ສປປ ລາວ ຍັງປະເຊີນກັບບັນຫາພື້ນຖານຫຼາຍໆດ້ານທີ່ເປັນອຸບປະສັກຕໍ່ການຈັດຕັ້ງ
ປະຕິບັດເພື່ອໃຫ້ບັນລຸເປົ້າໝາຍການພັດທະນາ ຢ່າງຍືນຍົງທີ່ໄດ້ຕົກລົງໄວ້ກັບອົງການ
ສະຫະປະຊາຊາດ ເພື່ອການພັດທະນາ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງຂອງສູນລົບລ້າງຄວາມຍາກຈົນໃນຄະນະກຳມະທິການເສດຖະກິດ
ແລະສັງຄົມແຫ່ງສະຫະປະຊາຊາດ ປະຈຳພາກພື້ນເອເຊຍ-ປາຊິຟິກ (UNESCAP)
ເປີດເຜີຍວ່າ ບັນຫາຂັ້ນພື້ນຖານ ທີ່ເປັນອຸບປະສັກສຳຄັນ ຕໍ່ການພັດທະນາລາວ
ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນານັ້ນ.
ມີໃນຫຼາຍໆດ້ານດ້ວຍກັນ ໂດຍສະເພາະແມ່ນການຈັດເກັບລາຍຮັບໄດ້ນ້ອຍກວ່າ
ລາຍຈ່າຍທີ່ເຮັດໃຫ້ ລັດຖະບານລາວ ບໍ່ສາມາດຕອບສະໜອງງົບປະມານ ໃຫ້ກັບ
ໂຄງການພັດທະນາຕ່າງໆ ໄດ້ຢ່າງພຽງພໍ ກັບຄວາມຕ້ອງການຕົວຈິງ ຮວມເຖິງ
ການພັດທະນາຊັບພະຍາກອນມະນຸດ ທີ່ບໍ່ສາມາດຕອບສະໜອງ ຕໍ່ພາກຜະລິດສິນຄ້າ
ແລະບໍລິການຕ່າງໆ ໄດ້ຢ່າງພຽງພໍອີກດ້ວຍ.
ທາງການລາວ ມີກຳນົດການທີ່ຈະນຳເໜີລາຍງານ ຕໍ່ເວທີການເມືອງລະດັບສູງ
(High Level Political Forum)ຂອງສະຫະປະຊາຊາດ ໃນຊ່ວງເດືອນກໍລະກົດ
2019 ຊຶ່ງເປັນການສະເໜີລາຍງານໂດຍສະໝັກໃຈຂອງທາງການລາວກ່ຽວກັບ
ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ ໃນລາວ
ນັບແຕ່ປີ 2015-2018 ໃນ 6 ດ້ານດ້ວຍກັນ ກໍຄື ດ້ານການສຶກສາການມີວຽກເຮັດ
ງານທຳ ການຫຼຸດຜ່ອນຄວາມບໍ່ສະເໝີພາບ ການມີແຜນການຮັບມືກັບການປ່ຽນແປງ
ສະພາບດິນຟ້າ-ອາກາດ ການມີສັນຕິພາບ ຄວາມຍຸຕິທຳ ແລະສະຖາບັນທີ່ເຂັ້ມແຂງ
ແລະການເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງຢ່າງແທ້ຈິງ.
ທາງດ້ານທ່ານທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ
ກໍຖະແຫຼງຍອມຮັບວ່າ ການຈັດເກັບລາຍຮັບທີ່ບໍ່ໄດ້ຕາມແຜນການທີ່ວາງໄວ້ ຄືບັນຫາ
ຕົ້ນຕໍທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນການພັດທະນາໃນທຸກໆດ້ານ ທັງຍັງ
ເປັນອຸບປະສັກ ຕໍ່ການບັນລຸເປົ້າໝາຍການພັດທະນາຢ່າງຍືນຍົງ ທັງ 18 ດ້ານ ທີ່ລັດ
ຖະບານລາວ ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)
ຊຶ່ງໄດ້ວາງເອົາໄວ້ພາຍໃນປີ 2030 ອີກດ້ວຍ ດັ່ງທີ ທ່ານທອງຜ່ານ ໄດ້ຖະແຫຼງຢືນຢັນວ່າ.
“ພວກເຮົາ ກໍຍັງມີສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນການເກັບລາຍຮັບເຂົ້າງົບ
ປະມານແຫ່ງລັດ ຍັງບໍ່ທັນໄດ້ຕາມຄາດໝາຍ ການລົງທຶນໃສ່ການກໍ່ສ້າງໂຄງລາງ
ພື້ນຖານ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ລະດັບການ
ພັດທະນາມະນຸດ ການສະໜອງແຮງງານທີ່ມີຝີມືໃຫ້ກັບຕະຫຼາດແຮງງານ ຍັງບໍ່ທັນ
ສົມຄູ່ກັບການ ຂະຫຍາຍຕົວຂອງເສດຖະກິດ ການສົ່ງເສີມການຜະລິດ ໃຫ້ກາຍເປັນ
ສິນຄ້າ ກໍຍັງເຮັດບໍ່ທັນ ໄດ້ດີເທົ່າທີຄວນແລະບໍ່ສາມາດແຂ່ງຂັນໄດ້ ແລະບັນຫາອື່ນໆ.”
ກ່ອນໜ້ານີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)ໄດ້ປະເມີນວ່າ
ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດແລະສັງຄົມ ໃນໄລຍະ 5 ປີ
ຜ່ານມາ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍ ໃນ 6 ດ້ານ ກໍຄືເດັກອາຍຸຕ່ຳກວ່າ
5 ປີ ຍັງມີສ່ວນສູງ ຕ່ຳກວ່າເກນ ເຖິງ 38 ເປີເຊັນ ສ່ວນເດັກທີ່ນ້ຳໜັກຕ່ຳກວ່າເກນ
ທີ່ມີຢູ່ເຖິງ 27 ເປີເຊັນ ໃນຂະນະທີ່ເດັກ ທີ່ໄດ້ຮຽນຈົບຊັ້ນປະຖົມ ກໍເພີ້ມຂຶ້ນ ຢ່າງຊັກຊ້າ
ສ່ວນອັດຕາການເສີຍຊີວິດ ຂອງເດັກນ້ອຍ ອາຍຸຕ່ຳກວ່າ 1 ປີ ກໍສູງເຖິງ 45 ຄົນ ຕໍ່
1,000 ຄົນ ແລະເສຍຊີວິດຂອງແມ່ຍິງ ຂະນະຖືພາ ກໍສູງເຖິງ 197 ຄົນ ຕໍ່ 1 ແສນຄົນ
ສ່ວນແມ່ຍິງ ທີ່ເກີດລູກໂດຍ ໄດ້ຮັບການຊ່ອຍເຫຼືອ ຈາກແພດ ຫຼືພະຍາບານ ກໍມີພຽງ
ແຕ່ 53.9 ເປີເຊັນ ເທົ່ານັ້ນ.
ທາງດ້ານຄະນະກຳມະການວ່າດ້ວຍນະໂຍບາຍ ເພື່ອການພັດທະນາ ຂອງເສດຖະກິດ
ແລະສັງຄົມຂອງອົງການສະຫະປະຊາຊາດ ລາຍງານວ່າລັດຖະບານລາວສາມາດ
ຈັດຕັ້ງປະຕິບັດ ໄດ້ 2 ໃນ 3 ເງື່ອນໄຂທີ່ເປັນເກນມາດຕະຖານ ໃນການຫຼຸດພົ້ນຈາກ
ສະຖານະພາບຂອງການເປັນປະເທດດ້ອຍພັດທະນາ ໂດຍເມື່ອປະເມີນຈາກການ
ຈັດຕັ້ງປະຕິບັດຂອງລັດຖະບານລາວ ໃນໄລຍະຜ່ານມາກໍເຮັດໃຫ້ຄາດໝາຍ ໄດ້ວ່າ
ສປປ ລາວ ຈະຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2024.
2 ເງື່ອນໄຂທີ່ລັດຖະບານລາວສາມາດປະຕິບັດໄດ້ແລ້ວນັ້ນ ກໍຄື ເກນມາດຕະຖານ
ຂັ້ນຕ່ຳຂອງຍອດລາຍຮັບແຫ່ງຊາດ ຕໍ່ຫົວ(GNI) ຊຶ່ງເກນມາດຕະຖານຂັ້ນຕ່ຳຂອງ
ສະຫະຊາຊາດ ໄດ້ກຳນົດໄວ້ທີ່ລະດັບ 1,242 ໂດລາ ຕໍ່ຄົນ ໂດຍລັດຖະບານລາວ
ສາມາດ ປະຕິບັດ ໄດ້ທີ່ລະດັບ 1,996 ໂດລາ ຕໍ່ຄົນ ແລະດັດຊະນີ ຊັບສິນມະນຸດ
(HAI) ຊຶ່ງເກນມາດຕະຖານຢູ່ອັດຈາສະເລ່ຍ 66 ເປີເຊັນ ລາວ ກໍສາມາດປະຕິບັດ
ໄດ້ແລ້ວ ທີ່ອັດຕາສະເລ່ຍ 72.8 ເປີເຊັນ ນັບແຕ່ປີ 2015 ແລະຍັງເຫຼືອພຽງດັດຊະນີ
ຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່ເກນມາດຕະຖານຢູ່ທີ່ລະດັບ 36.2 ເປີເຊັນ
ຫາກແຕ່ລັດຖະບານລາວ ຍັງປະຕິບັດໄດ້ພຽງ 33.7 ເປີເຊັນ ເທົ່ານັ້ນ.