ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງ​ປະຊຸມ​ຂອງ​ອົງການ​ ສໍາພັນ​ທະ​ມິດ​ລາວ​-ອາ​ເມຣິກັນ ທີ່ Springfield, Virginia


ຄະນະສະພາອໍານວຍການຂອງອົງການສໍາພັນທະມິດລາວ-ອະເມຣິກັນ
ຄະນະສະພາອໍານວຍການຂອງອົງການສໍາພັນທະມິດລາວ-ອະເມຣິກັນ

ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ VOA ໃນແລງມື້ນີ້ ທ່ານຈະໄດ້ຮັບຟັງ ການສໍາພາດກັບຫຼາຍບຸກຄົນນທີ່ມີສ່ວນໃນກອງປະຊຸມຫຼວງຂອງອົງການສໍາພັນທະມິດ ລາວ ອະເມຣິກັນ ທີ່ໄດ້ຈັດຂຶ້ນໃນວັນທີ 5-6 ສິງຫາ ທີ່ເມືອງ Springfield, VA ຊຶ່ງວັນນະສອນ ຈະນໍາມາສະເໜີທ່ານ.

ໃນຫວ່າງ​ໝໍ່ໆມາ​ນີ້ ທາງ VOA ​ໄດ້​ສະ​ເໜີ​ບົດ​ສໍາພາດ​ກັບ​ຄະນະ​ບໍລິຫານ​ຂອງ​ອົງການ
ສໍາພັນ​ທະ​ມິດ​ລາວ-ອາ​ເມຣິກັນ ຫຼື​ Laotian American National Alliance (LANA)
ໃນ​ລະດັບ​ຊາດ​ທີ່​ມີ​ຈຸດປະສົງ​ໃນ​ການ​ເປັນ​ກະບອກ​ສຽງ, ​ເປັນ​ສູນ​ຮວມ ​ແລະ​ຕາງໜ້າ​ໃຫ້
ອົງການ​ນ້ອຍ​ໃຫຍ່​ທັງຫຼາຍ​ໃນ​ສະຫະລັດ ​ເພື່ອ​ນໍາ​ສະ​ເໜີ ບັນຫາ​ຕ່າງໆ​ຂອງ​ປະຊາ​ຄົມ
ລາວ​ຕໍ່ທາງລັດຖະບານ, ​ເທດສະບານ, ທ້ອງ​ຖິ່ນ​ແລະ​ໃນ​ລະດັບ​ຊາດ ​ແລະ​ທາງ​ອົງການ
ດັ່ງກ່າວ​ກໍ​ໄດ້​ຈັດ​ກອງ​ປະຊຸມ​ຫຼວງ​ຂຶ້ນ ​ໃນ​ວັນ​ທີ 5-6 ສິ​ງຫາ ຜ່ານ​ມາ​ນີ້ ຊຶ່ງ​ຕາງ​ໜ້າ​ໃຫ້​ແກ່ ​
ເຈົ້າພາບ​ທ້ອງ​ຖິ່ນ ​ໃນ​ຂົງ​ເຂດ ວໍ​ຊິງ​ຕັນ​ດີ​ຊີ ກໍ​ແມ່ນ ຍາ​ເອື້ອຍ ບຸນ​ເຮ່​ງ ອິນ​ເວີ​ຊິນ ທີ່​ໄດ້
ເປັນຜູ້​ມາ​ປະຖະກະ​ຖານໍາ ​ແລະ​ກໍ​ໄດ້ໃຫ້ VOA ສໍາພາດ​.

ນັກຮຽນນັກສຶກສາທີ່ເຂົ້າຮ່ວມ
ນັກຮຽນນັກສຶກສາທີ່ເຂົ້າຮ່ວມ

ກອງ​ປະຊຸມ​ຂອງ​ອົງການ​ສໍາພັນ​ທະ​ມິດ​ລາວ​-ອາ​ເມຣິກັນນີ້ ​ໄດ້​ຈັດ​ຂຶ້ນ​ເປັນ 2 ມື້ ​ໂດຍ​ມີ​ການ​ໃຫ້​ຂໍ້​ມູນ, ປະຖະກະ​ຖາ ຈາກ​ນັກວິຊາການ​ຈາກ​ຫຼາຍ​ໜ່ວຍ​ງານ, ຫຼາຍ​ອົງການ ຮວມທັງ​ການ​ສຶກສາ, ການ​ແພດ, ຂໍ້​ມູນ​ຂ່າວສານສໍາຄັນ​ຕ່າງໆ.

ບັນດາຜູ້ບັນລະຍາຍ ໃນກອງປະຊຸມ
ບັນດາຜູ້ບັນລະຍາຍ ໃນກອງປະຊຸມ

ກໍ​ໄດ້​ມີ​ທັງ​ແພດ​ໜຸ່ມ​ Dr. Alex Vilaythong, ​ເອື້ອຍ ຫົງ​ວິ​ໄລ ວັດທະນາ ອາສາ​ສະມັກ​ ​ແລະ ວົງ​ສະຫວັນ ອິນ​ສີ​ຊຽງ​ໃໝ່ ​ຜູ້ທີ່​ເດີນທາງ​ມາ​ຈາກ​ລັດ Rhode Island ​ເພື່ອ​ເຂົ້າ​ຮ່ວມ​ໃນ​ງານ​ດັ່ງ​ກ່າວ ຊຶ່ງ​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາ​ມ ຄິດ​ເຫັນຕ່າງ​ໆ​ນາໆ​.

ຟ້ອນລາວຮ່ວມເຜົາ
ຟ້ອນລາວຮ່ວມເຜົາ

ກອະ​ປະຊຸມ​ຫຼວງ​ຂອງ​ອົງການ​ສໍາພັນ​ທະມິດ​ລາວ​ແມ່ນ​ໄດ້​ຜ່ານ​ພົ້ນ​ແລະ​ສໍາ​ເລັດ​ລົງ​ດ້ວຍ​ດີ ໂດ​ຍທີ່​ຜູ້​ປະກອບສ່ວນ​ທັງຫຼາຍ ກໍ​ໄດ້​ຮຽນ​ຮູ້, ສຶກສາ ຊຶ່ງ​ກັນ​ແລະ​ກັນ ຈາກ​ບັນດາ​ນັກ​ວິຊາ​ການ​ຕ່າງໆ​ທີ່​ມາ​ໃຫ້​ຂໍ້​ມູນ, ​ໃຫ້​ ຄວາມ​ກະຈ່າງ​ແຈ້ງ ​ເຖິງ​ຄວາມ​ສໍາຄັນ​ຂອງ​ການເອົາ​ບາດກ້າວ​ທີ່​ດີ ​ກ່ວາ​ໃນ​ການ​ດໍາລົງ​ຊີວິດ ບໍ່​ວ່າ ​ຈະ​ເປັນການ​ສຶກສາດ້ານ​ສຸຂະ ພາບ, ພາລາ​ນາ​ໄມ. ​ໄດ້​ມີ​ສ່ວນ​ບຸກຄົນ​ແລະ​ຕົວ​ແທນ​ຈາກ​ຫຼາຍໆ​ປະຊາ​ຄົມ ທັງ​ໃນ​ທ້ອງ​ຖິ່ນ​ແລະ​ຕ່າງ​ລັດ​ເຂົ້າ​ມາ​ຮ່ວມ.

ຖ່າຍຮູບຮວມກັນປິດທ້າຍກອງປະຊຸມ
ຖ່າຍຮູບຮວມກັນປິດທ້າຍກອງປະຊຸມ

ຈຸດປະສົງທີ່​ເປັນ​ຫຼັກ​ຢືນ ກໍ​ຄື​ການ​ແລກປ່ຽນ​ແລະຮຽນຮູ້​ຈາກ​ປະສົບ​ການ​ຂອງ​ກັນ​ ແລະ​ກັນ ​ເພື່ອ​ຈະ​ໄດ້ສົ່ງ​ເສີມປັບ​ຕົວ, ປັບປຸງ​ແລະ​ພັດທະນາ ​ໃຫ້​ປະຊາ​ຄົມ​ລາວ-​ອາ​ເມຣິກັນ​ອື່ນໆ​ໃນ​ສະຫະລັດ. ສ່ວນ​ງານ​ລາຕີ​ສະ​ໂມສອນ​ແລະ ​ລື້​ນ​ເລີງ​ຕ່າງໆ​ນັ້ນ ກໍ​ໄດ້​ຮັບ​ການ​ປະກອບ​ສ່ວນຈາກ​ສະມາຄົມ ສະຕີ​ລາວ​-ອາເມຣິກັນ​ ​ແລະ Lao Swan Dance Troupe ​ໃນ​ຂົງ​ເຂດວໍ​ຊິງ​ຕັນ​ດີ​ຊີ ​ແລະ​ຫຼາຍໆ​ສະມາຄົມໃນ​ຂົງ​ເຂດທ້ອງ​ຖິ່ນ ​ແລະ​ກໍ​ຖື​ວ່າໄດ້​ທັງ​ຄວາມ​ຮູ້​ ຄວາມ​ມ່ວນຊື່ນ ​ແລະ​ຄວາມ​ຈົບງາ​ມ ທັງແຂກ​ແລະ​ເຈົ້າ​ພາບ.

ທາງ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ​ຈະ​ນໍາເລື່ອງ​ລາວ​ທີ່​ເປັນ​ສາລະ​ແລະ​ໃຫ້​ຄວາມ
​ບັນເທີ​ງ ມາສະ​ເໜີ​ທ່ານອີກ ​ໃນ​ໂອກາດ​ຕໍ່​ໄປ.

XS
SM
MD
LG