໍ່​ໄດ້​ເຂົ້າ​ໄປ​ຢູ່ ​ໃນ​ຫ້ອງທີ່ຈອງໄວ້ ​ແລະ
ຍັງບໍ່ຮູ້ເທື່ອ​ວ່າ ລາວ​ໄດ້​ໄປ​ນະຄອນ
Chicago ໃນວັນທ້າຍສັບປະດາ​ນັ້ນ​ຫລືບໍ່ ດັ່ງ​ທີ່ໄດ້ມີ​ລາຍ​ງານເປັນເທື່ອ​ທຳ​ອິດ​ໂດຍເວັບໄຊ TMZ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Las Vegas Shooting
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG