ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວລາວ ໃນທົ່ວໂລກ ພາກັນ ສະຫຼອງ ບຸນປີໃໝ່ ພ.ສ. 2561


ພິທີແຫ່ພະສົງ ບຸນປີໃໝ່ລາວ ທີ່ວັດລາວພຸດທະວົງ ລັດເວີເຈີເນຍ.
ພິທີແຫ່ພະສົງ ບຸນປີໃໝ່ລາວ ທີ່ວັດລາວພຸດທະວົງ ລັດເວີເຈີເນຍ.

ຊາວລາວຢູ່ໃນທົ່ວໂລກພວມກະກຽມສະເຫຼີມຫຼອງວັນຂຶ້ນປີໃໝ່ ປີ ພ.ສ. 2561 ດ້ວຍຄວາມ
ເບີກບານມ່ວນຊື່ນ.

ໃນ ສປປ ລາວ ຢູ່ຕາມຫົວເມືອງນ້ອຍໃຫຍ່ໃນທົ່ວປະເທດແມ່ນມີການສະຫຼອງກັນຢ່າງ
ຟົດຟື້ນ ແຕ່ຜົ້ງສາລີຫາສີພັນດອນ​ ຕາມປະເພນີໃນທ້ອງຖິ່ນຂອງເຂດໃຜລາວ ແຕ່ແນວ
ໃດກໍຕາມ ວັນທີ່ສຳຄັນ ໃນການສະຫລອງປີນີ້ ກໍຄືວັສັງຂານລ່ວງ ແມ່ນກົງກັບວັນທີ
14 ເມສາ ວັນເນົາ ກົງກັບວັນທີ 15 ແລະວັນສັງຂານຂຶ້ນ ຫຼືວັນຂຶ້ນປີໃໝ່ ແມ່ນວັນ
ທີ 16.

ທີ່ນະຄອນຫຼວງພະບາງ ສາທຸໃຫຍ່ ອ່ອນແກ້ວ ສິດທິວົງ ປະທານ ຄະນະສົງແຂວງຫຼວງ
ພະບາງ ​ກ່າວຫຍໍ້ໆເຖິງຮີດຄອງ ທີ່ເຄີຍປະຕິບັດສືບຕໍ່ກັນມາໃນການສະຫຼອງປີໃໝ່ລາວ
ຢູ່ທີ່ນັ້ນວ່າໃນຕອນເຊົ້າຂອງມື້ສັງຂານລ່ວງພວກອອກຕົນຍາດໂຍມ ກໍຈະມີການອະນາ
ໄມ ສະຖານທີ່ຢ້າວເຮືອນຂອງຕົນ ຕົກຕອນບ່າຍກໍຈະມີການອາຣະທະນາພະພຸດທະຮູບ
ຢູ່ແຖວວັດບ້ານຂອງໃຜບ້ານລາວ ລົງຫົດສົງ ຫຼັງຈາກນັ້ນ ກໍຈະພາກັນໄປຫຼິ້ນດອນຊາຍ
ຕົບພະທາດຊາຍຢູ່ຕາມວັດບ້ານຂອງຕົນເອງ ຕົກຕອນຄໍ່າມາກິນເຂົ້າກິນນ້ຳແລ້ວ ກໍຈະ
ພາກັນແຕ່ງຕົວເພື່ອໄປຮົດສົງພະພຸດທະຮູບຕາມວັດຕ່າງໆ. ສາທຸໃຫຍ່ອ່ອນແກ້ວ ກ່າວ
ຕື່ມວ່າ ສຳລັບໃນມື້ເນົາ​ ທາງເຂດໃຕ້ ກໍຄືເຂດວັດທາດ ໃນຕອນບ່າຍຈະແຫ່ວໍໄປຫາ
ວັດຊຽງທອງເພື່ອໃຫ້ອອກຕົນຍາດໂຍມ ໄດ້ຫົດສົງ ຂະບວນພະສົງສາມະເນນ ແລະຫົດ
ສົງມາຮອດວັດຊຽງທອງແລ້ວ ເພິ່ນກໍເລີກກັນ ແລະຕົກຕອນແລງມາພວກອອກຕົນຍາດ

ພິທີ່ຫົດສົງພະບຸນປີໃໝ່ ທີ່ນະຄອນຫຼວງພະບາງ
ພິທີ່ຫົດສົງພະບຸນປີໃໝ່ ທີ່ນະຄອນຫຼວງພະບາງ

ໂຍມກໍຈະພາກັນໄປຫົດສົງ ພະພຸດທະຮູບຄືເກົ່າ. ສ່ວນໃນ ມື້ທີ ​3 ຊຶ່ງເປັນວັນສັງຂານ
ຂຶ້ນ ພວກອອກຕົນຍາດໂຍມ ກໍຈະພາກັນແຫ່ວໍແຕ່ວັດຊຽງທອງ ກັບຄືນໄປວັດທາດ
ເພື່ອໃຫ້ພວກຍາດໂຍມ ໄດ້ຮົດໄດ້ສົງ ພະສົງອົງຄະເຈົ້າຄະນະເໜືອ ເພື່ອເຮັດໃຫ້ບ້ານ
ເມືອງ ໄດ້ຢູ່ຊຸ່ມກຸ່ມເຢັນ ແລະຕົກຕອນຄ່ຳມາ ອອກຕົນຍາດໂຍມ ກໍໄປຮົດສົງພະພຸດ
ທະຮູບຄືເກົ່າ. ແຕ່ແນວໃດກໍຕາມ ສາທຸໃຫຍ່ອ່ອນແກ້ວ ກ່າວວ່າ ການສະຫຼອງໃນປີນີ້
ແມ່ນມີຄວາມຄຶກຄື້ນເປັນພິ ເສດຍ້ອນມີຈຸດເດັ່ນຢູ່ 3 ປະການ

ລິງໂດຍກົງ

ນອກນັ້ນ ຊາວລາວ ຢູ່ໃນປະເທດຕ່າງໆ ເຊັ່ນ ຝຣັ່ງ ອັງກິດ ແບລຈ້ຽມ ອອສເຕຣເລຍ
ນິວຊີແລນ ອາເຈັນຕິນາແລະອື່ນໆ ກໍພາກັນສະເຫຼີມສະ ຫຼອງປີໃໝ່ ລາວ ເຊັ່ນດຽວກັນ.
ສ່ວນຢູ່ສະຫະລັດ ຊາວລາວໃນລັດຕ່າງໆ ກໍຈັດພິທີສະຫຼອງວັນຂຶ້ນປີໃໝ່ລາວ ບໍ່ນ້ອຍ
ໜ້າຊາວລາວຢູ່ບ່ອນອື່ນໆເລີຍ. ທີ່ວັດລາວພຸດທະວົງ ໃນເຂດນະຄອນ ຫຼວງວໍຊິງຕັນ
ກໍມີການສະເຫຼີມສະຫຼອງ ຢ່າງຄຶກຄື້ນມະໂຫລານ ຊຶ່ງນອກຈາກພິທີທາງສາສະໜາ
ແລ້ວ ກໍຍັງມີການຄົບງັນ ເປັນເວລາ 2 ວັນ ຄືໃນວັນເສົາແລະວັນອາທິດນີ້ ແລະຄາດ
ວ່າ ຈະມີຫຼາຍພັນຄົນເຂົ້າຮ່ວມ.

ນອກນັ້ນ ຢູ່ຕາມຫົວເມືອງຕ່າງໆ ເຊັ່ນ ນະຄອນແຊນດີເອໂກ ແຊນແຟຣນຊິສໂກ
ຊິຄາໂກ ແລະນິວຢອກ ຕະຫລອດທັງຊຸມຊົນທີ່ມີຄົນລາວອາໄສຢູ່ຢ່າງໜາ ແໜ້ນ
ເຊັ່ນເມືອງຊາກີນໍ ໃນລັດເທັກຊັສ ແລະ ເມືອງນິວໄອບີເຣຍ ໃນລັດຫຼຸຍຊີອານາ ​ກໍ
ຈະມີການສະຫຼອງປີໃໝ່ລາວຢ່າງມ່ວນຊື່ນເຊັ່ນ ດຽວກັນ.

XS
SM
MD
LG