ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈັນທະຣາ ອຸ​ເທ​ນສັກດາ: "ຄິດຮອດຄວາມຮັກ"


Anti-Syrian regime protesters hold banners and flags during a demonstration in the neighborhood of Bustan Al-Qasr in Aleppo, March 29, 2013.
Anti-Syrian regime protesters hold banners and flags during a demonstration in the neighborhood of Bustan Al-Qasr in Aleppo, March 29, 2013.

ໃນລາຍການສຽງເພງຈາກແດນໄກຂອງ VOA ທ່ານຈະໄດ້ຮັບຟັງເພງລາວທີ່ຈັດໃຫ້ ຕາມຄໍາຂໍທີ່ບັນດາແຟນລາຍການຂຽນເຂົ້າມາຂໍຟັງ ຊຶ່ງວັນນະສອນໄດ້ຕຽມເພງໄວ້ໃຫ້ ແລ້ວ ເພາະສະນັ້ນບໍ່ຕ້ອງລໍຊ້າເລີຍ ຂໍເຊີນຮັບຟັງເພງມວ່ນໆພ້ອມກັນເລີຍ ໃນອັນດັບຕໍ່ໄປ.

ເພງ "ຄິດຮອດຄວາມຮັກ" ໂດຍ ຈັນທະຣາ ອຸ​ເທ​ນສັກດາ

ເພງ​ທີ່​ຈົບ​ລົງ​ໄປ​ນັ້ນ​ເປັນ​ເພງ​ດັງ​ໃນ​ອະດີດ​ມີ​ຊື່ວ່າ "ຄິດຮອດຄວາມຮັກ" ທີ່​ຂັບ​ຮ້ອງ​ໂດຍ
ຈັນທະຣາ ອຸ​ເທ​ນສັກດາ ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ຜູ້​ຟັງ​ທີ່​ໜ້າ​ຮັກ​ຍາ​ລຸງ ບົວ​ຫອມ ດໍາຣົງ ເປັນແຟນລາຍການ​ສະຖານ​ນີວິທະຍຸ VOA ຢ່າງສະ​ເໝີ​ຕົ້ນສະ​ເໝີ​ປາຍ ຕິດຕາມຮັບ​ຟັງ​ມາ​ຕັ້ງ​ແຕ່​ເລີ່​ມຕົ້ນ ກ່ອນ​ວັນນະ​ສອນ​ເກີດ​ດ້ວຍ​ຊໍ້າ ວັນນະ​ສອນດີ​ໃຈ​ທີ່​ໄດ້​ຮັບຈ.ມ. ຂອງ​ຍາ​ລຸງ​ອີກ​ຄັ້ງ ຫຼັງ​ຈາກ​ທີ່​ຫາຍ​ປວຍ​ແລ້ວ ​ຊຶ່ງເປັນ​ເວລາ​ນານ​ພໍ​ສົມ​ຄວນ ​ເພງ​ນົກ​ເຂົາ​ລືມຄອນ ເປັນ​ອີກ​ເພງ​ນຶ່ງທີ່​ຍາ​ລຸງ​ຂໍ​ຟັງ​ມາ ວັນນະ​ສອນ​ກໍ​ເລີຍ​ຕັ້ງ​ໃຈຈັດ​ໃຫ້​ຍາ​ລຸງ​ຂຶ້ນ ບົວ​ຫອມ ໂດຍສະ​ເພາະຢາກ​ໃຫ້ຫາ​ຍດີ​ແລະ​ລຸກ​ຂຶ້ນ​ມາ​ຮ່ວມ​ຟັງ​ເພງ​ຂອງ​ຜູ້​ຊາຍ​ທີ່​ຂັບ​ຮ້ອງ​ໂດ​ຍ​ ກ. ວິ​ເສດ ແລະ​ວັນນະ​ສອນ​ວ່າ ສຽງ​ຫວານ​ໃສ​ຂອງ​ແສງ​ຈັນ ນະຄອນ​ທັບ ກໍ​ມ່ວນ​ໄປ​ອີກ​ແບບ. ​ເອົາ​ໄປ​ຟັງ​ພ້ອມ​ໆກັນ​ເລີຍ​ດີກ​ວ່າ ວ່າ​ທັງ​ທ່ານ​ຜູ້​ຟັງ​ຈະ​ເຫັນ​ດີ​ຢ່າງ​ທີ່​ວັນນະ​ສອນ​ໄດ້​ກ່າວ​ໄວ້ຫຼື​ບໍ່?

ເພງ "ນົກ​ເຂົາ​ລືມ​ຄອນ"
ໂດຍ ​ແສງ​ຈັນ ນະຄອນ​ທັບ

ສ່ວນ​ເພງ ກຸຫຼາບ​ປາກ​ຊັນ ນີ້ ຈັດ​ໃຫ້​ຜູ້​ຟັງ​ນາມ​ແຝງ ສີຂາວ ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ VOA Website ຊຶ່ງ​ວັນນະ​ສອນ ຕັດສິນ​ໃຈ​ລໍາບາກ ​ເພາະ​ບໍ່​ໄດ້​ເນັ້ນ​ວ່າ ​ເປັນ​ຂອງ​ສິນ​ລະ​ປິນທ່ານ​ໃດ ກໍ​ເລີຍ​ຂໍ​ຈັດ​ເພງ​ຂອງ​ນໍ້າ​ເຜິ້ງ ໃຫ້​ຟັງ​ກ່ອນແລ້ວ​ຕັ້ງ​ຕໍ່​ໄປ​ກໍ​ຈະ​ຈັດ​ໃຫ້​ເປັນ​ຂອງ​ສິນລະປິນ ທ່ານ​ອື່ນໆ ຂໍ​ໃຫ້​ແຟນລາຍການ​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ​ແບບ​ນີ້​ລະ ​ຍິ່ງ​ດີເພາະ​ບາງ​ທີ່​ກໍ​ບໍ່​ຮູ້​ຈະ​ຈັດ​ເພງ​ໃດ​ໃຫ້​ຖືກ​ໃຈ ຂຽນ​ມາຕິ​ຊົມ​ຫຼື​ຂຽນ​ມາ​ລົມ​ກັນ​ແບບ​ສະບາຍ​ໆກໍ​ໄດ້​ຂໍ​ໃຫ້​ທຸກໆ​ທ່ານ​ນອນຫຼັບ​ຝັນ​ດີ​ແລ​ະພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ

ເພງ: "ກຸຫຼາບ​ປາກ​ຊັນ " ໂດຍ ນໍ້າ​ເຜິ້ງ

XS
SM
MD
LG