ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ລາວອາເມຣິກັນໂສຊາຍເອຕີ ໃນແອດແລນຕ້າ ລັດຈໍເຈຍ ແຈກຢາຍອາຫານ ໃຫ້ແກ່ ຊາວອາເມຣິກັນ ທີ່ຕ້ອງການຄວາມຊ່ອຍເຫຼືອ


ທ່ານເຈເສັນ ຄຸນທະລັງສີ ປະທານອົງການ Laotiane American Society ໃນນະຄອນແອດແລນຕ້າ ລັດຈໍເຈຍ ຈັດຕັ້ງທີມງານນຶ່ງຂຶ້ນ ເພື່ອຊ່ອຍເຫຼືອຊຸມຊົນຊາວລາວອາເມຣິກັນ ແລະຊາວອາເມຣິກັນ ທີ່ຕ້ອງການການຊ່ອຍເຫຼືອໃນດ້ານອາຫານ.
ທ່ານເຈເສັນ ຄຸນທະລັງສີ ປະທານອົງການ Laotiane American Society ໃນນະຄອນແອດແລນຕ້າ ລັດຈໍເຈຍ ຈັດຕັ້ງທີມງານນຶ່ງຂຶ້ນ ເພື່ອຊ່ອຍເຫຼືອຊຸມຊົນຊາວລາວອາເມຣິກັນ ແລະຊາວອາເມຣິກັນ ທີ່ຕ້ອງການການຊ່ອຍເຫຼືອໃນດ້ານອາຫານ.

ທ່ານເຈເສັນ ຄຸນທະລັງສີ ເປັນປະທານອົງການ Laotiane American Society ໃນນະຄອນແອດແລນຕ້າ ລັດຈໍເຈຍ ຊຶ່ງໃນລະຫວ່າງມີການແຜ່ລະບາດຂອງໄວຣັສໂຄໂຣນາຢູ່ໃນສະຫະລັດເມື່ອປີກາຍນີ້ ທ່ານໄດ້ເຫັນວ່າ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຢ່າງໜັກຂອງຊາວລາວອາເມຣິກັນ ຜູ້ສູງອາຍຸທີ່ອອກກິນເບ້ຍບຳນານແລ້ວ ຢູ່ໃນນະຄອນແອດແລນຕາ ເພາະວ່າພວກເພິ່ນເວົ້າພາສາອັງກິດບໍ່ເກັ່ງແລະຍ້ອນຂໍ້ຈຳກັດຕ່າງໆຕໍ່ຮ້ານຄ້າອາຫານ ແລະພວກເພິ່ນເປັນກຸ່ມທີ່ສ່ຽງສູງຕໍ່ການຕິດແປດພະຍາດໂຄວິດ-19 ຈຶ່ງບໍ່ສາມາດອອກນອກບ້ານໄປຊື້ຂອງຢູ່ຂອງກິນໄດ້ຕາມປົກກະຕິ. ສະນັ້ນ ທ່ານເຈເສັນ ຮ່ວມກັນກັບສອງສະມາຄົມລາວໃນລັດຈໍເຈຍ ຈັດຕັ້ງທີມງານນຶ່ງຂຶ້ນມາ ໃນການຊ່ອຍເຫຼືອພວກຜູ້ເຖົ້າຜູ້ແກ່ແລະພວກຄົນລາວອື່ນໆໃນນະຄອນແອດແລນຕ້າ ດັ່ງທີ່ທ່ານກ່າວໃຫ້ວີໂອເອຟັງວ່າ:

ໃນເບື້ອງຕົ້ນໂຄງການດັ່ງກ່າວໄດ້ເຈາະຈົງໃສ່ການຊ່ອຍນຳສົ່ງອາຫານການກິນໃຫ້ແກ່ຊາວລາວອາເມຣິກັນຢູ່ໃນນະຄອນແອດແລນຕ້າເທົ່ານັ້ນ ແຕ່ຍ້ອນວ່າ ໄດ້ຮັບການສະໜັບສະໜຸນຈາກປະຊາຄົມລາວອາເມຣິກັນທຸກພາກສ່ວນ, ບັນດາທຸລະກິດແລະບໍລິສັດໃຫຍ່ຕ່າງໆ ແລະບັນດາຊາວກະສິກອນໃນນະຄອນແອັດແລນຕ້າ ຕະຫຼອດທັງໂຄງການອາຫານຂອງອົງການກະສິກຳຂອງສະຫະລັດ ຫຼື USDA ທີ່ນຳສົ່ງນົມ ຊີ້ນ ຜັກ ແລະໝາກໄມ້ຕ່າງໆ ເປັນຫີບມາໃຫ້ສະມາຄົມເພື່ອແຈກຢາຍໃຫ້ແກ່ຄອບຄົວ ທີ່ຕ້ອງການການຊ່ອຍເຫຼືອ ໃນຫຼາຍໆລັດທົ່ວສະຫະລັດ ອີງຕາມທ່ານເຈເສັນ ໄດ້ກ່າວໃຫ້ຟັງ. ແລະໃນວັນເສົາທີ່ຜ່ານມານີ້ ສະມາຄົມຂອງທ່ານເຈເສັນ ໄດ້ນຳອາຫານການກິນໄປແຈກຢາຍ ຢູ່ໃນເມືອງແອລຈິນ ແລະ ຣອກຟອດ ລັດອີລລີນອຍ ຊຶ່ງທ່ານເຈເສັນ ໄດ້ກ່າວວ່າ “40 ປີກ່ອນເມື່ອຊາວລາວອົບພະຍົບທີ່ເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ສະຫະລັດອາເມລິກາ ໂດຍບໍ່ມີຫຍັງຕິດໂຕ ນອກເໜືອຈາກຜ້າທີ່ພວກເຮົາໃສ່, ປະຊາຊົນໃນເມືອງທັງສອງດັ່ງກ່າວໄດ້ຊ່ວຍເຫຼືອພວກເຮົາໃນເມື່ອກ່ອນ ແລະດຽວນີ້ພວກເຮົາສາມາດຊ່ວຍເຫຼືອປະຊາຊົນ ບ່ອນທີ່ພວກເຮົາເຄີຍຕັ້ງຖິ່ນຖານມາແລ້ວ.”

XS
SM
MD
LG