ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເຖົ້າລາວມົ້ງ ໄດ້ຮັບ ໜັງສືເດີນທາງ ຄືນແລ້ວ


ກະຊວງ ຮັກສາຄວາມໝັ້ນຄົງ ແຫ່ງຊາດ ຂອງ ສະຫະລັດ
ກະຊວງ ຮັກສາຄວາມໝັ້ນຄົງ ແຫ່ງຊາດ ຂອງ ສະຫະລັດ

ຜູ້ຊາຍລາວ ໄວສູງອາຍຸ ຄົນນຶ່ງ ທີ່ເຂົ້າມາອາໄສ ຢູ່ໃນສະຫະລັດ ໄດ້ 3 ປີແລ້ວນັ້ນ ພວມກະກຽມ ທີ່ຈະເດີນທາງ ກັບຄືນປະເທດ ຫລັງຈາກ ເຈົ້າໜ້າທີ່ ສະຫະລັດ ໄດ້ສົ່ງ ໜັງສືເດີນທາງ ຄືນໃຫ້ແກ່ລາວ.

ຜູ້ຊາຍອາຍຸ 88 ປີ ຈາກລາວ ທີ່ບອກແຕ່ ນາມສະກຸນວ່າ XIONG ນັ້ນ ໄດ້ຮັບໜັງສືເດີນທາງ ຂອງລາວ ທີ່ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ຢຶດໄວ້ ຫລັງຈາກລາວ ໄດ້ຍື່ນຂໍລີ້ໄພການເມືອງ ໃນປີ 2008 ນຶ່ງປີ ຫລັງຈາກລາວ ໄດ້ເດີນທາງ ມາເຖິງສະຫະລັດ ເພື່ອຢ້ຽມຢາມ ຍາດຄົນນຶ່ງ ທີ່ລັດຄາລີຟໍເນຍນັ້ນ.

ໃນທີ່ສຸດ ນາຍ XIONG ໄດ້ປ່ຽນໃຈ ກ່ຽວກັບ ການຂໍລີ້ໄພ ເພື່ອຢູ່ໃນສະຫະລັດ ແລະຍື່ນສຳນວນຟ້ອງ ຕໍ່ກະຊວງ ຮັກສາຄວາມໝັ້ນຄົງແຫ່ງຊາດ ຂອງສະຫະຣັດ ເພື່ອຢາກໄດ້ ໜັງເດີນທາງ ຂອງລາວຄືນ.

ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ໄດ້ສົ່ງຄືນ ໜັງສືເດີນທາງ ຂອງນາຍ XIONG ໃຫ້ແກ່ ທະນາຍຄວາມ ຂອງລາວ ໃນວັນພຸດວານນີ້. ໂຄສົກຄົນນຶ່ງ ຂອງອົງການ ກວດຄົນເຂົ້າເມືອງ ແລະພາສີ ຂອງສະຫະລັດ ກ່າວວ່າ ເຈົ້າໜ້າທີ່ ຮູ້ສຶກວ່າ ການກະທຳ ທີ່ວ່ານີ້ ເປັນການກະທຳ ທີ່ເໝາະສົມຖືກຕ້ອງ.

XS
SM
MD
LG