ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລັດຖະມົນຕີລາວ ອອກຄໍາສັ່ງໃຫ້ນໍາໃຊ້ງົບປະມານສະກັດກັ້ນ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໃຫ້ໂປ່ງໃສ


ການຊ່ວຍເຫຼືຈາກປະເທດຈີນ ແກ່ ສປປ ລາວ ໃນການປ້ອງກັນ ໄວຣັສໂຄໂຣນາ
ການຊ່ວຍເຫຼືຈາກປະເທດຈີນ ແກ່ ສປປ ລາວ ໃນການປ້ອງກັນ ໄວຣັສໂຄໂຣນາ

ນາຍົກລັດຖະມົນຕີລາວ ອອກຄໍາສັ່ງໃຫ້ນໍາໃຊ້ງົບປະມານສຳລັບສະກັດກັ້ນ ການແຜ່
ລະບາດຂອງເຊື້ອໄວຣັສ COVID-19 ຢ່າງໂປ່ງໃສ ທັງຫ້າມມີການ ບໍ່ໃຫ້ຍັກຍອກເອົາ
ຈາກການຊ່ວຍເຫຼືອຢ່າງເດັດຂາດ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງຢືນຢັນວ່າ ລັດຖະບານລາວ ຈະດຳ
ເນີນມາດຕະການໃນທຸກວິທີທາງ ເພື່ອສະກັດກັ້ນການລະບາດຂອງເຊື້ອ ໄວຣັສ
COVID-19 ໃນລາວໃຫ້ໄດ້ໄວທີ່ສຸດ ຊຶ່ງເຮັດໃຫ້ຈະຕ້ອງໄດ້ຮັບການ ຮ່ວມມືຈາກທຸກ
ພາກສ່ວນໃນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆຢ່າງເຄັ່ງຄັດ ທັງຍັງຈະ
ຕ້ອງນຳໃຊ້ງົບປະມານ ແລະຊັບພະຍາກອນຕ່າງໆທີມີຢູ່ໃຫ້ມີ ປະສິດທິພາບຢ່າງແທ້
ຈິງອີກດ້ວຍ ຊຶ່ງລວມເຖິງເງິນ ແລະສິ່ງຂອງຕ່າງໆ ທີ່ໄດ້ ຮັບການຊ່ວຍເຫຼືອຈາກທຸກ
ພາກສ່ວນທັງພາຍໃນແລະຕ່າງປະເທດ ຈະຕ້ອງນຳ ໃຊ້ຢ່າງໂປ່ງໃສ ແລະປອດຈາກ
ການທຸດຈະລິດ ຫຼືຍັກຍອກເອົາ ໄປເປັນປະ ໂຫຍດສ່ວນໂຕຂອງບັນດາພະນັກງານ
ລັດທີ່ກ່ຽວຂ້ອງໃນທົ່ວ ປະເທດລາວ ດັ່ງທີ່ທ່ານທອງລຸນໄດ້ຖະແຫຼງຮຽກຮ້ອງໃນໂອ
ກາດກອງປະຊຸມ ຄະນະລັດຖະ ບານລາວ ຮວມກັບບັນດາເຈົ້າແຂວງໃນທົ່ວປະເທດ
ດ້ວຍລະບົບເຊື່ອມຕໍ່ທາງ ໄກ ຫຼື Tele-conference ເມືຶ່ອບໍ່ນານມານີ້ວ່າ.

ອັນທີ່ເຂົາມາຊ່ວຍເຫຼືອ ມາບໍລິຈາກຕ້ອງໄປຈ່າຍໃຫ້ປະຊາຊົນ ບໍ່ເອົາເຂົ້າຄລິນິກ ບໍ່
ໄປຂາຍ ໄປຢາຍໂລດ ອຸບປະກອນທີ່ໃຫ້ປ້ອງກັນແພດ ເອົາໄປປົວພະ ຍາດໂຄວິດ
ຕ້ອງໃຫ້ຄົບສຸດ ແລະຍັງບໍ່ພໍເທົ່າໃດໃຫ້ສັ່ງຊື້ກໍບໍ່ແມ່ນເຫຼືອບ່າກວ່າ ແຮງປານໃດໄດ້
ໃນການຊື້ຫັ້ນ ແຕ່ຂໍຢ່າໃຫ້ສວຍໂອກາດເຮົານິ້ກໍຕ້ອງໃຫ້ຮູ້ລາ ຄາ ສົມມຸດຕິວ່າເຄື່ອງ
ນຶ່ງສິບພັນໂດລານີ້ມາເອົາຊາວພັນບໍ່ໄດ້ແທ້ໆອັນນີ້ຄັນ ເຫັນຕ້ອງດຳເນີນການ.”

ທັ້ງນີ້ກະຊວງການເງິນຂອງລາວ ໄດ້ກູ້ຢືມເງິນສຸກເສີນມູນຄ່າ 18 ລ້ານໂດລາສະຫະ
ລັດ ຈາກທະນາຄານໂລກເມື່ອວັນທີ 7 ເມສາ 2020 ທີ່ຜ່ານມາ ສໍາລັບ ນຳໃຊ້ໃນການ
ດຳເນີນມາດຕະການ ເພື່ອຕ້ານການລະບາດ ຂອງເຊື້ອໄວຣັສ COVID-19 ແນໃສ່
ການຍົກລະດັບປະສິດທິພາບໃນການຈັດຕັ້ງປະຕິບັດມາດ ຕະການໃຫ້ສູງຂຶ້ນໂດຍ
ສະເພາະແມ່ນໃນດ້ານການເຝົ້າລະວັງແລະເພີ້ມຄວາມ ສາມາດໃນ ການຮັກສາຄົນປ່ວຍ COVID-19 ຂອງທິມແພດໃນລາວນັ້ນ ຖື ເປັນວຽກງານເລັ່ງດ່ວນທີ່ສຸດ ເພາະ
ຖ້າຫາກວ່າລັດຖະບານລາວສາມາດຄວບ ຄຸມ ແລະຢຸດການລະບາດຂອງເຊື້ອ
COVID-19 ໄດ້ໄວກໍຍອມຈະເປັນການ ຢຸດຜົນກະທົບ ຕໍ່ສະພາບຊີວິດການເປັນ
ຢູ່ຂອງປະຊາຊົນ ແລະເສດຖະກິດໃນ ລາວດ້ວຍນັ້ນເອງ.

ທາງດ້ານລັດຖະບານຈີນ ກໍໄດ້ສົ່ງຄະນະຊ່ຽວຊານທາງການແພດຂອງຈີນ ຈຳນວນ
12 ຄົນ ທີ່ເດີນທາງມາເຖິງນະຄອນຫຼວງວຽງຈັນ ເມື່ອວັນທີ 29 ມີນາ 2020 ພ້ອມ
ດ້ວຍອຸບປະກອນຕ່າງໆທີ່ຈໍາເປັນສໍາລັບນໍາໃຊ້ເພື່ອການສະກັດກັ້ນ ການລະບາດ
ຂອງເຊື້ອໄວຣັສ COVID-19 ໃນລາວ ໂດຍລັດຖະບານຈີນໄດ້ ໃຫ້ການຊ່ວເຫຼືອແກ່
ລັດຖະບານລາວ ພາຍໃຕ້ການພົວພັນຮ່ວມມື ແລະການ ເປັນຄູ່ຮ່ວມຊະຕາກຳ ເພື່ອ
ການດຳເນີນຍຸດທະສາດການພັດທະນາຮ່ວມກັນຢ່າງ ຮອບດ້ານ ແລະຢ່າງຍາວນານ
ລະຫວ່າງລາວກັບຈີນນັ້ນ.

ໂດຍຄະນະຊ່ຽວຊານທາງການແພດຂອງຈີນທັງ 12 ຄົນ ໄດ້ປະຕິບັດພາລະກິດ ໃນ
ລາວເປັນເວລາ 14 ວັນຕິດຕໍ່ກັນດ້ວຍການຖ່າຍທອດປະສົບການໃຫ້ ບຸກຄະລາກອນ
ທາງການແພດຂອງລາວ ກ່ຽວກັບການປ້ອງກັນ ແລະຄວບຄຸມ ໄວຣັສ COVID-19
ການຄັດຕອງ ຜູ້ທີ່ຕິດເຊື້ອ ການກວດວິເຄາະ ການຮັກ ສາຄົນປ່ວຍ ການບໍລິຫານ
ແລະການຈັດການໂຮງໝໍສະຖານທີ່ກັກກັນ ຜູ້ຕິດ ເຊື້ອແລະການໂຄສະນາເພື່ອເສີມ
ສ້າງການມີສ່ວນຮ່ວມຂອງປະຊາຊົນໃນການ ປະຕິບັດຕາມມາດຕະການຕ່າງໆທີ່ທາງ
ການລາວວາງອອກ ສ່ວນອຸບປະກອນ ທີ່ຈີນໃຫ້ການຊ່ວຍເຫຼືອລາວໃນຄັ້ງນີ້ ປະກອບ
ດ້ວຍຢາກວດເຊື້ອໄວຣັສ COVID-19 ຈຳນວນ ກວ່າ 22,000 ຊຸດໜ້າກາກ N95
ສຳລັບແພດ ແລະ ໜ້າກາກອະນາໄມ 4 ແສນອັນ ແລະອຸບປະກອນປ້ອງກັນ ສຳລັບ
ໝໍກັບພະ ຍາບານ 5,000 ຊຸດ ຄິດເປັນ ມູນຄ່າການຊ່ວຍເຫຼືອຫຼາຍກວ່າ 4 ລ້ານຢວນ.

ແຕ່ຢ່າງໃດກໍຕາມ ສະພາບບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງໃນລາວ ໃນປັດຈຸບັນນີ້ກໍ
ຄືບັນຫາຂາດແຄນໜ້າກາກອະນາໄມ ຫຼືຜ້າອັດປາກ-ດັງຂອງປະຊາ ຊົນ ທັງຍັງມີລາ
ຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍໃນເດືອນກຸມພາ 2020 ລັດຖະ ບານລາວ ໄດ້ຄວບຄຸມລາ
ຄາຈຳໜ່າຍໜ້າກາກອະນາໄມໄວ້ບໍ່ເກີນ 25,000 ກີບຕໍ່ 1 ກັບມີໜ້າກາກ 50 ອັນ
ສ່ວນໃນເດືອນມີນາ 2020 ກໍໄດ້ກໍາໜົດໃຫ້ ບວກກຳໄລໄດ້ບໍ່ເກີນ 30 ເປີເຊັນ ຂອງ
ລາຄາຕົ້ນທຶນໃນການນໍາເຂົ້າ ແລະລ້າສຸດກໍໄດ້ກຳໜົດລາຄາຈຳໜ່າຍ 50,000 ກີບ
ຕໍ່ນຶ່ງກັບ ແຕ່ກໍບໍ່ສາມາດປະຕິບັດໄດ້ຈິງ ເພາະປະຊາຊົນລາວຕ້ອງຈ່າຍເຖິງ 180,
000 ກີບນັ້ນເອງ.

XS
SM
MD
LG