ໃນບັນດາພວກທໍາອິດທີ່ຟ້າວຟັ່ງໄປຊ່ວຍເຫຼືອພວກໄດ້ຮັບເຄົາຮ້າຍໃນການ
ໂຈມຕີຕຶກແຝດ, ສູນກາງຄ້າໂລກຫຼື World Trade Center ທີ່ New Yorkນັ້ນກໍແມ່ນ ບັນດານັກດັບເພີງຈໍານວນຫຼວງຫຼາຍພັນຄົນ ຊຶ່ງນຶ່ງໃນນັ້ນ ກໍຄື ນັກດັບເພີງໜຸ່ມລາວ-ອະເມຣິກັນ Andrew Rasvongseuk ຊຶ່ງປະກອບອາຊີບນີ້ມານານກວ່າ 15 ປີແລ້ວທີ່ New York ຊຶ່ງລາວເຫຼົ່າໃຫ້ຟັງເຖິງບາງຕອນກ່ຽວກັບເຫດການຄັ້ງນັ້ນນວັນທີ 11 ກັນຍານີ້ວ່າດັ່ງບົດສໍາພາດດັ່ງຂ້າງບຸ່ມນີ້:
ເຫດການທັງໝົດນັ້ນ ແມ່ນບໍ່ມີພຽງແຕ່ເທົ່ານັ້ນທຸກສັບສົນ, ວຸ້ນວາຍສົນລະວົນບໍ່ຮູ້ວ່າຮັບມືກັຍຢ່າງໃດເພາະບໍ່ເຄີຍມີປະສົບການທີ່ຮ້າຍແຮງເກີດຂຶ້ນ ໃນອະເມຣິກາ ຢ່າງຮ້າຍແຮງຂະນາດນີ້ມາກ່ອນ. Andrew ຍັງເຫຼົ່າໃຫ້ຟັງວ່າ ລາວເຮັດວຽກແບບນີ້ຕັ້ງແຕ່ວັນເກີດເຫດ 11 ກັນຍາຈົນເຖິງ ເດືອນທັນວາ 2011
ເປັນແບບນີ້ທຸກໆມື້ ຄືເຮັດວຽກ 12-15 ຊົ່ວໂມງ ຕື່ນແຕ່ເຊົ້າ ໄປເຮັດວຽກຕັ້ງແຕ່ 6 ໂມງເຊົ້າແລະກັບບ້ານຕອຍທ່ຽງຄືນຕະຫຼອດຊຶ່ງລາວເຫຼົ່ຕໍໄປວ່າ:
"ຂ້ອຍຈໍາເຫດການວັນນັ້ນໄດ້ດີ ກິ່ນເໝັ້ນຟຸ້ງ, ພາບຕິດຕາ ແລະຕອນນັ້ນ ຂ້ອຍຄິດວ່າ ຄົງຈະບໍ່ພົບຄົນທີ່ລອດຕາຍມາໄດ້ອີກແລ້ວ ຄືພວກເຮົາຕ້ອງຊ່ອຍພວກເຄົາຮ້າຍໃນທັນທີທັນໃດ ໃນຕອນເກີດເຫດ ຖ້າ 2-3 ມື້ຕໍ່ມາແລ້ວນັ້ນ ຄົງຍາກ.ຂ້ອຍໄດ້ສູນເສຍໝູ່ເພື່ອນ ຄັນທີ່ທີ່ຂ້ອຍຮູ້ຈັກປະມານ 40 ກວ່າຄົນ ໃນມື້ນັ້ນມື້ດຽວ."
ວັນຄົບຮອບ 10 ປີ ຂອງເຫດການສິນາດສະກໍາ 11 ກັນຍາ 2001 ຈົນເຖິງປີ 2011 ນີ້ ມັນໄດ້ປ່ຽນມຸມມອງຂອງໂລກ ຂອງຫຼາຍໆຄົນ ໃນການດໍາເນີນວິຖີຊີວິດ ຄວາມຄິດຄວາມອ່ານ ກໍປ່ຽນໄປ ຊຶ່ງໃນໄດ້ປ່ຽນຄວາມຮູ້ສຶກຂອງ Andrew ດັ່ງນີ້:
"ໃນທຸກໆວັນທີ 11 ກັນຍາ ມັນພາໃຫ້ຂ້ອຍລະລຶກເຖິງ... ຂ້ອຍໝາຍຄວາມວ່າ "
ກ່ອນຈົບການສໍາພາດ Andrew ໄດ້ກ່າວສະຫຼຸບວ່າ ດີໃຈທີ່ໄດ້ມີໝູ່ເພື່ອນ, ມີຄອບຄົວແລະຍັງມີຊີວິດຢູ່ ໄດ້ຊາບຊຶ້ງເຖິງ ຄວາມສັດຈະທໍາ, ຄວາມມີມະນຸດສະທໍາ ເຫັນຄຸນຄ່າຂອງຜູ້ຄົນ, ຊ່ອຍເຫຼືອຊຶ່ງກັນແລະກັນ ຈາກການໄດ້ຟັງເລື່ອງລາວຕ່າງໆນາໆຊຶ່ງ Andrew ກ່າວສະຫຼຸບວ່າ:
ອາທິດໜ້າທາງລາຍການຊີວິດຊາວລາວໃນຕ່າງແດນ ກໍຈະນໍາເອົາປະສົບການຂອງຄົນລາວອະເມຣິກັນອື່ນໆມາສະເໜີທ່ານຜູ້ຟັງອີກ. ກະລຸນາຄອຍຕິດຕາມຮັບຟັງ.