ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມົ້ງວ່າທາງການລາວ ເບິ່ງແຍງເປັນຢ່າງດີ


ຊາວມົ້ງກຸ່ມນຶ່ງ ທີ່ຖືກສົ່ງກັບປະເທດລາວ ຈາກໄທ ໃນປີ 2009
ຊາວມົ້ງກຸ່ມນຶ່ງ ທີ່ຖືກສົ່ງກັບປະເທດລາວ ຈາກໄທ ໃນປີ 2009

ຊາວ​ມົ້ງທີ່​ຖືກ​ທາງ​ການ​ໄທ​ສົ່ງ​ກັບ​ຄືນ​ໄປ​ລາວ​ຢືນຢັນ​ວ່າ​ ພວກ​ຕົນ​ບໍ່​ຕ້ອງການ​ທີ່​ຈະ​ເດີນທາງ​ໄປ​ຢູ່​ ຕ່າງປ​ະ​ເທດ​ຫລື​ປະ​ເທດ​ທີ່​ສາມ​ອີກ​ຕໍ່​ໄປ​ແລ້ວ ​ເນຶ່ອງຈາກ​ວ່າການ​ດຳລົງ​ຊີວິດ​ຢູ່​ໃນ​ລາວ ທຸກ​ມື້​ນີ້​ກໍ​ໄດ້​ຮັບ​ການ​ເບິ່ງ​ແຍງ​ແລະ​ການ​ຊ່ວຍ​ເຫລືອ​ ຈາກ​ທາງ​ການ​ລາວ​ເປັນ​ຢ່າງ​ດີ.

ນີ້​ກໍ​ແມ່ນ​ການ​ໃຫ້​ສຳພາດ​ໂດຍ​ຕົວ​ແທນ​ຂອງ​ບັນດາ​ຊາ​ວມົ້ງ ທີ່​ຖືກ​ທາງ​ການ​ໄທ​ສົ່ງ​ຈາກ​ສູນ​ຮອງ​ຮັບ ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ ອຳ​ເພີ​ເຂົາ​ຄໍ້​ ຈັງ​ຫວັດ​ເພດ​ຊະ​ບູນ ກັບ​ຄືນ​ໄປ​ລາວ​ນັບ​ຕັ້ງ​ແຕ່​ທ້າຍ​ປີ 2009 ​ເປັນ​ຕົ້ນ​ມາ ​ແລະ​ກໍ​ໄດ້​ຖືກ​ທາງ​ການ​ລາວໂຍກ​ຍ້າຍ​ໄປ​ຢູ່​ໃນ​ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ຄຳ ​ເມືອງ​ບໍລິ​ຄຳ​ໄຊ ນັບເປັນ​ລະຍະ​ເວລາ 4 ​ເດືອນ​ມາ​ແລ້ວ​ຈົນ​ເຖິງ​ປັດຈຸບັນ​ນີ້.

ໂດຍ​ຕົວ​ແທນ​ຂອງ​ບັນດາ​ຊາວ​ມົ້ງດັ່ງກ່າວ​ນີ້ ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ພວກ​ຕົນ​ບໍ່​ມີ​ຄວາມ​ຕ້ອງການ​ ທີ່​ຈະເດີນທາງ​ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ສະຫະລັດ ​ຫລື​ປະ​ເທດ​ທີ່​ສາມ​ອີກ​ຕໍ່​ໄປແລ້ວ ​ເນຶ່ອງຈາກ​ວ່າ​ໄດ້​ຮັບ​ການ​ເບິ່ງ​ແຍງ​ແລະ​ການ​ຊ່ວຍ​ເຫລືອ​ ຈາກ​ທາງ​ການ​ລາວ​ໃນ​ທຸກໆ​ດ້ານ​ເປັນ​ຢ່າງ​ດີ ສ່ວນ​ການ​ທີ່​ໄດ້ພາກັນ​ເດີນທາງ​ໄປ​ໄທ​ດ້ວຍ​ຫວັງ​ວ່າ​ ຈະ​ມີໂອກາດ​ເດີນທາງ​ໄປຢູ່​ສະຫະລັດຫລື​ປະ​ເທດ​ທີ່​ສາມ​ໃນ​ໄລຍະ​ທີ່​ຜ່ານ​ມາ​ນັ້ນ​ ກໍ​ເປັນ​ເພາະວ່າ​ພວກ​ຕົນ​ໄປ​ຫລົງ​ເຊື່ອ​ການ​ໂຄສະ​ນາ​ຊວນ​ເຊຶ່ອ ຂອງ​ກຸ່ມ​ຄົນ​ບໍ່​ດີ​ໃນຕ່າງປະ​ເທດ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ຕົວແທນ​ຂອງ​ບັນດາ​ຊາວ​ມົ້ງຄົນ​ດັ່ງກ່າວ​ນີ້ ​ກໍ​ບໍ່​ໄດ້​ບົ່ງ​ບອກ​ວ່າ​ແມ່ນ​ຜູ້​ໃດ​ແທ້​ທີ່​ເປັນ​ກຸ່ມ​ຄົນ​ບໍ່​ດີ​ໃນ​ຕ່າງປະ​ເທດ ​ທ່ີ​ໄດ້​ໂຄສະນາ​ຈົນ​ເຮັດ​ໃຫ້​ພວກ​ຕົນ​ຫລົງ​ເຊຶ່ອ ຫາກ​ແຕ່​ວ່າ​ກະ​ແສ​ຂ່າວ​ນຶ່ງ​ທີ່​ເຮັດ​ໃຫ້​ບັນດາ​ຊາວ​ມົ້ງມີ​ຄວາມ​ຫວັງ​ວ່າ ​ພວກ​ຕົນ​ຈະ​ມີ​ໂອກາດເດີນທາງ​ໄປຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ສະຫະລັດ​ອາ​ເມ​ລິ​ກາ​ນັ້ນ​ ກໍ​ຄື​ການ​ທີ່​ສະຫະລັດ​ໄດ້​ຮັບຮອງ​ເອົາ​ຊາວ​ມົ້ງຈຳນວນ 15,000 ກວ່າ​ຄົນ​ຈາກ​ວັດ​ຖ້ຳກະ​ບອກ ​ເພື່ອ​ໃຫ້​ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ສະຫະ ລັດ​ນັບ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ​ເອງ.

ການ​ຢືນຢັນ​ດັ່ງກ່າວ​ນີ້​ຂອງ​ຕົວ​ແທນ​ຂອງ​ບັນດາ​ຊາວ​ມົ້ງ ທີ່​ພັກ​ອາໃສ​ຢູ່​ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ຄຳ ນັບ​ວ່າ​ສອດຄ່ອງ​ກັນ​ກັບ​ການ​ຖະ​ແຫລ​ງຂອງ​ທ່ານ​ພົນ​ຈັດຕະວາ​ບົວ​ສ່ຽງ ຈຳປາ​ພັນ ຮອງ​ຫົວໜ້າ​ກົມ ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ລາວ ຊຶ່ງ​ເປັນ​ຜູ້​ຮັບຜິດຊອບ​ການ​ຮັບຮອງ​ເອົາ​ຊາວ​ມົ້ງ​ເຫລົ່າ​ນີ້ ກັບ​ຄືນ​ຈາກ​ທາງ​ການ​ໄທ ​ໂດຍ​ທ່ານ​ພົນ​ຈັດຕະວາ ບົວ​ສ່ຽງ ຈຳປາ​ພັນ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ​ແນວ​ຄິດ​ທີ່​ຈະ​ເດີນທາງ​ໄປ​ຢູ່​ຕ່າງປະ​ເທດ​ບໍ່​ມີ​ ຢູ່​ໃນ​ຫົວ​ສະໝອງ​ຂອງ​ບັນດາ​ຊາວ​ມົ້ງອີກ​ຕໍ່​ໄປ​ແລ້ວ. ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ພົນ​ຈັດຕະວາ ບົວ​ສ່ຽງ ຍັ​ງ​ໄດ້​ຖະ​ແຫລງ​ເນັ້ນ​ຍ້ຳດ້ວຍ​ ວ່າ​ໜ່ວຍ​ງານ​ຫລື​ອົງ ການ​ຂອງ​ຕ່າງຊາດ​ສາມາດ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ ​ແກ່​ບັນດາ​ຊາວ​ມົ້ງ​ເຫລົ່າ​ນີ້​ໂດຍ​ຜ່ານ​ທາງ​ການລາວ​ເທົ່ານັ້ນ.

ທາງ​ການ​ໄທ​ໄດ້​ຈັດ​ສົ່ງ​ຊາວ​ມົ້ງຊຸດ​ສຸດ​ທ້າຍ​ຈຳນວນ 4,711 ຄົນ​ກັບ​ຄືນ​ໄປ​ລາວ​ເມື່ອ​ວັນ​ທີ່ 28-29 ​ເດືອນ​ທັນວາ​ປີ 2009 ​ໂດຍ​ສ່ວນໃຫຍ່​ກໍ​ໄດ້​ພາກັນ​ເລຶອກຢູ່​ໃນ​ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ຄົນ ຊຶ່ງ​ມີ ​ເນື້ອ​ທີ່​ກວ້າງ​ກວ່າ 2,000 ​ເຮັກ​ຕ້າ ​ໂດຍ​ໄດ້​ມີ​ການ​ສັດ​ສັນ​ພື້ນ​ທີ່​ກວ້າງ 100 ​ເຮັກ​ຕ້າ​ເປັນ​ເຂດ​ທີ່ຢູ່ ອາ​ໃສ​ແລະ​ພື້ນ​ທີ່​ສ່ວນ​ທີ່​ເຫລືອ​ນັ້ນ​ກໍ​ໄດ້​ຈັດ​ສັນ​ເປັນ​ທີ່​ດິນ​ທຳ​ກິນ​ສຳ​ຫລັບ​ຊາວ​ມົ້ງ 600 ກວ່າ​ຄອບ ຄົວ​ ຫລື​ຫລາຍ​ກວ່າ 3,400 ຄົນ. ​ໂດຍ​ໃນ​ລະຍະ​ທີ່​ຜ່ານ​ມາ​ທາງ​ການ​ລາວ ​ກໍ​ໄດ້​ດຳ​ເນີນ​ການ​ກໍ່ ສ້າງ​ເຮືອນ​ພ້ອມ​ດ້ວຍ​ນ້ຳລິນ​ ວິດຖ່າຍ ທາງ​ຊອຍ ທາງ​ໃຫຍ່ ສຸກສາລາ ​ແລະ​ໂຮງຮຽນ​ຢ່າງ​ຕັ້ງໜ້າ ​ແລະ​ໃນ​ຂະນະ​ດຽວ​ກັນ​ກໍ​ໄດ້​ມີ​ການ​ຈັດ​ສັນ​ທີ່​ດິນ​ທຳ​ກິນ ​ດ້ວຍ​ການ​ແບ່ງ​ເນື້ອ​ທີ່​ອອກ​ເປັນ​ລ໊ອກໆ​ຈຳນວນ​ທັງ​ໝົດ 63 ລ໊ອກ ເທິງ​ເນື້ອ​ທີ່​ກວ້າງ​ກວ່າ 1,200 ​ເຮັກ​ຕ້າ ​ແລະ​ໄດ້​ຈັດ​ສັນ​ໃຫ້​ກັບ​ຊາວ​ມົ້ງ ຄອບຄົວ​ຕໍ່​ລ໊ອກ ຫລື​ສະ​ເລ່ຍ​ໄດ້​ຄອບຄົວ​ລະ 2 ​ເຮັກຕ້າ.

XS
SM
MD
LG