ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພື້ນທີ່ສ່ວນໃຫຍ່ ຂອງເມືອງກຸນດຸສ ແລະເມືອງເອກຂອງແຂວງ ສອງແຫ່ງ ຖືກກຸ່ມຕາລີບານ ຍຶດເອົາໄດ້


ທຸງຂອງກຸ່ມຕາລີບານ ປິວສະບັດຢູ່ທີ່ຈະຕຸລັດ ຂອງເມືອງກຸນດຸສ ຫຼັງຈາກທີ່ການສູ້ລົບ ລະຫວ່າງ ກຸ່ມຕາລີ ແລະກຳລັງຮັກສາຄວາມປອດໄພ ຂອງອັຟການິສຖານ ໄດ້ຍຸຕິລົງ ທີ່ເມືອງກຸນດຸສ ຂອງອັຟການິສຖານ, ວັນອາທິດ ທີ 8 ສິງຫາ 2021.
ທຸງຂອງກຸ່ມຕາລີບານ ປິວສະບັດຢູ່ທີ່ຈະຕຸລັດ ຂອງເມືອງກຸນດຸສ ຫຼັງຈາກທີ່ການສູ້ລົບ ລະຫວ່າງ ກຸ່ມຕາລີ ແລະກຳລັງຮັກສາຄວາມປອດໄພ ຂອງອັຟການິສຖານ ໄດ້ຍຸຕິລົງ ທີ່ເມືອງກຸນດຸສ ຂອງອັຟການິສຖານ, ວັນອາທິດ ທີ 8 ສິງຫາ 2021.

ພວກນັກລົບຂອງກຸ່ມຕາລີບານ ໄດ້ເຂົ້າຢຶດເອົາພື້ນທີ່ສ່ວນໃຫຍ່ ຂອງເມືອງກຸນດຸສ (Kunduz) ພ້ອມກັບເມືອງຫລວງຂອງແຂວງ ທາຄາຣ໌ (Takhar) ແລະຊາ ເອີ ພອລ (Sar e Pol) ທາງພາກເໜືອ ແລະພາກຕາເວັນອອກສຽງເໜືອຂອງອັຟການິສຖານໃນມື້ວັນອາທິດວານນີ້ຫລັງຈາກມີການສູ້ລົບກັນຢ່າງດຸເດືອດ ເປັນເວລາຫລາຍມື້.

ຫລາຍຮ້ອຍຄອບຄົວພາກັນຫລົບໜີອອກຈາກເມືອງກຸນດຸສ, ເຊິ່ງຢູ່ໃນແຂວງທີ່ມີຊື່ຄືກັນ ໂດຍປະຖິ້ມທຸກຢ່າງໄວ້ຂ້າງຫລັງ. ວີດີໂອໃນສື່ສັງຄົມອອນລາຍໄດ້ເຜີຍໃຫ້ເຫັນພາບຂອງຜູ້ຄົນທີ່ກໍາລັງແລ່ນໜີດ້ວຍຄວາມຢ້ານກົວ ແລະມີໝອກຄັວນສີດໍາລອຍຂຶ້ນມາຢູ່ບໍລິເວນດັ່ງກ່າວ ໃນຂະນະທີ່ບາງສ່ວນຂອງເມືອງໄດ້ຖືກໄຟໄໝ້.

ທ້າວຟາຣິດ (Farid) ປະຊາຊົນຂອງເມືອງກຸນດຸສ ຜູ້ທີ່ຫລົບໜີອອກມາ, ໄດ້ກ່າວຕໍ່ VOA ວ່າປະຊາຊົນໄດ້ຮັບຄວາມລໍາບາກເວດທະນາໃນຊ່ວງສອງມື້ທີ່ກຸ່ມຕາລິບານໄດ້ທໍາການໂຈມຕີ.

“ຮ້ານຂາຍເຄື່ອງຕ່າງໆຖືກໄຟໄໝ້, ເມືອງຖືກປິດ, ການຕໍ່ສູ້ຍັງຄົງດໍາເນີນຕໍ່ໄປ, ບໍ່ມີນໍ້າ ແລະອາຫານ,” ທ້າວຟາຣິດໄດ້ກ່າວເຊັ່ນນັ້ນ.

ກຸ່ມຕາລິບານອ້າງວ່າ ພວກເຂົາຢຶດເມືອງໄດ້, ແຕ່ລັດຖະບານອັຟການິສຖານກ່າວວ່າ ພວກຕົນໄດ້ເລີ້ມການໂຈມຕີຕອບໂຕ້ຄືນແລ້ວ.

“ການປະຕິບັດການຮ່ວມຂອງກອງກໍາລັງຄວາມໝັ້ນຄົງ ແລະກອງກໍາລັງປ້ອງກັນປະເທດອັຟການິສຖານ (ANSDF) ຢູ່ໃນເມືອງກຸນດຸສ ແມ່ນປະສົບຄວາມສໍາເລັດ, ໂດຍພື້ນທີ່ຫລາຍແຫ່ງໃນເມືອງໄດ້ຖືກຢຶດຄືນ ແລະພວກກໍ່ການຮ້າຍທັງຫລາຍໄດ້ຖືກສັງຫານ ແລະບາດເຈັບ.” ທ່ານເມຍເວສ ສະແຕນເນັກຊາຍ(Mirwais Stanekzai) ໂຄສົກຂອງກະຊວງພາຍໃນໄດ້ຂຽນລົງໃນທວິດເຕີໃນຕອນບ່າຍຂອງວັນອາທິດວານນີ້.

ຜູ້ເຫັນເຫດການຄົນນຶ່ງກ່າວວ່າ ກຸ່ມຕາລິບານໄດ້ໃຊ້ລົດຫຸ້ມເກາະຮຳວີ ທີ່ພວກເຂົາຢຶດມາຈາກກອງກໍາລັງຮັກສາຄວາມໝັ້ນຄົງອັຟການິສຖານ ໃນການສູ້ລົບກັນກ່ອນໜ້ານີ້.

ຜູ້ເຫັນເຫດການອີກຄົນນຶ່ງ ທ້າວຊາເຢດ ຣະມານ (Sayed Rahman) ກ່າວວ່າກຸ່ມຕາລິບານຍັງໄດ້ເຂົ້າຢຶດເອົາຄຸກຂອງເມືອງກຸນດຸສ. ວີດີໂອສື່ສັງຄົມອອນລາຍຍັງໄດ້ເປີດເຜີຍໃຫ້ເຫັນບັນດານັກໂທດພາກັນຫລົບໜີອອກມາຫລັງຈາກກຸ່ມຕາລິບານ ບຸກເຂົ້າໄປໃນຄຸກ.

ເຫດການນີ້ເປັນຄັ້ງທີ 3 ນັບຕັ້ງແຕ່ປີ 2015 ທີ່ກຸ່ມຕາລິບານ ສາມາດເຂົ້າຢຶດຄອງເມືອງກຸນດຸສ ໄດ້ ແຕ່ວ່າໃນສອງຄັ້ງສຸດທ້າຍ ພວກເຂົາສາມາດຢຶດເມືອງໄດ້ ພຽງບໍ່ເທົ່າໃດມື້ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG