ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ ລາວ ໃນຕ່າງປະເທດ ຕ້ອງພົວພັນກັບສະຖານທູດ ຖ້າຢາກເດີນທາງກັບບ້ານ ໃນໄລຍະໂຣກລະບາດ COVID-19


ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ລົງສຳຫຼວດການກວດກາ ສະຖານທີ່ກວດ COVID-19.
ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ລົງສຳຫຼວດການກວດກາ ສະຖານທີ່ກວດ COVID-19.

ພົນລະເມືອງ ລາວ ທີ່ຢູ່ຕ່າງປະເທດຈະຕ້ອງພົວພັນກັບສະຖານທູດ ລາວ ເພື່ອກວດກາຮ່າງກາຍເສຍກ່ອນ ຖ້າຫາກວ່າຕ້ອງການຈະເດີນທາງກັບມາ ລາວ ໃນໄລຍະນີ້ທີ່ COVID-19 ກຳລັງລະບາດຢ່າງກວ້າງຂວາງ.


ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຢືນຢັນວ່າ ລາວ ຍັງມີຄວາມສ່ຽງທີ່ຈະຕ້ອງປະເຊີນກັບບັນຫາການລະບາດຂອງພະຍາດໄວຣັສ COVID-19 ໂດຍສະເພາະແມ່ນຢູ່ທີ່ເຂດຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານນັ້ນຖືເປັນພື້ນທີ່ໆມີຄວາມສ່ຽງຫຼາຍທີ່ສຸດ ດັ່ງຈະເຫັນໄດ້ຈາກການລະບາດຢ່າງກວ້າງຂວາງໃນ ມຽນມາ ແລະ ການລະບາດຮອບໃໝ່ໃນ ໄທ ໃນເວລານີ້ ສະນັ້ນເພື່ອສະກັດກັ້ນບໍ່ໃຫ້ເຊື້ອໄວຣັສ COVID-19 ຂ້າມຊາຍແດນເຂົ້າມາລະບາດໃນ ລາວ ດ້ວຍນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງເພີ່ມຄວາມເຂັ້ມງວດຫຼາຍຂຶ້ນເຂົ້າໃນການກວດກາ ແລະ ກວດສຸຂະພາບຮ່າງກາຍຂອງທຸກຄົນທີ່ຕ້ອງການຈະເດີນທາງເຂົ້າມາໃນ ລາວ ໃນໄລຍະຕໍ່ໄປນີ້ ໂດຍສຳລັບຄົນ ລາວ ກໍຈະຕ້ອງພົວພັນກັບສະຖານທູດ ລາວ ໃນຕ່າງປະ ເທດ ເພື່ອກວດຮ່າງກາຍກ່ອນທີ່ຈະໄດ້ຮັບອະນຸຍາດໃຫ້ເດີນທາງກັບຄືນມາ ລາວ ດ້ວຍເຊັ່ນກັນ ດັ່ງທີ່ທ່ານ ສີສະຫວາດ ໄດ້ໃຫ້ການຢືນຢັນວ່າ

“ດຽວນີ້ນິ ຄົນ ລາວ ຢາກມາໂລດກະບໍ່ໄດ້ ສົມມຸດວ່າໄປຕົກຄ້າງຢູ່ ໄທ ຕ້ອງສະເໜີຜ່ານສະຖານ ທູດ ລາວ ຢູ່ປະເທດ ໄທ ແລ້ວກະສະເໜີເຂົ້າມາ ແລະ ຜ່ານຂະບວນການ ບາດເຂົ້າມາຮອດ ລາວ ເຮົາກະໄດ້ກວດ COVID-19 ຄືກັນ ແຕ່ວ່າສຳລັບຄົນ ລາວ ນີ້ ຖ້າວ່າບໍ່ກວດກະສາມາດມາໄດ້ ແຕ່ວ່າຈະຂຶ້ນຍົນມາບໍ່ໄດ້ຖ້າ ຫາກວ່າບໍ່ກວດເຂົາຈະບໍ່ໄດ້ຂີ່ຍົນເລີຍ.”

ທາງການ ລາວ ໄດ້ເພີ່ມຄວາມເຂັ້ມງວດໃນການກວດກາການເດີນທາງເຂົ້າ-ອອກ ລາວ ນັບແຕ່ເກີດກໍລະນີຊາວ ຈີນ 2 ຄົນທີ່ຕິດໄວຣັສ COVID-19 ຈາກເມືອງທ່າຂີ້ເຫຼັກໃນ ມຽນມາ ແລ້ວໄດ້ລັກລອບເດີນທາງເຂົ້າມາພັກອາໄສຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເດີນທາງຕໍ່ໄປຍັງເຂດເສດຖະກິດສະເພາະ ບໍ່ເຕັນ ໃນແຂວງຫຼວງນໍ້າທາໃນຊ່ວງວັນທີ 24 ພະຈິກ ຫາ 2 ທັນວາ 2020 ທີ່ຜ່ານມາ ແລະ ຖືກເຈົ້າໜ້າທີ່ຕຳຫຼວດ ຈີນ ຈັບກຸມຕົວໄດ້ໃນຂະນະທີ່ລັກລອບເດີນທາງກັບໄປໃນແຂວງ ຢຸ່ນໜານ ຂອງ ຈີນ ອັນໄດ້ສົ່ງຜົນເຮັດໃຫ້ທາງ ການ ລາວ ຕ້ອງມີຄຳສັ່ງໃຫ້ປິດເຂດເສດຖະກິດພິເສດທັງ 2 ແຫ່ງດັ່ງກ່າວ ເພື່ອກວດຮ່າງກາຍຜູ້ທີ່ມີຄວາມສ່ຽງທີ່ຈະໄດ້ຮັບເຊື້ອໄວຣັສຕໍ່ຈາກຊາວ ຈີນ ທັງ 2 ຄົນນັ້ນຈຳນວນເຖິງ 286 ຄົນ ແລະ ເຖິງແມ່ນວ່າຈະກວດບໍ່ພົບຜູ້ທີ່ຕິດເຊື້ອລາຍໃໝ່ກໍຕາມ ຫາກແຕ່ກໍນັບເປັນສະພາບການທີ່ ລາວ ຍັງມີຄວາມສ່ຽງທີ່ຈະໄດ້ຮັບເຊື້ອໄວຣັສ COVID-19 ໄດ້ຕະຫຼອດເວລາ ຖ້າຫາກວ່າບໍ່ເຂັ້ມງວດກວດກາການເດີນທາງເຂົ້າ-ອອກ ລາວ ຢູ່ທີ່ເຂດຕິດຕໍ່ຊາຍແດນກັບປະເທດເພື່ອນບ້ານນັ້ນ.

ສ່ວນທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກໍຢືນຢັນວ່າ ຄະນະສະ ເພາະກິດເພື່ອການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອໄວຣັສ COVID-19 ໄດ້ເພີ່ມຄວາມເຂັ້ມງວດຫຼາຍຂຶ້ນເຂົ້າໃນການກວດສຸຂະພາບຄົນ ລາວ ແລະ ຕ່າງຊາດທຸກຄົນທີ່ເດີນ ທາງເຂົ້າມາ ລາວ ໃນໄລຍະນີ້ ໂດຍສະເພາະແມ່ນຢູ່ດ່ານຊາຍແດນທີ່ຕິດຕໍ່ກັບປະເທດເພື່ອນບ້ານນັ້ນ ຖືເປັນເຂດທີ່ຈະຕ້ອງມີການເພີ່ມມາດຕະການເຂັ້ມງວດໃຫ້ຫຼາຍເປັນພິເສດເພາະໄດ້ກວດພົບຜູ້ຕິດເຊື້ອໄວຣັສ COVID-19 ລາຍໃໝ່ເຖິງ 14 ຄົນໃນວັນທີ 23 ພະຈິກ 2020 ໃນນີ້ເປັນຜູ້ຕິດເຊື້ອສັນຊາດ ລາວ 1​ ຄົນ ແລະ ຊາວຕ່າງຊາດ 13 ຄົນທີ່ເດີນທາງເຂົ້າມາ ລາວ ໂດຍຜ່ານດ່ານຂາຍແດນຕິດຕໍ່ກັບປະເທດເພື່ອນບ້ານ ຈຶ່ງເຮັດໃຫ້ຕ້ອງເພີ່ມມາດຕະການເຂັ້ມງວດດັ່ງກ່າວ.

ກ່ອນໜ້ານີ້ ຄະນະສະເພາະກິດໄດ້ໃຫ້ການຜ່ອນຜັນ ແລະ ອຳນວຍຄວາມສະດວກໃຫ້ກັບບັນດານັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງຊາດ ທີ່ຕ້ອງການເດີນທາງເຂົ້າມາພົວພັນທາງທຸລະກິດ ແລະ ທ່ອງທ່ຽວໃນ ລາວ ໂດຍມີເງື່ອນໄຂວ່າຈະຕ້ອງເປັນການເດີນທາງເຂົ້າມາ ລາວ ດ້ວຍຖ້ຽວບິນທີ່ເຊົ່າເໝົາລຳເທົ່ານັ້ນ ຈະຕ້ອງເປັນປະເທດທີ່ບໍ່ມີບັນຫາການລະບາດຂອງໄວຣັສ COVID-19 ຢູ່ພາຍໃນຊຸມຊົນອີກດ້ວຍ ພ້ອມກັນນີ້ຄະນະສະເພາະກິດຍັງໄດ້ເຫັນທີ່ບໍ່ກັກບໍລິເວນເປັນເວລາ 14 ວັນສຳລັບຄົນ ລາວ ແລະ ຊາວຕ່າງຊາດທີ່ກວດບໍ່ພົບໄວຣັສ COVID-19 ຫຼັງຈາກທີ່ເດີນທາງເຂົ້າມາ ລາວ ແລະ ຜ່ານກການກວດຫາເຊື້ອໄວຣັສ COVID-19 ເປັນເວລາ 48 ຊົ່ວໂມງແລ້ວນັ້ນ ທາງການລາວ ກໍອະນຸຍາດໃຫ້ກັກກັນບໍລິເວນ 14 ວັນຢູ່ທີ່ເຮືອນພັກ ແລະ ຫຼັງຈາກນັ້ນຈຶ່ງຈະສາມາດເດີນທາງໃນ ລາວ ໄດ້ຕາມປົກກະຕິ ທັງນີ້ໂດຍຕະຫຼອດປີ 2020 ທີ່ຜ່ານມາ ທາງການ ລາວ ໄດ້ກວດພົບຜູ້ຕິດໄວຣັສ COVID-19 ຈຳນວນ 41 ຄົນ ແລະ ໄດ້ກວດຮ່າງກາຍຄົນ ລາວ ແລະ ຊາວຕ່າງຊາດທີ່ເດີນທາງເຂົ້າມາໃນ ລາວ ຈຳນວນຮວມກັນເກືອບເຖິງ 1 ແສນຄົນ.

XS
SM
MD
LG