ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​“ແມ່​ນ້ຳ​ສອງສີ” - ບຸນ​ເຫຼືອ ວາລິ​ເດດ


​“ແມ່​ນ້ຳ​ສອງສີ” - ບຸນ​ເຫຼືອ ວາລິ​ເດດ
​“ແມ່​ນ້ຳ​ສອງສີ” - ບຸນ​ເຫຼືອ ວາລິ​ເດດ

ເພງ: ​“ແມ່​ນ້ຳ​ສອງ​ສີ” ບຸນ​ເຫຼືອ ວາລິ​ເດດ

ວັນນະສອນ: ​ເພງ​ “ແມ່​ນ້ຳ​ສອງ​ສີ”​ ທີ່​ຂັບ​ຮ້ອງ​ໂດຍ
ບຸນ​ເຫຼືອວາລິ​ເດດນີ້​ ຈັດ​ໃຫ້​ນ້ອງ​ພູ​ແກ້ວ​ ວັນ​ຫາ ທີ່​ຂໍມາ​
ເພື່ອ​ມອບ​ໃຫ້​ແກ່ ອາວ​ອາທີ່ຢູ່ລັດ California ​
ໂດຍສະ​ເພາະ​ອາ​ຫມູນເພາະວ່າ​ເພິ່ນ​ປະ​ທັບ​ໃຈ​ເພງ​ນີ້​
ເປັນ​ທີ່​ສຸດແລະ​ຜູ້ໃດທີ່​ບໍ່​ທັນ​ໄດ້ໄປ​ເຫັນ​ແມ່​ນ້ຳ​ສອງ​ສີ​ນີ້
ຕອນກ​ກັບ​ລາວ​ກໍ​ຫາ​ເວລາ​ໄປ​ພິສູດຫຼັງ​ຈາກ​ຟັງ​ເພງ​ນີ້
ແລ້ວ​ ແລະເພງ​ແນວຂັບ​ງື່ມທີ່​ມີ​ຊື່ວ່າ “ເຫ​ລາະ​ນ້ຳ​ງື່ມຊອກ
ຫາ​ອ້າຍ” ຂອງບົວ​ບັງ​ໃບ ຕໍ່​ໄປ​ນີ້​ຂໍ​ຈັດ​ໃຫ້​ວຽງສອນ
ມິ​ໂນຣັດ ທີ່​ຂຽນemail ​ເຂົ້າ​ມາເພື່ອຂອບ​ໃຈທີ່ໄດ້​
ຮັບປະຕິທິນ​ຈາກ VOA ແລະທາງເຮົາກໍຕ້ອງຂໍຂອບໃຈ
ເຊັ່ນກັນທີ່ຄອຍຕິດຕາມລາຍການຂອງ VOA ແລະຫວັງວ່າ
ວຽງສອນຍັງຈະເປັນແຟນລາຍການຕະລອດໄປແລະຂະຫຍັນ
ຂຽນເຂົ້າມາຫາທາງເຮົາເລື້ອຍໆເດີ.

ເພງ: ​“ ເຫ​ລາະ​ນ້ຳ​ງື່ມຊອກ​ຫາ​ອ້າຍ” - ບົວ​ບັງ​ໃບ

ວັນນະສອນ: ສ່ວນນ້ອງອະນຸສິດນັກສຶກສາຈາກມະຫາວິທະ
ຍາໄລຫຼວງພະບາງນັ້ນ​ແມ່ນຂຽນຂໍ້ຄວາມຫາເອື້ອຍວັນນະສອນ
ທາງ Facebook ວ່າ​ຮັບ​ຟັງລາຍການVOA ທຸກໆ​ວັນ​ວ່າ​ຊັ້ນ
ແລະຕ້ອງ​ຂໍ​ຂອບ​ໃຈນຳ​ນ້ອງອະນຸສິດຫຼາຍໆທີ່​ຄອຍຕິດຕາມ
ຮັບ​ຟັງ​ແລ​ະຫວັງວ່າ​ລາຍການ​ເຮົາ​ຈະ​ເປັນ​ປະ​ໂຫຍ​ດ​ແລະ​
ໃຫ້​ຄວາມສຸກ​ໃຫ້​ນ້ອງແລະແຟນລາຍການບໍ່​ຫຼາຍ​ກໍ​ນ້ອຍ​
ແລະ​ຄັ້ງ​ນີ້​ກໍເລີຍຂໍ​ຈັ​ດ​ເພງ​ “Vientiane City” ທີ່​ເປັນ​ພາສາ​
ອັງກິດ​ຊຶ່ງ​ເປັນບົດ​ປະພັນ​ຂອງ ​ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດ
ທີ່​ອູ່​ແກ້ວ​ນຳມາ​ຂັບ​ຮ້ອງ ​ເພື່ອມອບ​ໃຫ້ນ້ອງ​ອະ​ນຸສິດ​ແລະ​ເພື່ອນ​
ນັກ​ສຶກສາ​ດ້ວຍ​ກັນ ພ້ອມ​ທັງ​ຜູ້​ຟັງ​ທີ່​ຢາກ​ໄປ​ເຫັນ​ວຽງ​ຈັນນັ້ນ
ແລະ​ກ່ອນ​ຈາກ​ກັນ​ໃນ​ຄ່ຳ​ຄືນ​ນີ້ ຂໍໃຫ້ທຸກໆ​ທ່ານ​ຈົ່ງ​ນອນ​ລັບ​
ຝັນ​ດີ​ແລະ​ພົບ​ກັນ​ໃຫມ່​ຕາມ​ທີ່​ນັດ​ຫມາຍ​ກັນ​ໄວ້.

ເພງ: “Vientiane City” ໂດຍ ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດ

XS
SM
MD
LG