ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຮັບ​ຮູ້​ວ່າ ແຜນເສດ​ຖະ​ກິດ​ສັງ​ຄົມ ຕ່ຳ​ກວ່າ​ເປົ້າ​ໝາຍ ທີ່​ວາງ​ໄວ້


ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທ່ານທ່ານ​ທອງລຸນ ສີ​ສຸ​ລິດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທ່ານທ່ານ​ທອງລຸນ ສີ​ສຸ​ລິດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍອມ​ຮັບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ
ແລະ​ສັງ​ຄົມ​ປີ 2019 ບໍ່​ບັນ​ລຸ​ເປົ້າ​ໝາຍ​ທີ່ວ​າງ​ໄວ້ ເພາະພ​າກ​ການ​ຜະ​ລິດ​ຕ່າງໆ​ຂະ​
ຫຍາຍ​ໂຕ​ຕ່ຳ​ກວ່າ​ແຜນ​ການ​ໃນ​ທຸກ​ດ້ານ​ ຊົງ​ລິດ​ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ທອງລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຖະ​ແຫຼງຍອມ​ຮັບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ
​ສາ​ມັນ​ຄັ້ງ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວທີ່​ດຳ​ເນີນກອງ​ປະ​ຊຸມ​ໃນ​ຊ່ວງ ວັນ​ທີ 7 ພະ​ຈິກ
ຫາ 6 ທັນ​ວາ 2019 ວ່າ ກ​ານ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​
ສັງ​ຄົມ​ແຫ່ງ​ຊ​າດໃນ​ຕະ​ຫຼອດ​ປີ 2019 ເຮັດ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ​ໂດຍ​ເຫັນ​
ໄດ້​ຈາກ​ການ​ຜ​ະ​ລິດ​ກະ​ສິ​ກຳ​ທີ່​ຂະ​ຫຍາຍ​ໂຕ 2.5 ເປີ​ເຊັນ ອຸດ​ສາ​ຫະ​ກຳ 7.1 ເປີ​ເຊັນ
ແລະພາກ​ບໍ​ລິ​ການ 5 ເປີ​ເຊັນ ໃນ​ຂະ​ນະ​ທີ່​ແຜນ​ການ​ວາງ​ໄວ້ ​ທີ່​ລ​ະ​ດັບ 2.8 ເປີ​ເຊັນ
8.3 ເປີ​ເຊັນ ແລະ 6.7 ເປີ​ເຊັນ ຕາມ​ລຳ​ດັບ ຈຶ່ງ​ຄາດ​ວ່າ ​ເສດ​ຖະ​ກິດ​ລາວ​ຈະ​ຂະ​ຫຍາຍ​
ໂຕ​ເພີ້ມ​ຂຶ້ນບໍ່​ເກີນ 6.4 ເປີ​ເຊັນ ໃນ​ຂະ​ນະ​ທີ່​ແຜນ​ການ​ປີ 2019 ວາງ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ
6.7 ເປີ​ເຊັນ ແຕ່​ກໍ​ຍັງ​ເປັນ​ການ​ຂະ​ຫຍາຍ​ຕົວ​ດ້ານບວກ ດັ່ງ​ທີ່​ທ່ານ​ທອງ​ລຸນ ຖະ​ແຫຼງ
​ຢືນ​ຢັນ​ວ່າ:

“ໂຕ​ເລກ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ບັນ​ລຸ​ໄດ້ 6.4 ເປີ​ເຊັນ ຄາດ​ຄະ​ເນ​ໝົດ​ປີ ຊຶ່ງ​ຫລຸດ
​ຄາດ​ໝາຍ​ທີ່​ສະ​ພາ​ຮັບ​ຮອງ ແຕ່​ກໍ​ຍັງ​ເປັນ​ໂຕ​ເລກ​ເຕີບ​ໂຕ​ທີ່​ຢູ່​ໃນ​ລະ​ດັບ​ດີ ເຖິງວ່າ​
ຈະ​ຫລຸດ​ລົງ ແຕ່​ເປັນ​ການ​ຫລຸດ​ລົງ ​ຊຶ່ງ​ບໍ່​ສາ​ມາດຫລີ​ກ​ລ່ຽງໄດ້ ແຕ່​ເປັນ​ການ​ຫັນ​ເຂົ້າ​
ສູ່​ພື້ນ​ຖານ​ການ​ຜະ​ລິດ​ໂຕ​ຈິງ ເພື່ອ​ສ້າງ​ຄວາມ​ໜັກ​ແໜ້ນ​ໃຫ້​ແກ່​ການ​ເຕີບ​ໂຕ​ທີ່​ໝັ້ນ
​ທ່ຽງ​ຍືນ​ຍົງ ທັງ​ເປັນ​ການ​ສ້າງ​ຖານ​ການ​ຜະ​ລິດ ແລະ​ການ​ກະ​ຈາຍ​ລາຍ​ຮັບ​ອອກ​ໄປ
​ສູ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ຕ່າງໆ​ຫລາຍ​ຂຶ້ນ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ເພື່ອ​ເປັນ​ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ລາວ​ມີ​ການ​ຂະ​ຫຍາຍ​ໂຕ​ໃນ​ອັດ
​ຕາ​ສະ​ເລ່ຍບໍ່ຫລຸດ 6.4 ເປີ​ເຊັນ ລັດ​ຖະ​ບານ​ລາວ​ຕ້ອງ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ
ໃຫ້​ມີ​ສະ​ຖຽນ​ລະ​ພາບແລະ​ໝັ້ນ​ທ່ຽງ ​ປັບ​ປຸງ​ການ​ຄຸ້ມ​ຄອງ​ລະ​ບົບ​ການ​ເງິນແລະ​ງົບ​ປະ​
ມານໃຫ້​ແຂງ​ແຮງ ປະ​ຕິ​ຮູບ​ກົນໄກ​ການ​ເກັບ​ລາ​ຍ​ຮັບ​ທີ່​ທັນ​ສະ​ໄໝ ໂປ່ງ​ໃສ ຄຸ້ມ​ຄອງ
​ເງິນ​ຕາ ໃຫ້​ມີ​ສະ​ຖຽນ​ລະ​ພາບ ປະ​ຕິ​ບັດ​ນະໂ​ຍບາຍ ດອກ​ເບ້ຍ ທະ​ນາ​ຄານ​ຕາມ​ກົນ​ໄກ​
ຕະ​ຫຼາດ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ສົ່ງ​ເສີມ​ການ​ລົງ​ທຶນ​ພາຍ
​ໃນ ແລະ​ຂອງ​ຕ່າງ​ຊາດ​ໃຫ້​ເພີ້ມ​ຂຶ້ນ ພັດ​ທະ​ນາ​ການ​ຜະ​ລິດ​ສິນ​ຄ້າ ແລ​ະ​ບໍ​ລິ​ການ ສົ່ງ​
ເສີ​ມ​ການ​ຜ​ະ​ລິດສິນ​ຄ້າເພື່ອ​ຊົມ​ໃຊ້​ພາຍ​ໃນ ແລະ​ລົດ​ການ​ນຳ​ເຂົ້າ​ຈາກຕ່າງ​ປະ​ເທດ
ແກ້​ໄຂ​ບັນ​ຫາ​ຍາກ​ຈົນ ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໜາຍ​ການ​ພັດ​ທ​ະ​ນາ​ຢ່າງ​ຍືນ​ຍົງ​ໃຫ້​ມີ​ປະ
​ສິດ​ທິ​ຜົນ ບໍ​ລິ​ຫານ​ລັດ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ ແລະ​ດຳ​ເນີນ​ມາດ​ຕະ​ການ​ປາບ
​ປາມ​ການ​ທຸດ​ຈະ​ລິດ​ຄໍ​ລັ​ບ​ຊັນ​ຢ່າງ​ແທ້​ຈິງ.

ສ່ວນ​ທ່ານລັດ​ຕະ​ນະ​ໄຕ ຫຼ​ວງ​ລາດ​ບັນ​ດິດ​ຜູ້​ຊໍ​າ​ນານ​ການ ໃນ​ທະ​ນາ​ຄານ​ພັດ​ທະ​ນາ​
ເອ​ເຊຍ (ADB) ປະ​ຈຳ​ລາວ​ ຖະ​ແຫຼງວ່າ ADB ໄດ້​ຄາດ​ໝາຍ​ເສດ​ຖະ​ກິດ​ໂດຍ​ລວມ​
ໃນ​ລາວ​ໃນ​ປີ 2019 ຈະ​ຂະ​ຫຍາຍ​ໂຕ​ເພີ້ມ​ຂຶ້ນພຽງແຕ່ 6.2 ເປີ​ເຊັນ ຫລຸດ​ລົງ​ຈາກ
6.5 ເປີ​ເຊັນ ໃນ​ປີ 2018 ຊຶ່ງ​ໃນ​ນີ້ ​ພ​າກ​ກະ​ສິກຳ​ຂະ​ຫຍາຍ​ໂຕ 2.5 ເປີ​ເຊັນ ພາກ​ບໍ​ລິ​
ການ 6.7 ເປີ​ເ​ຊັນ ແລະ​ພາກ​ອຸດ​ສາ​ຫະ​ກຳ 7.1 ເປີ​ເຊັນ ທັງ​ກໍ​ຍັງ​ມີ​ປັດ​ໄຈ​ພາຍ​ໃນ ທີ່​
ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຄາດ​ໝາຍ​ດັ່ງ​ກ່າວ​ນີ້ ​ໃນ​ຫຼາຍ​ດ້ານ ເຊັ່ນ​ການ​ດຳ​ເນີນ​ນະ​ໂຍ
ບ​າຍ​ຮັດ​ສາຍ​ແອວ​ໃນ​ດ້ານ​ລ​າຍ​ຈ່າຍ​ຂອງ​ລັດ​ຖະ​ບານ​ລາວ ແລະ​ການ​ຍຸ​ຕິ​ການ​ສົ່ງ​ອອກ
​ໄມ້​ທ່ອນ​ໄປ​ຕ່າງ​ປະ​ເທດ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ລາວ ທີ່​ຮັບ​ຈ້າງ​
ຕັດ​ໄມ້​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ຄ້າ​ໄມ້​ນັ້ນ.

ໂດຍປີ 2018 ເສດ​ຖະ​ກິດ​ຂອງ​ລ​າວ​ຂະ​ຫາຍ​ໂຕ​ເພີ້ມ​ຂຶ້ນ 6.5 ເປີ​ເຊັນ ຊຶ່ງ​ຫລຸດ​ລົງ​
ຈາກ6.9 ເປີ​ເຊັນ ໃນ​ປີ 2017 ເພາະ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ແລະ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ
​ລາວ​ຢູ່​ທີ່​ລະ​ດັບ 2,599 ໂດ​ລາ​ສະ​ຫະ​ລັດ ​ຕໍ່​ຄົນຕໍ່​ປີ ສ່ວນ​ໃນ​ທ້າຍ​ປີ 2019 ນີ້​ກໍຄາດ​
ວ່າ​ລາຍ​ໄດ້​ສະ​ເລ່ຍ​ຂອງ​ປະ​ຊາ​ຊົນ​ລາວ ຈະ​ເພີ້ມ​ຂຶ້ນ​ເປັນ 2,683 ໂດ​ລາ​ສະ​ຫະ​ລັດ ຕໍ່
​ຄົນ​ຕໍ່​ປີ ຊຶ່ງ​ຕ່ຳ​ກວ່າ​ແຜນ​ການ​ທີ່​ສະ​ພາ​ແຫ່ງ​ຊ​າດ​ໄດ້​ຮັບ​ຮອງ​ເອົາ​ໄວ້​ທີ່​ລະ​ດັບ 2,726
ໂດ​ລາ​ສະ​ຫະ​ລັດ ຕໍ່ຄົນ​ຕໍ່​ປີ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເປັນ​ໄປ​ໄດ້​ຍາກ​ທີ່​ລັດ​ຖະ​ບານ​ລາວ​ຈະ​ສາ​ມາດ​ບັນ
ນ​ລຸ​ເປົ້າ​ໝາຍ​ການ​ຂະ​ຫຍາຍ​ໂຕ​ທາງ​ເສດ​ຖະ​ກິດ​ ໃຫ້​ໄດ້​ທີ່​ອັດ​ຕາ​ສະ​ເລ່ຍ 7 ເປີ​ເຊັນ
ໃນ​ຕະ​ຫຼອດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ສັງ​ຄົມ​ແຫ່ງ​ຊາດ​ໄລ​ຍະ 5 ປີ ຄັ້ງ​ທີ
8 ໃນ​ຊວງ​ປີ 2016 ຫາ 2020 ທີ່​ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ຮັບ​ຮອງ​ເອົາ​ໄວ້ ເພາະ​ວ່າ
​ໃນ​ຊວງ​ປີ 2016 ຫາ 2019 ເສດ​ຖະ​ກິດ​ຂອງ​ລ​າວ​ຂະ​ຫຍາຍ​ໂຕ​ໄດ້​ອັດ​ຕາ​ສະ​ເລ່ຍ
6.7 ເປີ​ເຊັນ ເທົ່າ​ນັ້ນ ພ້ອມ​ກັນ​ນີ້ ADB ກໍ​ຍັງ​ຄາດ​ໝາຍ​ວ່າ​ ລັດ​ຖະ​ບ​ານລາວ​ຈະຜະ
​ເຊີນ​ກັບ​ບັນ​ຫາ​ຂາດ​ດຸນ​ການ​ຊຳ​ລະ​ບັນ​ຊີ​ ໝູນ​ວຽນ​ເຖິງ 9.5 ເປີ​ເຊັນ ຂອງ GDP ໃ​ນ
​ປີ 2019 ແລະ​ຈະ​ເພີ້ມ​ຂຶ້ນ​ເປັນ 10 ເປີ​ເຊັນ​ຂອງ GDP ໃນ​ປີ 2020 ສ່ວນ​ການ​ນຳ​ເຂົ້າ​
ສິນ​ຄ້າ​ທີ່​ເພີ້ມ​ຂຶ້ນ 13.5 ເປີ​ເຊັນ ຍັງ​ຈະ​ເຮັດ​ໃຫ້​ທຶນ​ສຳ​ລອງ​ເງິນ​ຕາ​ຕ່າງ​ປະ​ເທດ​ລົດ​ລົງ​
ເຫຼືອ​ບໍ່​ເຖິງ 1,000 ລ້ານໂດ​ລ​າ​ສະ​ຫະ​ລັດ ຫຼື​ທຽບໄດ້​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​
ປ​ະ​ເທດ ບໍ່​ເຖິງ 4 ເດືອນ.

XS
SM
MD
LG