ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ຜູ້ໂດຍສານ ຈາກບາງປະເທດ ຫ້າມບໍ່ໃຫ້ ນຳເອົາ ເຄື່ອງອີເລັກໂຕຣນິກ ຂຶ້ນເຮືອບິນ ມາຍັງ ສະຫະລັດ


ສາຍການບິນ ຣາຊະອານາຈັກຈໍແດັນ ປະກາດຫ້າມຜູ້ໂດຍສານ ນຳເອົາຄອມພິວເຕີ laptops, iPads ກ້ອງຖ່າຍຮູບ ແລະ ເຄື່ອງໃຊ້ ອີເລັກໂຕຣນິກຕ່າງໆ ຕິດຕົວຂຶ້ນເຮືອບິນ.

ບັນດາ​ຜູ້​ໂດຍສານ ​ທີ່ອອກ​ເດີນທາງ​ໂດຍສານ​ການ​ບິນ​ປະມານສິບ​ກວ່າ​ປະ​ເທດ ​ໃນ
​ພາກຕາ​ເວັນ​ອອກ​ກາງ ​ແລະອາ​ຟຣິກາ​ເໜືອ ຈະ​ຫ້າມ​ບໍ່​ໃຫ້ນຳ​ເອົາ​ຄ​ອມພິວ​ເຕີ laptop
ແລະ​ເຄື່ອງອີ​ເລັກ​ໂຕຣນິກ​ໃຫຍ່ອື່ນໆ ​ເຂົ້າໄປໃນ​ເຮືອບິນ​ທີ່​ບິນ​ມາ ສະ​ຫະລັດ​ໂດຍ​ກົງ.

ການ​ຫ້າມດັ່ງກ່າວ ​ໄດ້​ຖືກ​ເປີດ​ເຜີຍ​ ໃນ​ວັນ​ຈັນ​ວານ ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ ​
ຈາກສາຍ​ການບິນ​ຣາຊະອານາ​ຈັກ​ຈໍ​ແດັນ ​ແລະ​ອົງການ​ຂ່າວ​ທາງ​ການ​ຂອງ Saudi
Arabia. ​ເປັນ​ທີ່​ຄາດກັນ​ວ່າ ມາດ​ຕະການ​ນີ້ຈະ​ເລີ່​ມມີ​ຜົນບັງຄັບ​ໃຊ້​ໃນ​ວັນ​ອັງຄານ​ມື້​ນີ້.

ເຄື່ອງໝາຍ ອີຈິບ ເຫັນເວລາມາເຖິງສະໜາມບິນສາກົນ ທີ່ນະຄອນ Cairo.
ເຄື່ອງໝາຍ ອີຈິບ ເຫັນເວລາມາເຖິງສະໜາມບິນສາກົນ ທີ່ນະຄອນ Cairo.

ສາຍ​ການ​ປິ​ນ ຣາຊະອານາຈັກ​ຈໍ​ແດັນ ກ່າວ​ຢູ່​ໃນ Twitter ວ່າ ບັນດາ​ຜູ້​ໂດຍ ສານທີ່​
ເດີນທາງ​ເຂົ້າ​ມາສະ​ຫະລັດ ​ຈະ​ຖືກ​ຫ້າມບໍ່​ໃຫ້​ນຳ​ເອົາ​ເຄື່ອງ​ໃຊ້​ ທີ່​ເປັນ​ອີ​ເລັກ​ໂຕຣນິກ
ຕິດ​ໂຕ​ເຂົ້າ​ມາ​ໃນ​ເຮືອບິນ ​ໂດຍ​ການ​ຂໍ​ຮ້ອງ​ຈາກ​ເຈົ້າ​ໜ້າ​ທີ່​ສະຫະ ລັດຮວມທັງ​ພວກ​ທີ່​
ຢຸດ​ແວ່ຢູ່ປະ​ເທດ​ກາ​ນາ​ດາ. ນັບ​ແຕ່​ນັ້ນ​ມາ Twitter ດັ່ງ​ກ່າວ ​ໄດ້​ຖືກ​ລື​ບ​ໄປ​ແລ້ວ.

ການ​ຫ້າມນີ້ ແມ່ນ​ບໍ່​ຮວມທັງໂທລະ​ສັບ​ມື​ຖື ຫລື​ອຸບປະກອນ​ການ​ແພ​ດ ​ແຕ່ຈະຮວມ
laptops, tablets, ​ເຄື່ອງ​ຫລິ້ນເກ​ມອີ​ເລັກໂຕຣນິກ ​ແລະ​ກ້ອງຖ່າຍຮູບ. ສິ່ງ​ຂອງ​ເຫລົ່າ
​ນັ້ນ ເຖີງຢ່າງ​ໃດ​ກໍ​ດີ ສາມາດ​ເອົາໃສ່ໄວ້ຢູ່​ໃນ​ຫີບ​ໄດ້.

ບັນດາ​ສາຍ​ການບິນ​ສະຫະລັດ​ຈະ​ບໍ່​ມີ​ຜົນ​ກະທົບຢ່າງ​ໃດ​ ​ໃນ​ເມື່ອ​ວ່າ​ບໍ່​ມີ​ສາຍ​ການບິນ
​ໃດ ບິນ​ໂດຍ​ກົງ​ໄປ​ຍັງ​ບັນດາ​ປະ​ເທດ​ທີ່​ກຳລັງ​ຖືກ​ຫ້າມນັ້ນ.

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG