ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຟື້ນຟູສະພາບປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທັງໝົດ


ປ່າໄມ້ອຸດສາຫະກຳ ໃນລາວ
ປ່າໄມ້ອຸດສາຫະກຳ ໃນລາວ

ນາຍົກລັດຖະມົນຕີລາວຢືນຢັນໃນແຜນການປູກຕົ້ນໄມ້ແລະຟື້ນຟູສະພາບປ່າໄມ້ໃນທົ່ວປະເທດ ລາວ ເພື່ອເຮັດໃຫ້ມີ ຄວາມໜາແໜ້ນເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປະເທດໃຫ້ໄດ້ພາຍ ໃນປີ 2020 ດ້ວຍການແບ່ງປະເພດ ປ່າໄມ້ ອອກເປັນ 3 ລະບົບ.

ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວໄດ້ຖະແຫລງການຢືນຢັນຕໍ່ຄະນະທູຕານຸທູດ ຄະນະຜູ້ແທນ ອົງການສາກົນໃນລາວແລະບັນດາພະນັກງານຂອງລັດຖະບານລາວ ເນຶ່ອງໃນໂອ ກາດການຈັດງານສະເຫລີມ ສະຫລອງວັນສິ່ງແວດລ້ອມໂລກຢູ່ນະຄອນວຽງຈັນເມື່ອບໍ່ນານມານີ້ ວ່າ ລັດຖະບານລາວໄດ້ໃຫ້ຄວາມສຳຄັນ ເປັນຢ່າງຍິ່ງກັບການຮັກສາສະພາບແວດລ້ອມທຳມະຊາດ ເພື່ອການນຳໃຊ້ປະໂຫຍດ ຢ່າງຍືນຍົງ ໂດຍເປົ້າ ໝາຍນຶ່ງທີ່ລັດຖະບານໄດ້ໃຫ້ຄວາມສຳຄັນຢ່າງທີ່ສຸດ ໃນໄລຍະຕໍ່ໄປນີ້ ກໍຄືການສົ່ງ ເສີມການປູກຕົ້ນໄມ້ ແລະການ ຟື້ນຟູສະພາບປ່າໄມ້ໃນລາວ ໃຫ້ມີລະດັບຄວາມໜາແໜ້ນເຖິງ 65ເປີເຊັນໃນປີ 2015 ແລະເພີ່ມຂື້ນໃຫ້ໄດ້ເຖິງ 70 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດພາຍໃນປີ 2020.

ໂດຍພາຍໃຕ້ເປົ້າໝາຍດັ່ງກ່າວນີ້ ລັດຖະບານລາວໄດ້ມີການຈັດແບ່ງປະເພດຂອງປ່າໄມ້ອອກເປັນ 3 ລະບົບດ້ວຍກັນ ກໍຄືລະບົບປ່າປ້ອງກັນ ລະບົບປ່າສະຫງວນ ແລະລະບົບປ່າຜະລິດ ຊຶ່ງການທີ່ ຈະເຮັດໃຫ້ສາມາດບັນລຸເປົ້າໝາຍ ທີ່ວາງເອົາໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈຳເປັນຢ່າງ ຍິ່ງທີ່ຈະຕ້ອງໄດ້ຮັບຄວາມຮ່ວມມື ແລະການມີສ່ວນ ຮ່ວມຈາກທຸກພາກສ່ວນຢ່າງຄັກແນ່ ດັ່ງທີ່ທ່ານ ບົວສອນ ໄດ້ຖະແຫລງຢືນຢັນວ່າ:

“ລັດຖະບານແຫ່ງ ສປປ ລາວໄດ້ຖືເອົາການປົກປັກຮັກສາ ແລະຟື້ນຟູບູລະນະສິ່ງແວດລ້ອມເປັນ ວຽກຕົ້ນຕໍ ທີ່ໄດ້ກຳໜົດນະໂຍບາຍຄຸ້ມຄອງແລະປົກປັກຮັກສາປ່າໄມ້ແບບຍືນຍົງ ແລະມີການເຂົ້າ ຮ່ວມຂອງປະຊາຊົນ ແລະນັ້ນລັດຖະບານໄດ້ຈັດແບ່ງລະບົບປ່າອອກເປັນ 3 ລະບົບ ຄືລະບົບ ປ່າປ້ອງກັນ ລະບົບປ່າສະຫງວນ ແລະລະບົບປ່າຜະລິດ ເພື່ອເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65 ເປີເຊັນໃນປີ 2015 ແລະ 70 ເປີເຊັນ ໃນປີ 2020.”

ໂດຍສຳຫລັບໃນໄລຍະທີ່ຜ່ານມາ ລະບົບປ່າຜະລິດນັບເປັນພາກສ່ວນທີ່ລັດຖະບານລາວໄດ້ໃຫ້ ການສະໜັບສະໜຸນ ສົ່ງເສີມໄດ້ຢ່າງກວ້າງຂວາງທີ່ສຸດ ໂດຍສະເພາະແມ່ນການໃຫ້ສຳປະທານສິດທິ ການເຊົ່ນທີ່ດິນລະຍະຍາວ ເພື່ອການ ປູກພືດອຸດສາຫະກຳຕ່າງໆ ເຊັ່ນຢາງພາລາ ໄມ້ເກດສະໜາ ແລະໄມ້ວິກ ຫລື ຢູຄາລິບຕັສ. ຊຶ່ງມາປັດຈຸບັນນີ້ ກໍປາກົດ ວ່າລັດຖະບານລາວໄດ້ໃຫ້ສຳປະທານ ສິດທິດັ່ງກ່າວແກ່ເອກກະຊົນລາວແລະຕ່າງຊາດໄປແລ້ວ ຄິດເປັນເນື້ອ ທີ່ກວ້າງ ກວ່າ 3 ແສນເຮັກຕ້າ ແລະເກີນກວ່າເຄິ່ງເປັນການປູກຢາງພາລາທັງໃນເຂດພາກເໜືອ ພາກກາງ ແລະພາກໃຕ້ ໂດຍສ່ວນໃຫຍ່ ກໍເປັນການລົງທືນຈາກຈີນ ຫວຽດນາມ ແລະໄທເປັນຫລັກ.

ແຕ່ຢ່າງໃດກໍຕາມ ສຳຫລັບທາງດ້ານເຈົ້າໜ້າທີ່ຂອງກະຊວງກະສິກຳ-ປ່າໄມ້ນັ້ນກໍຍອມຮັບວ່າ ການທີ່ຈະດຳເນີນການ ໃຫ້ໄດ້ຕາມເປົ້າໝາຍດັ່ງກ່າວຢ່າງມີປະສິດທິຜົນນັ້ນ ກໍບໍ່ແມ່ນເລຶ່ອງງ່າຍ ເພາະບັນຫາທີ່ທາງການລາວກຳລັງປະເຊີນຢູ່ ໃນເວລານີ້ ກໍມີທັງການຂດການມີສ່ວນຈາກປະຊາ ຊົນ ການຂາດງົບປະມານ ແລະການຂາດເຈົ້າໜ້າທີ່ ທີ່ປະຕິບັດໜ້າ ທີ່ທີ່ມີປະສິດທິພາບ ໂດຍ ສະເພາະແມ່ນໃນພາກສ່ວນທີຮັບຜິດຊອບໃນການປ້ອງກັນແລະປາບປາມການລັກລອບຕັດໄມ້ ທຳລາຍປ່າເພື່ອການຄ້າເຖື່ອນນັ້ນຍັງຂາດແຄນທັງງົບປະມານ ແລະເຄຶ່ອງໄມ້ເຄຶ່ອງມືຕ່າງໆທີ່ ຈະນຳໃຊ້ເຂົ້າໃນການ ກວດກາໄດ້ຢ່າງທົ່ວເຖິງອີກດ້ວຍ. ແລະໃນຂະນະດຽວກັນກໍເປັນການ ຍາກຫລາຍທີ່ຈະໄດ້ຮັບການຮ່ວມມືຈາກປະຊາຊົນ ໃນການຊ່ວຍເປັນຫູເປັນຕາໃຫ້ກັບພາກລັດຖະບານ ຖ້າຫາກວ່າປະຊາຊົນເຫລົ່ານັ້ນບໍ່ເຫັນຜົນປະໂຍດຫຍັງເລີຍ ທີ່ຈະ ໄດ້ຮັບເປັນສີ່ງຕອບແທນ ເພາະສະນັ້ນ ເຖິງແມ່ນວ່າລັດຖະບານລາວໄດ້ວາງແຜນການແລະເປົ້າໝາຍທີ່ຈະປູກແລະຟື້ນຟູ ສະພາບປ່າໄມ້ໃຫ້ປົກຫຸ້ມພື້ນທີ່ໃຫ້ໄດ້ 70 ເປີເຊັນຂອງພື້ນທີ່ທັງໝົດຂອງລາວພາຍໃນປີ 2020 ກໍຕາມ ຈຶ່ງເປັນການຍາກ ທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ.

ຍິ່ງໄປກວ່ານັ້ນ ຈາກການສຳຫລວດສະພາບປ່າໄມ້ໃນລາວປີ 1992 ກໍພົບວາລາວຍັງຄົງເຫລືອ ປ່າໄມ້ປົກຫຸ້ມຢູ່ 47 ເປີເຊັນ ແລະກໍໄດ້ລົດລົງເຫລືອ 42 ເປີເຊັນໃນປີ 2020 ສ່ວນໃນປັດຈຸບັນ ນີ້ກໍເຊື່ອວ່າລາວຍັງຄົງເຫລືອປ່າໄມ້ປົກ ຫຸ້ມຢູ່ ບໍ່ເກີນ 35 ເປີເຊັນຂອງພື້ນທີ່ທັງໝົດເທົ່ານັ້ນ.

XS
SM
MD
LG